ເສັ້ນທາງເລກທີ-13 ເໜືອ ເພໜັກ
ສະພາບ ເສັ້ນທາງ ເລກທີ 13 ເໜືອ ຢູ່ ນະຄອນຫລວງວຽງຈັນ ເປ່ເພ ຫຼາຍ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ ປະຊາຊົນ ທີ່ ສັນຈອນ ໄປ-ມາ.
-
ອຸ່ນແກ້ວ ສຸກສະຫວັນ
2020-10-16 -
-
-
Your browser doesn’t support HTML5 audio
ສະພາບຖະໜົນ ຢູ່ ນະຄອນຫລວງວຽງຈັນ ໂດຍສະເພາະ ຢູ່ເສັ້ນທາງເລກທີ 13 ເໜືອ ເລີ່ມຈາກ ສາມແຍກສີໄຄ ໄປຫາບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ແລະ ເລີຍໄປເຖີງເຂດພູພະ ແຂວງວຽງຈັນ ເປັນໄລຍະທາງ ຫຼາຍ 10 ກິໂລແມັດ.
ປະຊາຊົນຜູ້ທີ່ໃຊ້ຣົດຜ່ານເສັ້ນທາງເລກ 13 ເໜືອ ເປັນປະຈຳໃຫ້ສັມພາດ ວ່າ: ເສັ້ນທາງເລກທີ 13 ເໜືອເປ່ເພຫຼາຍເຮັດໃຫ້ມີຄວາມຫຍຸ້ງ ຍາກໃນການເດີນທາງ ແລະ ບັນຫາແບບນີ້ ເກີດຂຶ້ນທຸກໆປີ.
ນັກຂ່າວ: ສະພາບເສັ້ນທາງຢູ່ບ້ານເຮົາເປັນຈັ່ງໃດ?
ປະຊາຊົນ 1: ຢູ່ວຽງຫັ້ນ ເສັ້ນທາງຢູ່ໃນວຽງ ເສັ້ນທາງຢູ່ໃນວຽງ ມັນກະຄືເກົ່າຫັ້ນແຫຼະອ້າຍ ແຕ່ວ່າຢູ່ນອກ ເຂດເມືອງນາຊາຍທອງໄປນີ້ນະ ຕັ້ງແຕ່ສາມແຍກສີໄຄໄປເນາະ ຢູ່ໃນເມືອງສີໂຄດ ໄປຮອດຕີນພູພະ ພຸ້ນແຫຼະໂພນໂຮງພຸ້ນແຫຼະ ມັນກະເພໝົດຫັ້ນແຫຼະອ້າຍ. ທຽວລຳບາກ ບໍ່ແມ່ນຍາກໃດ ທຽວລຳບາກເລີຍ.
ນັກຂ່າວ: ອັນນະ ເຂດນອກເມືອງໂຕອື່ນເດ້?
ປະຊາຊົນ 1: ເຂດນອກເມືອງໂຕອື່ນກະທາງໃຕ້ຫັ້ນ ທາງໃຕ້ມັນກະບໍ່ເພ ແຕ່ວ່າ ທາງມັນຂາດ. ທາງຢູ່ຂອບໝົດມັນຂາດໝົດລະມັນກິ່ວ ລະກະເກີດອຸບັດຕິເຫດ ດຸຫັ້ນແຫຼະ ທາງສາຍໃຕ້.
ນັກຂ່າວ: ຖືວ່າໜັກເນາະ ຢູ່ເຂດເມືອງນາຊາຍທອງໄປ?
ປະຊາຊົນ 1: 13 ເໜືອແມ່ນລະ 13 ເໜືອຂຶ້ນໄປໜັກແຫຼະ ແປງເຂົາກະເຮັດເພື່ອເອົາງົບຊື່ໆນ່າອ້າຍ ທຸກປີເຂົາກະເຮັດແບບນີ້ນະ ບໍ່ເຄີຍດີ ຈັກເທື່ອ ວ່າຊັ້ນຊະ ເຮັດຫຍັງກະບໍ່ເຄີຍດີຈັກເທື່ອນະ ບໍ່ເຂົ້າໃຈວ່າ ເຂົາຄິດຈັ່ງໃດ ບໍ່ເຂົ້າໃຈອີ່ຫຼີ.
