ຍຶດລູກໝີດຳ 16 ໂຕ ຢູ່ນະຄອນຫຼວງວຽງຈັນ

0:00 / 0:00

ເມື່ອ​ວັນ​ທີ 17 ເດືອນ​ມີ​ນາ ທີ່​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່ ຜ​ແນກ​ຕໍ​າ​ຣວດ​ສິ່ງ​ແວດ​ລ້ອມ ນ​ະ​ຄອນຫຼວງວຽງ​ຈັນ ແລະ​ເຈົ້າ​ໜ້າ​ທີ່ ຫ້ອງ​ການ​ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ ໄດ້​ລົງ​ກວດ​ກາ​ພື້ນ​ທີ່ ຢູ່​ສະ​ຖາ​ບັນການເງິນຈຸລະພາກ ຊື່ວ່າ ຢ້າໄທ ຢູ່​ບ້ານ​ໜອງ​ສະ​ໂນ​ຄຳ ເມືອງ​ສີ​ໂຄດ​ຕະ​ບອງ ແລະ ໄດ້​ຍຶດ​ລູກ​ໝີ​ນ້ອຍສີ​ດຳ ຈຳ​ນວນ 16 ໂຕ ທີ່​ຖືກ​ນຳ​ເຂົ້າ​ມາຢູ່​ໃນ​ບ່ອນ​ດັ່ງ​ກ່າວ ເຊິ່ງ​ພົບ​ວ່າ ບໍ່​ມີ​ເອ​ກະ​ສານ ຂໍ​ອະ​ນຸ​ຍາດ​ນຳ​ເຂົ້າ ຢ່າງ​ຊັດ​ເຈນ ແລ​ະ​ຜູ້​ຄຸ້ມ​ຄອງ​ໝີ​ດັ່ງ​ກ່າວ ກໍ​ບໍ່​ສາ​ມາດ​ລະ​ບຸ​ໄດ້ ວ່າ ນຳ​ໝີ​ນ້ອຍ 16 ໂຕ​ນັ້ນ ມາ​ຈາກ​ຕ່າງ​ແຂວງ ຫຼື ຕ່າງ​ປະ​ເທດ ຈຶ່ງ​ໄດ້​ກັກ​ໂຕ​ໄປ​ສືບ​ສວນ-ສອບ​ສວນ ເພີ່ມ​ຕື່ມ ເພື່ອ​ຂ​ຍາຍ​ຜົ​ລ ຫາ​ຜູ້​ຮ່ວມ​ຂບວນ​ການ ແລະ​ສ່ວນ ໝີ​ນ້ອຍ ທັງ 16 ໂຕ​ນັ້ນ ກໍ​ໄດ້​ນຳ​ໄປ​ມອບ​ໃຫ້ແກ່​ໂຄ​ງ​ການ ອະ​ນຸ​ຮັກ​ໝີ “Free the Bears” ຢູ່ແຂວງຫຼວງພຣະບາງ ເພື່ອນໍາໄປລ້ຽງດູ ແລະປ່ອຍຄືນສູ່ທັມມະຊາຕ, ອີງຕາມການຣາຍງານ ຂອງເຟສບຸກ ປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ເມື່ອວັນທີ 20 ເດືອນມີນາ ປີ 2024.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຜແນກຕໍາຣວດສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະຫ້ອງການ ປກສ ເມືອງສີໂຄດຕະບອງ ເພື່ອສອບຖາມຣາຍລະອຽດ ແລະທີ່ມາທີ່ໄປ ຂອງເຣື່ອງນີ້ ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກໃຫ້ຂໍ້ມູນເພີ່ມຕື່ມ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື່ອງນີ້ ກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ກໍາລັງສືບສວນ-ສອບສວນ ຜູ້ທີ່ຄຸ້ມຄອງໝີນ້ອຍດັ່ງກ່າວ ເພື່ອຊອກຫາຜູ້ຮ່ວມກະທໍາຜິດ ມາດໍາເນີນຄະດີຕາມກົດໝາຍ ແລະໝີນ້ອຍ ທັງ 16 ໂຕ ກໍໄດ້ຖືກສົ່ງໄປຍັງແຂວງຫຼວງພຣະບາງແລ້ວ.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມີນາ ນີ້ວ່າ:

“ຍັງສືບສວນ-ສອບສວນຢູ່ນ່າ ຍັງບໍ່ທັນຮູ້ ໃຜເອົາເຂົ້າ ຈັບໄດ້ມີແຕ່ ຜູ້ດູແລຊື່ໆນ່າ ຜູ້ຮັກສາຢູ່ຫັ້ນ ເຈົ້າໜ້າທີ່ເພິ່ນມອບໃຫ້ ພວກຄຸ້ມຄອງສັດປ່າ ຢູ່ຫຼວງພຣະບາງເດີ້ ເພິ່ນເອົາເມືອພຸ້ນລະ.”

