ສເນີ ບັນຫາ ເຂື່ອນ ຊະນະຄາມ ຕໍ່ກອງປະຊຸມ

ພາກປະຊາສັງຄົມ ຈະເຂົ້າຮ່ວມຮັບຟັງ ແລະສເນີບັນຫາ ຜົລກະທົບ ດ້ານສິ່ງແວດລ້ວມ ແລະສັງຄົມ ກ່ຽວກັບການສ້າງເຂື່ອນ ຊະນະຄາມ ຕໍ່ກອງປະຊຸມ ປຶກສາຫາລືຂອງຜູ້ມີສ່ວນໄດ້ ສ່ວນເສັຽ ໃນທ້າຍເດືອນ ພຶສຈິກາ ນີ້.

ທັມມະຊາດຕາມລຳແມ່ນ້ຳຂອງ ໃນເຂດເມືອງຊະນະຄາມ ແຂວງວຽງຈັນ ທີ່ຢູ່ໃກ້ເຂດກໍ່ສ້າງ ເຂື່ອນໄຟຟ້າຊະນະຄາມ ຂອງບໍຣິສັດຕ້າຖັງ (TS), ເດືອນ ມີນາ 2021. RFA

ພາກປະຊາສັງຄົມສ່ວນຫຼາຍ ຈະເຂົ້າຮ່ວມຟັງ ແລະສເນີບັນຫາຕໍ່ກອງປະຊຸມ ປຶກສາຫາລືຂອງຜູ້ມີສ່ວນໄດ້ສ່ວນເສັຽ ຫຼືຂະບວນການ Procedures for Notification, Prior Consultation and Agreement (PNPCA) ຂອງໂຄງການເຂື່ອນຊະນະຄາມ ທີ່ຄະນະກໍາມາທິການແມ່ນໍ້າຂອງສາກົລ ຫຼື Mekong River Commission (MRC) ຈະຈັດຂຶ້ນໃນມື້ວັນທີ 29 ແລະ 30 ພຶສຈິການີ້ ຜ່ານຣະບົບທາງໄກ, ຍ້ອນເຫັນວ່າ ເຂື່ອນຊະນະຄາມ ຈະສ້າງຜົລກະທົບຕໍ່ສິ່ງ ແວດລ້ອມ ແລະສັງຄົມຫຼາຍ ແລະທັງຈະມີຜົລກະທົບຂ້າມຊາຍແດນ ທີ່ຮຸນແຮງນໍາດ້ວຍ. ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານເຄືອຂ່າຍປະຊາຊົນ 8 ແຂວງແມ່ນໍ້າຂອງ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ພຶສຈິການີ້ວ່າ:

 ຄືຕອນນີ້ ເຮົາກໍາລັງຈະປຶກສາຫາລື ກັບກຸ່ມປະມົງຊາວບ້ານ ທີ່ຊຽງຄານ ຊຶ່ງໄດ້ຮັບຜົລກະ ທົບ ຈາກເຂື່ອນແມ່ນໍ້າຂອງ ຄືມັນໃກ້. ຂ້ອຍຄິດວ່າ ຈະເອົາບົດ ຮຽນເກົ່າທີ່ຜ່ານມາ ຜົລກະ ທົບເຣື່ອງການເປີດ-ປິດປະຕູນໍ້າ ເຂົາເອີ້ນວ່າ ຄວາມຜັນຜວນຂອງນໍ້າຈະໜັກຂຶ້ນຫຼາຍ ເພາະມັນໃກ້ປະເທດຫຼາຍທີ່ສຸດ.