ນັກຂ່າວ: ລະເສັ້ນທາງໃກ້ທາງດ່ຽວກັບໃກ້ທາງຣົດໄຟຫັ້ນເດ້ ເປັນຈັ່ງໃດ?
ປະຊາຊົນ 1: ເສັ້ນທາງໃກ້ທາງຣົດໄຟ ເຂົາກະບໍ່ເຮັດຫຍັງເດ້ ກະໝ້ອງມັນເປັນອຸມົງ ກະນ້ຳຖ້ວມເດ້.
ນັກຂ່າວ: ໂອ, ກະຍັງຄືເກົ່າແມ່ນເບາະ?
ປະຊາຊົນ 1: ແມ່ນຄົນກະໄປຍາກທຽວຍາກແມ່ນ ກະຄວາມຈິງຫັ້ນແຫຼະ ທີ່ເຂົາເຈົ້າໂພສລົງໂຊຊຽວ ມັນກະຄວາມຈິງ ກະເປັນແບບນັ້ນແທ້ ມັນກະເປັນແບບນັ້ນແທ້ ບໍ່ແມ່ນເຂົາເຈົ້າໄປໃສ່ຮ້າຍ ປ້າຍສີ ພວກ ທາງດອກ-ທາງດ່ວນ ໃດ໊ ມັນກະເປັນແບບນັ້ນ.
ບໍ່ເຂົ້າໃຈນະວ່າ ເປັນຫຍັງຈຶ່ງຕ້ອງແປງທຸກປີຫັ້ນ ຄັນແປງຄືບໍ່ເຮັດໃຫ້ມັມດີເລີຍຫັ້ນນ່າ ເປັນຫຍັງຕ້ອງແປງທຸກປີ ຮູ້ຢູ່ວ່າ ເຮັດຕ້ອງແປງ ເປັນຫຍັງຄືບໍ່ແກ້ ສາເຫດວ່າ ເຮັດລະບໍ່ຕ້ອງແປງຫັ້ນນ່າ ເຂົາພັດບໍ່ຄິດ ແນວນີ້.
ຄືສົມມຸດວ່າເຮົາຮູ້ສຶກສາ ເອົາຈັ່ງຊີ້ຊະ ຄືສົມມຸດວ່າອ້າຍເອງເນາະ ເປັນເຈົ້າຂອງເຮືອນຊະ ອ້າຍຮູ້ຢູ່ວ່າຫລັງຄາອ້າຍຮົ່ວນະ ວິທີທີນຶ່ງຊະ ເລືອກປ່ຽນແຜນ ກະເບື້ອງ [ຫຼັງຄາ] ກັບສອງມາເອົາສະກອດ ໄປຕິດໄວ້ ອ້າຍຊິໃຊ້ວິທີໃດ ຄັນແມ່ນເຮືອນອ້າຍເອງເນາະ. ແຕ່ວ່າເຂົາເຈົ້ານິ ໄປເບີກເງິນຊື້ແຜນກະເບື້ອງ ບາດໄປເຮັດເຂົາພັດຊື້ ສະກອດໄປຕິດ.
ນັກຂ່າວ: ຄົນທຽວນີ້ ຣົດຕິດຂະໜາດໃດ໊ເນາະ ຍາມໄປການ ໄປຫຍັງ?
ປະຊາຊົນ 1: ລົດຕິດລະຍັງບໍ່ແລ້ວຂີ້ຝຸ່ນ ໄງ່ກຸ້ມເລີຍແຫຼະປານບ້ານນອກ ເອີກະແບບນັ້ນໂລດແຫຼະກ່ອນປົດປ່ອຍ ອັນຕອນປົດປ່ອຍໃໝ່ໆ ນ້ອງກະເຄີຍເມືອໃຕ້ເມືອງຫຍັງ ຢູ່ສະຫວັນນະເຂດ ທາງແດງໝົດ.
ນັກຂ່າວ: ເສັ້ນທາງຢູ່ໂຕນອກເມືອງ ທາງໄປທ່າງ່ອນອີ່ຫຍັງກະເພແມ່ນບໍ່ນິ?
ປະຊາຊົນ 1: ທາງໄປທ່າງ່ອນເບິ່ງເດ້ ທາງໄປທ່າງອນບໍ່ເພ ແຕ່ກາຍທ່າງ່ອນໄປພຸ້ນ ທາງພູເຂົາຄວາຍພຸ້ນ.