ກ່ອນໜ້ານີ້ ເມື່ອວັນທີ 17 ເດືອນມີນາ ປີ 2024 ທ່ານ ພັນໂທ ຈັດສະໝຸດ ຈັນທະລັງສອນ ຮອງຫົວໜ້າ ຜແນກຕໍາຣວດສິ່ງແວດລ້ອມ ຫ້ອງຕຳຣວດ ປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ກ່າວຜ່ານສື່ມວນຊົນ ປກສ ນະຄອນຫຼວງວຽງຈັນ ວ່າ ໝີນ້ອຍ ຈໍານວນດັ່ງກ່າວ ແມ່ນຖືກນໍາເຂົ້າມາ ແບບບໍ່ຮູ້ບ່ອນທີ່ມາ ຈຶ່ງເຂົ້າຂ່າຍ ການລັກລອບເຄື່ອນຍ້າຍສັດປ່າ ແບບຜິດກົດໝາຍ ແລະທາງເຈົ້າໜ້າທີ່ ກໍກໍາລັງຂຍາຍຜົລ ເພື່ອຫາຜູ້ຮ່ວມກະທໍາຜິດ ມາດໍາເນີນຄະດີ.

ດັ່ງທ່ານກ່າວວ່າ:

“ເຫັນວ່າ ໝີດັ່ງກ່າວນີ້ ບໍ່ມີເອກະສານຢັ້ງຢືນ ແລ້ວກະບໍ່ມີ ຕົ້ນທາງທີ່ມາ ຢ່າງຊັດເຈນເນາະການດໍາເນີນຄະດີ ແມ່ນທາງເຈົ້າໜ້າທີ່ເຮົາ ແມ່ນໄດ້ສືບຕໍ່ດໍາເນີນ ຊອກຫາຜູ້ກະທໍາຜິດ ມາດໍາເນີນຂັ້ນຕອນ ຂອງກົດໝາຍ.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງໂຄງການອະນຸຮັກໝີ “Free the Bears” ຢູ່ແຂວງຫຼວງພຣະບາງ ເພື່ອສອບຖາມຄວາມຄືບໜ້າເພີ່ມຕື່ມ ຂອງໝີນ້ອຍຈໍານວນດັ່ງກ່າວ ແຕ່ທາງເຈົ້າໜ້າທີ່ ທີ່ຮັບຜິດຊອບ ຍັງບໍ່ສະດວກທີ່ຈະໃຫ້ສັມພາດ.

ໃນຂະນະທີ່ ພະນັກງານນາງນຶ່ງ ປະຈໍາສວນສັດແຫ່ງນຶ່ງ ກ່າວວ່າ ຕາມປົກກະຕິແລ້ວ ການນໍາໝີ ປະເພດຕ່າງໆ ເຂົ້າມາລ້ຽງໃນລາວ ຕ້ອງໄດ້ມີເອກະສານຢັ້ງຢືນ ຢ່າງຄັກແນ່ ລວມທັງ ຜ່ານການອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອຢັ້ງຢືນວ່າ ເປັນໝີ ທີ່ນໍາເຂົ້າມາແບບຖືກຕ້ອງ ຕາມກົດໝາຍ ສ່ວນສໍາລັບ ໝີນ້ອຍທີ່ຖືກຍຶດໄດ້ ໃນເທື່ອນີ້ນັ້ນ ນາງ ກໍບໍ່ຮູ້ທີ່ມາທີ່ີໄປ ຢ່າງຄັກແນ່.

ດັ່ງນາງ ກ່າວວ່າ:

“ເພິ່ນກະອະນຸຍາດໃຫ້ລ້ຽງຢູ່ ແຕ່ກະຕ້ອງ ໄດ້ຂໍອະນຸຍາດຈາກທາງພາກຣັຖ ເພິ່ນຫັ້ນແຫຼະເຈົ້າ ບໍ່ແມ່ນວ່າ ຢູ່ໆແລ້ວຊິລ້ຽງ ເພິ່ນກະບໍ່ໄດ້ໃຫ້ລຽງທົ່ວໄປ.”

ທາງດ້ານຜູ້ປະກອບການສວນສັດ ໃນລາວ ນາງນຶ່ງ ກ່າວວ່າ ສໍາລັບໝີດໍາ ແລະແມ່ນແຕ່ລູກໝີດໍາ ກໍຍັງເປັນທີ່ຕ້ອງການ ຂອງພໍ່ຄ້າ-ແມ່ຄ້າ ຈໍານວນນຶ່ງ ໃນລາວ ເພື່ອນໍາມາເຈາະເອົານໍ້າບີ ແລ້ວນໍາໄປຂາຍເປັນຢາປິ່ນປົວ ຫຼື ຢາອື່ນໆ ສ່ວນໝີດໍານ້ອຍ ທັງ 16 ໂຕ ທີ່ວ່ານັ້ນ ກໍບໍ່ຮູ້ຄັກແນ່ ວ່າ ຜູ້ທີ່ລັກລອບນໍາເຂົ້າມາ ແມ່ນມີຈຸດປະສົງອັນໃດແທ້.