ທ່ານກ່າວຕື່ມວ່າ ໃນການເຂົ້າຮ່ວມກອງປະຊຸມ ປຶກສາຫາລືຄັ້ງນີ້ ຈະຮຽກຮ້ອງໃຫ້ຜູ້ມີສ່ວນໄດ້ ສ່ວນເສັຽ ທັງ 4 ປະເທດເຂດລຸ່ມແມ່ນໍ້າຂອງ ຊ່ວຍຄໍານຶງເຖິງຜົລກະທົບຕໍ່ຣະບົບນິ ເວດຂອງແມ່ນໍ້າຂອງ ແລະຮັບຟັງຫາງສຽງຂອງປະຊາຊົນ ທີ່ອາສັຍແມ່ນໍ້າຂອງ ໃນການຫາຢູ່ຫາກິນນໍາດ້ວຍ, ໂດຍຈະຍົກເອົາບັນຫາ ທີ່ເກີດຈາກກໍຣະນີ ຂອງເຂື່ອນໄຊຍະບູຣີຂຶ້ນມາເວົ້າ. ນອກຈາກນີ້ ຜົລກະທົບທີ່ເກີດຂຶ້ນຕາມມາ ກໍຄືການເຊາະເຈື່ອນ ຂອງຕາຝັ່ງແຄມແມ່ນໍ້າຂອງ ຍ້ອນການຂຶ້ນ-ລົງຂອງນໍ້າທີ່ຢູ່ທ້າຍເຂື່ອນ ເພາະມີຊຸມຊົນທັງໃນຝັ່ງລາວ ແລະຝັ່ງໄທຍ ທີ່ອາສັຍຢູ່ແຄມນໍ້າຂອງ ເປັນຈໍານວນຫຼາຍ ຈະຕ້ອງໄດ້ປະເຊີນກັບບັນຫາ ນັ້ນຢ່າງຫຼີກລ່ຽງບໍ່ໄດ້.

ທ່ານ ຫານນະຣົງ ເຍົາວະເລີດ ປະທານອົງການພາຄີນໍ້າປະເທດໄທຍ Thai Water Partnership ໃຫ້ຄວາມເຫັນວ່າ ບໍ່ມີຄວາມຈໍາເປັນແນວໃດ ທີ່ຈະສ້າງເຂື່ອນຊະນະຄາມ ແລະເຂື່ອນແມ່ນໍ້າຂອງ ອີກຫຼາຍແຫ່ງຂຶ້ນມາຕື່ມ. ແຕ່ແນວໃດກໍຈະໄປຮ່ວມກອງປະຊຸມດັ່ງ ກ່າວ ເພື່ອສເນີຂໍ້ກັງວົນຕ່າງໆ ທີ່ຈະເກີດຂຶ້ນກັບແມ່ນໍ້າຂອງ ໂດຍສະເພາະຢູ່ເຂດເມືອງຊຽງຄານ ແຂວງເລີຍ ທີ່ຢູ່ໃກ້ກັບໂຄງການ ເຂື່ອນຊະນະຄາມພຽງ 2 ກິໂລແມັດເທົ່ານັ້ນ ເປັນຕົ້ນບັນຫາຝຸ່ນຕົມ ຫຼືຕະກອນ, ການຂຶ້ນ-ລົງຂອງນໍ້າ ທີ່ຈະກະທົບຕໍ່ຣະບົບນິເວດ ແລະຊາວບ້ານ ທີ່ອາສັຍຢູ່ເຂດທ້າຍເຂື່ອນ:

ທ່ານກ່າວວ່າ  ມີຄວາມກັງວົນຢູ່ຫຼາຍປະເດັນ ຕໍ່ເຣື່ອງຂອງຊະນະຄາມ ເຂື່ອນໃນແມ່ນໍ້າຂອງ ມັນບໍ່ຈໍາເປັນຕ້ອງພັທນາແລ້ວ ເພາະປະເທດໄທຍ ມັນມີພະລັງງານທີ່ເຫຼືອຢູ່ ມັນຝືນຄວາມຮູ້ສຶກຂອງປະຊາຊົນ ມັນເໝືອນກັບໄປເອື້ອປໂຍດໃຫ້ກັບບໍຣິສັດເອກຊົນ ຄືບໍຣິສັດຜູ້ລົງທຶນ ຜູ້ ຜລິດໄຟຟ້າ ທັງຂອງໄທ ແລະຂອງຕ່າງປະເທດນໍາດ້ວຍ.