ນັກຂ່າວ: ໂຕທີ່ມັນໜັກນີ້ ແມ່ນຢູ່ 13 ເໜືອເນາະ?
ປະຊາຊົນ 1: ແມ່ນຮອດພູພະຫັ້ນໂລດ ທາງໄປວັງວຽງກະເປັນນະ ເພເປັນຍ່ານ ເປັນຍ່ານໄປ.
ນອກຈາກນີ້ ປະຊາຊົນ ບ້ານໜອງໜ້ຽວ ໄດ້ໃຫ້ສັມພາດວ່າ ຈຸດທີ່ເປັນທາງດິນແດງຂີ້ຝຸ່ນໄງ່ ແລະ ມີຕີ້ຕົມ ໂດຍສະເພາະ ຢູ່ເຂດບ້ານສີໄຄ ແລະ ບ້ານໜອງໜ້ຽວ.
ນັກຂ່າວ: ເສັ້ນທາງແຕ່ບ້ານໜອງໜ້ຽວ ໄປຫາສີເກີດເປັນຈັ່ງໃດລະ?
ປະຊາຊົນ 2: ເສັ້ນທາງຫັ້ນອັນຕະລາຍ ເປື້ອນຫຼາຍ.
ນັກຂ່າວ: ມັນເປັນຈັ່ງໃດ ມັນເປື້ອນຈັ່ງໃດ ເວົ້າສູ່ຟັງແດ່?
ປະຊາຊົນ 2: ໂຕທາງທີ່ເປັນດິນແດງ ມັນເປັນຂຸມຫຼາຍໆ
ນັກຂ່າວ: ໂຕປູຢາງ ທາງຫຼວງຫັ້ນນ່າເປັນແນວໃດ ເສັ້ນທາງໂຕໃຫຍ່ ທາງຫລວງຫັ້ນນ່າ?
ປະຊາຊົນ 2: ເສັ້ນທາງເລກ 13 ມັນກະມີບາງບ່ອນ ຢູ່ຮ່ອມ 12 ກະຂາດ. ທີ່ວ່າເຂົ້າໄປຮ່ອມ 7 ຮອ່ງຫຍັງຫັ້ນນ່າ ກະຖືວ່າເປັນບວກ ເປັນ ອັນນັ້ນຫຼາຍຫັ້ນແຫຼະ ບໍ່ຈັກຊິວ່າແນວໃດນຳກັ້ນຫັ້ນນ່າ.
ນັກຂ່າວ: ເຮົາຂີ່ລົດສະດວກຢູ່ເບາະ ຢູ່ຕາມເສັ້ນທາງໃຫຍ່ຫັ້ນນ່າ?
ປະຊາຊົນ 2: ທາງໃຫຍ່ຫັ້ນລົດໃຫຍ່ ກະຢາກຍາກໜ້ອຍນຶ່ງ ແຕ່ວ່າ ມັນກະມີລົດແກ່ດິນແກ່ຕະຫຼອດຫັ້ນນ່າ ລະເຮົາບໍ່ຮູ້ຈັກຊິເວົ້ານຳຫັ້ນນະ ເນາະ.
ນັກຂ່າວ: ຂັ້ນຍາມຝົນມັນທຽວສະດວກບໍ່ອັນທາງໃຫຍ່ຫັ້ນນະ?
ປະຊາຊົນ 2: ກະໄດ້ຢູ່ເພາະວ່າ ເຂົາຫາກໍ່ສ້ອມເດ້ ເຂົາຫາກໍ່ມາລາດຢາງບາງບ່ອນເປັນຂຸມຫຼາຍຫັ້ນນະ ລະກັບແຖວເມືອທາງສີໄຄຫັ້ນນະ ແຖວນີ້ ກະໂອ້ອັນຕະລາຍ.
ນັກຂ່າວ: ຈຸດໃດທີ່ອັນຕະລາຍໄປສີໄຄ ຫັ້ນນະ?
ປະຊາຊົນ 2: ແມ່ນລະ ແຖວວັດແກ້ວປ່າ ແຖວຄືໄຄນີ້ນະ. ລະກະເປັນບວກຫຼາຍທາງເຂົ້າຮ່ອມ 7 ຫັ້ນນະຮ່ອມໂຮງງານຫຼັກ 7 ນີ້ນະຄົນ ໄປລ້າໄປການກະ ເຂົ້າອອກກະຍາກ.
