ການ ຊອກຄົ້ນ ຫາ ສົບ ເດັກນ້ອຍ ນັກຮຽນ ທີ່ ຈົມນໍ້າ ຫາຍໄປ ໃນເຫດ ເຮືອບັກ ຫລົ້ມ ຢູ່ ກາງ ນໍ້າງື່ມ, ຣະຫວ່າງ ບ້ານ ທ່າກົກໄຮ ແລະ ບ້ານ ນາບົງ ເມືອງ ປາກງື່ມ ນະຄອນ ຫລວງ ວຽງຈັນ, ໄດ້ ພົບອີກ ແລ້ວ 6 ສົບ ມາຮອດ ວັນ ພະຫັດ ທີ 28 ພຶສພາ ນີ້. ໃນນັ້ນ ເປັນ ນັກຮຽນ ຊາຍ 1 ຄົນ ແລະ ນັກຮຽນ ຍິງ 5 ຄົນ, ຊຶ່ງ ເຮັດໃຫ້ ເຈົ້າໜ້າທີ່ ໜ່ວຍ ກູ້ພັຍ ມີ ກໍາລັງໃຈ ຫລາຍ ຂຶ້ນ.
ໂຄສົກ ຕໍາຣວດ ລາວ ກ່າວ ຕໍ່ ຂ່າວ ຊິນຮົວ ຈາກ ນະຄອນ ຫລວງ ວຽງຈັນ ວ່າ, ສົບ ຂອງ ເດັກນ້ອຍ ທັງ 6 ຖືກ ພົບ ຢູ່ຫ່າງ ຈາກ ບ່ອນ ເກີດເຫດ ປະມານ 2-3 ກິິໂລແມັຕ. ພວກ ເດັກນ້ອຍ ນັກຮຽນ ປໍ 5 ກຸ່ມນີ້ ຂີ່ ເຮືອບັກ ຂ້າມ ນໍ້າງື່ມ ເພື່ອ ໄປ ສອບເສັງ ຈົບ ຊັ້ນຮຽນ ແລະ ກຽມເຂົ້າ ໂຮງຮຽນ ມັທຍົມ ຕົ້ນ.
ສໍາລັບ ໜ່ວຍ ກູ້ພັຍ ກໍ ບໍ່ລົດລະ ເຖິງ ຈະມີ ຄວາມຫວັງ ໜ້ອຍ ໃນ ການ ຊອກຫາ ສົບ ຂອງ ເດັກນ້ອຍ ທີ່ ໄດ້ ສູນຫາຍໄປ, ຍ້ອນວ່າ ກະແສ ນໍ້າໄຫລ ແຮງ, ໃນເຂດ ນໍ້າງື່ມ 354 ກິໂລແມັຕ ຊຶ່ງ ເປັນ ລໍານໍ້າ ສາຂາ ບ່ອນ ໃກ້ ຈະມາ ພົບກັບ ແມ່ ນໍ້າຂອງ ທີ່ ມີ ຄວາມຍາວ ແລະ ໄຫລ ແຮງ ກວ່າ ນັ້ນ.
ເຫດການ ເຮືອບັກ ຫລົ້ມ ເທື່ອນີ້ ບົ່ງບອກ ເຖິງ ຄໍາ ຮຽກຮ້ອງ ຕື່ມອີກ, ເພື່ອ ໃຫ້ ມີການ ກໍ່ສ້າງ ຂົວ ຂ້າມ ນໍ້າງື່ມ ໃນເຂດ ດັ່ງກ່າວ, ເພື່ອ ຫລຸດຜ່ອນ ຄວາມສ່ຽງ ຂອງ ຜູ້ ໂດຍສານ ຂ້າມ ໄປ-ມາ, ແລະ ມີ ຣາຍງານ ວ່າ ທາງການ ນະຄອນ ຫລວງ ວຽງຈັນ, ໄດ້ ສັ່ງໃຫ້ ໂຮງຮຽນ ທຸກແຫ່ງ ໃນ ເມືອງ ປາກງື່ມ ຊັກທຸງ ລົງ ເຄິ່ງ ເສົາ, ໃນ ວັນພະຫັດ ແລະ ວັນສຸກ ນີ້, ເພື່ອໄວ້ ອາໄລ ແດ່ ພວກ ເດັກນ້ອຍ ທີ່ ເສັຽ ຊີວິດ ໃນ ອຸບັດຕິເຫດ ຄັ້ງນີ້.