ຂະນະທີ່ເຄືອຂ່າຍ ອົງການຈັດຕັ້ງພາກປະຊາສັງຄົມ ໃນລາວບາງພາກສ່ວນ ກໍຈະເຂົ້າຮ່ວມກອງປະຊຸມປຶກສາຫາລືໃນຄັ້ງນີ້ ເພາະເປັນຫ່ວງ ຖ້າຫາກຈະສ້າງເຂື່ອນ ຂນາດໃຫຍ່ກັ້ນແມ່ນໍ້າຂອງ ເນື່ອງຈາກມັນຈະສົ່ງຜົລກະທົບຕໍ່ຣະບົບນິເວດ ແລະຄວາມຍັ້ງເຍືອນຂອງຊຸມຊົນ ແລະຫາກມີໂອກາດ ສເນີຄວາມເຫັນ ກໍຈະພະຍາຍາມສະແດງ ຂໍ້ມູນຜົລກະທົບດ້ານສິ່ງແວດລ້ອມ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປພິຈາຣະນາ ແລະເຮັດວຽກທີ່ມີຄວາມໂປ່ງສັຍ ໃນທຸກຂັ້ນຕອນ ແລະຂໍໃຫ້ຮັບຟັງຫາງສຽງຂອງຊາວບ້ານ ໃນພື້ນທີ່ນໍາດ້ວຍ. ຜູ້ຕາງໜ້າອົງການຈັດຕັ້ງ ພາກປະຊາສັງຄົມໃນລາວ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເຂື່ອນໃຫຍ່ໆສ່ວນຫຼາຍ ມັນເປັນການຜັກດັນຈາກນັກລົງທຶືນໄທ. ຣັຖບານມັນຢູ່ໃນພາວະ ທີ່ກໍາລັງຫິວໂຫຍວ່າຊັ້ນສາ. ເຮົາໃນນາມທີ່ເຮົາເຮັດວຽກຊຸມຊົນ ເຮົາກະຢາກເຫັນຄວາມມີໂປ່ງສັຍ ເພາະວ່າເຮົາກະວ່າບໍ່ຢາກໃຫ້ມີໂລດແຫຼະ. ໂຕນີ້ມັນແຮງເປັນເຂື່ອນ ຊາຍແດນຊໍ້າເນາະ ຜົລກະທົບຂ້າມຊາຍແດນມັນແຮງສິສູງ.

ສະມາຄົມຊຸມຊົນ ທີ່ເຮັດວຽກດ້ານອະນຸຮັກສິ່ງແວດລ້ອມ ໃນປະເທດລາວ ກໍກ່າວວ່າ ອົງກອນພວກທ່ານຈະບໍ່ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລືນັ້ນ ຍ້ອນບໍ່ຮູ້ວ່າ ຈະເຂົ້າຮ່ວມໄດ້ແນວໃດ ແລະບໍ່ມີໜ່ວຍງານພາກຣັຖ ໃຫ້ຂໍ້ມູນ. ແຕ່ທາງສະມາຄົມກໍມີຄວາມເປັນຫ່ວງ ຖ້າຈະໃຫ້ມີການສ້າງເຂື່ອນກັ້ນແມ່ນໍ້າຂອງຂຶ້ນຕື່ມ ຍ້ອນເຫັນວ່າ ຜົລກະທົບຕໍ່ຊັພຍາກອນ ທໍາມະຊາດ, ສິ່ງແວດລ້ອມໃນແມ່ນໍ້າຂອງ ແລະຕໍ່ສັງຄົມ ຂ້ອນຂ້າງໜັກໜ່ວງ ແລະຮຸນແຮງຂຶ້ນນັບມື້ ດັ່ງຜູ້ຕາງໜ້າສະມາຄົມຊຸມຊົນ ທີ່ເຮັດວຽກດ້ານອະນຸຮັກສິ່ງແວດລ້ອມ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:

ພວກເຮົາກະລົກັນຢູ່ວ່າ ພວກເຮົາສິມີທາງອອກຄືແນວໃດເນາະ ກ່ຽວກັບເວົ້າເຣື່ອງເຂື່ອນ ສິ່ງແວດລ້ອມໃນພາກພື້ນແມ່ນໍ້າຂອງນີ້ນ່າ ເພື່ອໃຫ້ພວກເຮົາຫັ້ນ ມີສ່ວນຮ່ວມໃນການປະກອບຄວາມຄິດຄວາມເຫັນເນາະ ມີສ່ວນຮ່ວມໃນການພັທນາ ແລະຊັພຍາກອນໃນແມ່ນໍ້າຂອງ ນີ້ເນາະ.