ດັ່ງຍານາງກ່າວວ່າ:

“ມາລ້ຽງໄວ້ເອົາບີເພິ່ນ ດູດເອົາບີ ເພິ່ນຂາຍຫັ້ນນ່າ ຜູ້ໃດເຈັບ ຜູ້ໃດປວດຫຍັງແຫຼະ ລົ້ມແຫຼະດູດເອົາ ແບບວ່າເຮົາບໍ່ໄດ້ຂ້າເພິ່ນຫັ້ນນ່າ ສັກຢາສະຫຼົບ ແລ້ວກະດູດເອົານໍ້າບີເພິ່ນອອກມາ ແລ້ວກະໃສ່ສະລີ້ງແຊ່ແຂງໄວ້ ແບບປົວແບບປະຖົມປະຖານຫັ້ນນ່າ.”

ສ່ວນຊາວບ້ານ ຜູ້ຂາຍບີໝີ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າ ປັດຈຸບັນ ທ່ານເອງ ກໍຍັງລ້ຽງໝີໄວ້ຈໍານວນນຶ່ງ ເພື່ອດູດເອົານໍ້າບີໄວ້ຂາຍ ໃຫ້ແກ່ຜູ້ທີ່ສົນໃຈ ໃນລາຄາ ຖົງລະ 4 ລ້ານ 5 ແສນກີບ ເຊິ່ງເປັນໝີ ທີ່ທ່ານໄດ້ມາຈາກໃນປ່າ ບໍ່ແມ່ນໄດ້ນໍາເຂົ້າ ຈາກຕ່າງປະເທດ ຫຼື ຈາກຕ່າງແຂວງ ແລະທາງເຈົ້າໜ້າທີ່ ກໍບໍ່ໄດ້ວ່າຫຍັງ.

ດັ່ງທ່ານກ່າວວ່າ:

“ຕອນນີ້ ຖົງນຶ່ງ 4 ລ້ານ 5 ນ່າ ມີ ແຕ່ເອົາໃສ່ກັບ ຫຼືວ່າອັນນັ້ນ ກະບໍ່ໄດ້ຫຍັງດອກ ສ່ວນຫຼາຍກະມີປ່າ ພາກສ່ວນມີອັນນັ້ນລ້ຽງ ບໍ່ໄດ້ຢູ່ສູນຫຼວງພຣະບາງໃດ໋.”

ນອກຈາກນີ້ແລ້ວ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຍັງ ອົງກອນກ່ຽວກັບການຄຸ້ມຄອງສັດປ່າ ຢູ່ປະເທດລາວ ທີ່ບໍ່ຂຶ້ນກັບຣັຖບານລາວ ແຕ່ເຈົ້າໜ້າທີ່ແຕ່ລະອົງກອນ ກໍຍັງບໍ່ສາມາດໃຫ້ຄໍາເຫັນ ກ່ຽວກັບເຣື່ອງນີ້ໄດ້ເທື່ອ ຍ້ອນ ຍັງບໍ່ທັນໄດ້ຮັບແຈ້ງຂໍ້ມູນຢ່າງຄັກແນ່.

ກ່ອນໜ້ານີ້ ໃນວັນທີ 16 ເດືອນກຸມພາ ປີ 2024 ໂຄງການອານຸຮັກໝີ Free the bears ສາມາດຊ່ອຍຊີວິດ ໝີ ພຣະຈັນກຳພ້າ (Moon bear cubs) ເພດຜູ້ ເຊິ່ງເປັນພີ່ນ້ອງກັນ ໄດ້ 2 ໂຕ ພາຍຫຼັງຖືກກັກຂັງ ໃນກົງຂັງ ມາເປັນເວລາ 2 ປີ ຢູ່ທາງທິດຕາເວັນຕົກສຽງເໜືອ ຂອງປະເທດລາວ ທີ່ມີຊາຍແດນຕິດກັບປະເທດໄທຍ.

ເຖິງແມ່ນວ່າ ການຊື້-ຂາຍໝີ ເຊິ່ງເປັນສັດຫວງຫ້າມ ຈະມີຄວາມຜິດທາງກົດໝາຍ ແຕ່ປັດຈຸບັນ ກໍຍັງມີການລັກລອບ ຊື້-ຂາຍໝີ ເລື້ອຍໆ ອີກທັງ ໝີ ສ່ວນໜຶ່ງ ແມ່ນຖືກລັກລອບ ສົ່ງອອກໄປຍັງປະເທດວຽດນາມ ແຕ່ບໍ່ທັນສາມາດ ຮັບຮູ້ໄດ້ເທື່ອ ວ່າ ບັນດາໝີດັ່ງກ່າວນີ້ ຖືກນຳໄປເຮັດຫຍັງ, ອີງຕາມການຣາຍງານ ຂອງວິທຍຸເອເຊັຽເສຣີ ໃນກ່ອນໜ້ານີ້.