ແລະ ປະຊາຊົນ ຢູ່ ບ້ານສີໄຄ ໄດ້ກ່າວວ່າ ຊ້ວງຍາມຝົນ ແລະ ຍາມຮ້ອນ ເສັ້ນທາງບໍ່ມີຄວາມສະດວກປານໃດ.
ປະຊາຊົນ 3: ກະບໍ່ປານໃດເຈົ້າ ເຫັນແຖວຕະຫຼາດສີໂຄນີ້ນະ ແຖວຕະຫຼາດສີໄຄ ຫາ ທົ່ງໂປ່ງ ກະບໍ່ປານໃດ ກະເປັນຂຸມເປັນໂນນນີ້ລະອ້າຍ.
ນັກຂ່າວ: ເປັນຂຸມເປັນຫຼຸບແມ່ນບໍ່ຕອນນີ້?
ປະຊາຊົນ 3: ແມ່ນລະເຈົ້າ.
ນັກຂ່າວ: ເຮົາຂີ່ຣົດໃຫຍ່ໄປໄວໄດ້ບໍ່ ບໍ່ວ່າຣົດໃຫຍ່ ຣົດຈັກນີ້?
ປະຊາຊົນ 3: ມັນກະບໍ່ປານໃດ ມັນທາງມັນຂາດເປັນຕອນເດ້ ເປັນຈຸດ ເອີຂີ່ໄວກະບໍ່ໄດ້.
ນັກຂ່າວ: ຂີ້ຝຸ່ນໄງ່ ບໍ່ຍາມແດດອອກນີ້?
ປະຊາຊົນ 3: ໄງ່ໆ.
ນັກຂ່າວ: ຕອນນີ້ນິຝົນຕົກບໍ່ຢູ່ແຖວສີໄຄ ເສັ້ນທາງນີ້ ເປັນຈັ່ງໃດຕອນນີ້?
ປະຊາຊົນ 3: ກະເປັນນ້ຳຫົ້ງນ້ຳຫຍັງນີ້ແຫຼະບາງຈຸດ.
ບັນຫາເສັ້ນທາງເປ່ເພ, ເຈົ້າໜ້າທີ່ຜແນກໂຍທາທິຫານ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ເຄີຍໃຫ້ສັມພາດຕໍ່ ນັກຂ່າວມາຫລາຍຄັ້ງວ່າ ງົບປະມານ ບໍ່ມີພຽງພໍ. ແລະ ໜັງສີພິມເສຖກິດ ການຄ້າ ໄດ້ລາຍງານ ວ່າ:
ໃນວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ລົງເຄື່ອນ ໄຫວຕິດຕາມ ສະພາບການສ້ອມແປງ ທາງເລກ 13 ເໜືອ ໂດຍສະເພາະ ແມ່ນໄລຍະ ສີເກີດ - ໂພນໂຮງ ທີ່ມີຫາງສຽງຈົ່ມວ່າ ຈາກ ປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກ ໃນການສັນຈອນໄປມາ ແລະ ການເປ່ເພຂອງເສັ້ນທາງ ດັ່ງກ່າວ.
ທ່ານ ບຸນຈັນ ຣັຖມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງການ ສືບຕໍ່ແກ້ ໄຂການສ້ອມແປງ ທາງໃນລະດູແລ້ງຕາມແຜນການ ສ້ອມແປງທາງ ປີ 2020-2021 ໂດຍໃຫ້ແບ່ງເສັ້ນທາງ ອອກເປັນ 3 ໄລຍະເພື່ອແກ້ໄຂຄື: ໄລຍະທີ 1 ແຕ່ສີໄຄ-ສີເກີດ ໄລຍະທີ 2 ແຕ່ສີເກີດ-ໂພນໂຮງ ແລະໄລຍະທີ 3 ແຕ່ໂພນໂຮງ-ວັງວຽງ ພ້ອມນັ້ນ ກໍໃຫ້ມີລະບົບ ບໍຣິການ ລະບາຍການສັນຈອນ ໃນໄລຍະທີ່ກໍາລັງ ດໍາເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ-ມາໄດ້ສະດວກຂຶ້ນ.