ນັກອະນຸຮັກສິ່ງແວດລ້ອມ ແລະປ່າໄມ້ ຊາວລາວຜູ້ນຶ່ງ ເວົ້າວ່າ ຕົນກໍສົນໃຈຢາກເຂົ້າຮ່ວມກອງປະຊຸປຶກສາຫາລື ຂອງຜູ້ມີສ່ວນໄດ້ສ່ວນເສັຽຂອງເຂື່ອນຊະນະຄາມຄືກັນ ແຕ່ບໍ່ຮູ້ວິທີການ ແລະຂັ້ນຕອນໃນການທີ່ຈະເຂົ້າຮ່ວມແນວໃດ ເພາະພາກຣັຖບໍ່ເຄີຍແຈ້ງຂ່າວໃຫ້ຮູ້, ຢາກເຂົ້າຮ່ວມ ຍ້ອນຕ້ອງການສເນີໃຫ້ຜູ້ມີສ່ວນໄດ້ສ່ວນເສັຽ ເຫັນເຖິງຜົລກະທົບດ້ານສິ່ງ ແວດລ້ອມ ຮວມເຖິງປ່າໄມ້, ສັດນໍ້າ, ສັດປ່າ ແລະຜົລກະທົບຕໍ່ຊຸມຊົນ ທີ່ຈະເກີດຈາກເຂື່ອນແມ່ນໍ້າຂອງ:

ເຄືອຂ່າຍເຮົາມີຫຼາຍອົງກອນຢູ່ ມີ 20 ປາຍອົງກອນ ແຕ່ບໍ່ເຄີຍໄດ້ເຂົ້າຮ່ວມນ່າ ກະມີຫຼາຍບັນຫາຢູ່ ທັງສິ່ງແວດລ້ອມ ປ່າໄມ້ ທັງຊັພຍາກອນທັມຊາດ.

ກອງປະຊຸມປຶກສາຫາລື ຂອງຜູ້ມີສ່ວນໄດ້ສ່ວນເສັຽ ກັບໂຄງການເຂື່ອນຊະນະຄາມ ທີ່ກໍາລັງຈະຈັດຂຶ້ນນີ້ ຄະນະກໍາມາທິການ ແມ່ນໍ້າຂອງສາກົລ MRC ແຈ້ງວ່າ ສະເພາະວັນທີ 29 ພຶສຈິກາ ຈະໃຫ້ສະເພາະພາກສ່ວນທີ່ໄດ້ຮັບເຊີນ ເທົ່ານັ້ນເຂົ້າຮ່ວມ ແລະວັນທີ 30 ພຶສຈິກາ ຈຶ່ງຈະເປັນການປະຊຸມ ເປີດກວ້າງຂອງຜູ້ມີສ່ວນໄດ້ສ່ວນເສັຽ ແລະພາກປະຊາສັງຄົມຕ່າງໆເຂົ້າຮ່ວມ. ເປັນທີ່ຄາດກັນວ່າ ຜູ້ທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະມີປະມານ 200 ຄົນ ທັງຈາກຕົວແທນຂອງຊຸມຊົນ, ພາກປະຊາສັງຄົມ, ພາກເອກກະຊົນ, ອົງການພັທນາເອກກະຊົນ ຣະດັບສາກົລ ແລະທ້ອງຖິ່ນ, ສະຖາບັນການສຶກສາ ແລະສື່ມວນຊົນ ເຂົ້າຮ່ວມ. ອີງຕາມຣາຍງານຜົລ ການປະເມີນ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ, ​ເຂື່ອນຊະນະຄາມ ຈະສົ່ງຜົລກະທົບຕໍ່ຊຸມຊົນໃນລາວ 13 ບ້ານ ຢູ່ 3 ເມືອງ ຄືເມືອງຊະນະຄາມ, ເມືອງແກ່ນທ້າວ ແລະເມືອງປາກລາຍ ຮວມ 621 ຄອບຄົວ-ເກືອບ 3,000 ຄົນ. ໃນນັ້ນ ບ້ານທີ່ຈະໄດ້ຮັບຜົລກະທົບ 100% ມີ 267 ຄອບຄົວ ຄືບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ 36 ຄອບຄົວ ແລະຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກໍແມ່ນບ້ານຫ້ວຍລ້າ 81 ຄອບຄົວ ແລະບ້ານແຄ 150 ຄອບຄົວ. ບ້ານທີ່ຈະໄດ້ຮັບຜົລກະທົບບາງສ່ວນ ຊຶ່ງຈະມີບາງຄອບຄົວຖືກໂຍກຍ້າຍ ຫຼື ສູນເສັຽທີ່ດິນມີ 354 ຄອບຄົວ ຄື ເມືອງຊະນະຄາມ ແຂວງວຽງຈັນ ມີ 4 ບ້ານ ຄື ບ້ານດອນພຸງ 40 ຄອບຄົວ,​ ບ້ານໄມ່ປາກທູນ 54 ຄອບຄົວ, ບ້ານຫ້ວຍເຕົ່າ 56 ຄອບຄົວ ແລະບ້ານຄົກເຂົ້າດໍ 6 ຄອບຄົວ; ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ມີ 3 ບ້ານ ຄືບ້ານດອນເມນ 120 ຄອບ ຄົວ, ບ້ານນາຄໍາ 19 ຄອບຄົວ, ບ້ານດອນສັ້ງ 17 ຄອບຄົວ ແລະຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ມີ 3 ບ້ານ ຄືບ້ານບຸ່ງມາ 10 ຄອບຄົວ, ບ້ານແກ້ງເສົາ 29 ຄອບຄົວ ແລະບ້ານນາສັກ 3 ຄອບຄົວ. ໂຄງການເຂື່ອນຊະນະຄາມ ຂນາດ 684 ເມກາວັດ, ບໍຣິສັດ Datang (Lao) Sanakham Hydropower ຊຶ່ງເປັນບໍຣິສັດຍ່ອຍ ຂອງບໍຣິສັດ Datang International Power Generation ຂອງຈີນ ເປັນຜູ້ສ້າງ, ມູນຄ່າກໍ່ສ້າງປະມານ 2 ຕື້ໂດລາສະຫະຣັຖ. ເບື້ອງຕົ້ນ ໂຄງການເຂື່ອນຊະນະຄາມ ເລີ່ມເຂົ້າສູ່ຂະບວນການປຶກສາຫາລືລ່ວງໜ້າ ເມື່ອວັນທີ 9 ກັນຍາ 2019 ແລະຈະເລີ່ມກໍ່ສ້າງໃນປີ 2020. ແຕ່ຍ້ອນການຣະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ໂຄງການນີ້ຖືກເລື່ອນ ຂະບວນການປຶກສາຫາລື ລ່ວງໜ້າອອກໄປ. ແຕ່ເຖິງຢ່າງໃດກໍຕາມ ໂຄງການນີ້ ກໍມີກໍານົດທີ່ຈະກໍ່ສ້າງໃຫ້ສໍາເຣັດ ໃນປີ 2028 ເພື່ອ ຜລິດໄຟຟ້າ ສົ່ງຂາຍໃຫ້ປະເທດໄທຍເປັນຫລັກ. ປັດຈຸບັນ ເຂື່ອນໄຟຟ້າແມ່ນໍ້າຂອງ ທີ່ກໍາລັງກຽມພ້ອມຈະກໍ່ສ້າງ ກໍມີເຂື່ອນປາກລາຍ, ເຂື່ອນປາກແບງ, ເຂື່ອນຫຼວງພຣະບາງ. ສ່ວນເຂື່ອນຊະນະຄາມ ຍັງຢູ່ລະຫວ່າງຂະບວນການ ປຶກສາຫາລືລ່ວງໜ້າຂອງ MRC ແລະເຂື່ອນພູງອຍ ທີ່ຢູ່ໃນລະຫວ່າງການສຶກສາ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org