ເຂື່ອນເຊກອງເຕືອນ ຊາວບ້ານ

ໄຊຍາ
2020.09.29
F-Sekong ປະ​ຊາ​ຊົນ​ ເມືອງ​ທ່າ​ແຕງ ແຂວງເຊກອງ ( ຮູບຖ່າຍປິ 2011 )
RFA file photo

ເຂື່ອນຫ້ວຍລຳພັນໃຫຍ່ ແຂວງເຊກອງ ແຈ້ງການປ່ອຍນໍ້າ ຣະຫວ່າງ ວັນທີ 24-30 ກັນຍາ 2020 ແລະເຕືອນຊາວບ້ານ ລຸ່ມເຂື່້ອນ 7 ບ້ານ ໃນເຂດເມືອງທ່າແຕງ ໂດຍສະເພາະ ແມ່ນບ້ານດອນຊາ, ທົ່ງຫວາຍ, ໜອງກັນ, ຫ້ວຍດຳໃຫຍ່ ແລະ ໂທນນ້ອຍ ຫ້າມລົງຫາປາໃນ ໄລຍະປ່ອຍນໍ້າເຂື່ອນ. ດັ່ງເຈົ້າໜ້າທີ່ ບໍຣິສັດເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ແຂວງເຊກອງ ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 29 ກັນຍາ ວ່າ:

ປັດຈຸບນເຂື່ອນ ຫ້ວຍລຳພັນໃຫຍ່ ໄດ້ສ້າງສຳເຣັດແລ້ວ ແລະ ໄລຍະນີ້ເກີດຝົນຕົກໜັກ ຈຶ່ງແຈ້ງການປ່ອຍນໍ້າ ລົງທ້າຍເຂື່ອນນັບແຕ່ ວັນທີ 24-30 ກັນຍາ ນີ້ເພື່ອຮັກສາຣະດັບນໍ້າໜ້າເຂື່ອນບໍ່ໃຫ້ຣະດັບ ນໍ້າສູງເກີນມາຕຖານເຂື່ອນ, ອີງຕາມການແຈ້ງການຂອງເຂື່ອນຫ້ວຍລຳພັນ ໃຫຍ່ ວັນທີ 24 ກັນຍາ ຜ່ານມາຣະບຸວ່າ ໃນຣະຫວ່າງວັນທີ 18-23 ກັນຍາ 2020 ເກີດຝົນຕົກໜັກ ປະຣິມານນໍ້າ ຝົນ 52 ມິລລິແມັດ.

ຈົນເຮັດໃຫ້ເຂດອ່າງຮັບນໍ້າຂອງເຂື່ອນຫ້ວຍລຳພັນໃຫຍ່ ຣະດັບນໍ້າເພີ່ມສູງຂຶ້ນເກີນ 820.15 masl ຫຼືຄວາມສູງເໜືອຣະດັບນໍ້າທະເລ ປານກາງ ໂດຍອີງຕາມາຕຖານເຂື່ອນ ຣະດັບນໍ້າ ຕ້ອງຢູ່ຣະດັບ 820 ເໜືອຣະດັບນໍ້າທະເລ ປານກາງ.

ສຳລັບປະຣິມານນໍ້າ ທີ່ປ່ອຍລົງມາດ້ານລຸ່ມເຂື່ອນ ມີປະຣິມານ 55,6 ແມັດກ້ອນ ຕໍ່ວິນາທີ ແລະ ຫຼັງຈາກວັນທີ 30 ກັນຍາ ເປັນຕົ້ນໄປ ຖ້າບໍ່ຝົນຕົກລົງ ມາຕື່ມເຂື່ອນ ຈະປ່ອຍນໍ້າຕາມ ປະຣິມານນໍ້າໄຫຼເຂົ້າອ່າງ ໂຕຈີງ.

ຂນະທີ່ຊາວບ້ານໂທນນ້ອຍ ເມືອງທ່າແຕງ ແຂວງເຊກອງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ເຂື່ອນ ປ່ອຍນໍ້າລົງມາກະໄດ້ແຈ້ງ ມາຫາຊາວບ້ານລຸ່ມ ເຂື່ອນແລະບໍ່ໄດ້ເຮັດໃຫ້ນໍ້າຖ້ວມ ແຕ່ຢ່າງໃດ:

"ບໍ່ມັນກະບໍ່ຖ້ວມມັນກະເພີ່ນກະປະກາດເດ້ຍາມນີ້ຄັນມັນເຫຼືອບ່າກວ່າແຮງ ທາງເທີງຂະເຈົ້າກາຈຳເປັນຕ້ອງໄດ້ປ່ອຍ ຂະເຈົ້າກະປ່ອຍແລ້ວ ເນາະ ມັນລົ້ນມາມັນກາ ຢ້ານມັນຫັກມັນຫຍັງ."

ຊາວບ້ານໂທນນ້ອຍ ເມືອງທ່າແຕງ ແຂວງເຊກອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ຣະດັບນໍ້າໃນຫ້ວຍລຳພັນໃຫຍ່ ເພີ່ມສູງຂຶ້ນ ແຕ່ກໍບໍ່ໄດ້ຖ້ວມ.

"ຫຼາຍຢູ່ບໍ່ທາງນີ້ມັນບໍ່ໄດ້ຖ້ວມບໍ່ໄດ້ໄປສັງເກດເບີ່ງ ເນາະອັນນີ້ບໍ່ໄດ້ຮູ້ ເນາະອ້າຍ."

ສ່ວນຊາວບ້ານດອນຊາ ເມືອງທ່າແຕງແຂວງເຊກອງ ໄດ້ກ່າວວ່າ ບໍ່ໄດ້ຮັບຜົນກະທົບ ຈາກການປ່ອຍນໍ້າຂອງເຂື່ອນຫ້ວຍລຳພັນໃຫຍ່.

"ປີນີ້ຫຍັງເອີຖືວ່າໜ້າຝົນຍັງປົກກະຕິເນາະ ຍັງບໍ່ຮ້າຍແຮງເດືອນ 9 ເດືອນ 10 ຂື້ນມັນຈະຂ້ອນຂ້າງແຮງ ແຕ່ລະປີຫັ້ນນ່າ."

ຕໍ່ກັບການປ່ອຍນໍ້າເຂື່ອນຫ້ວຍລຳພັນໃຫຍ່ ເຈົ້າໜ້າທີ່ພະລັງງານແລະບໍ່ແຮ່ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ການປ່ອຍນໍ້າລົງລຸ່ມ ເຂື່ອນ ເທື່ອນີ້ບໍ່ໄດ້ເຮັດ ໃຫ້ເກີດນໍ້າຖ້ວມ.

"ມັນພຽງແຕ່ວ່າຣະບາຍນໍ້າອອກ ທັມມະດາ ຊື່ໆ ບໍ່ເຖິງຂນາດວ່າຖ້ວມ ຫັ້ນນ່າ ແຕ່ວ່າແຈ້ງອອກວ່າຄືເພິ່ນໄປຫາປາ ອີ່ຫຍັງຫັ້ນນ່າ ຢ້ານເພີ່ນຕື່ນ ແຕກຕື່ນຈັ່ງຊີ້ນ່າ ກາຕົກຢູ່ຫາກບໍ່ປານໃດ."

ໂຄງການເຂື່ອນຫ້ວຍລຳພັນໃຫຍ່ຂນາດ 88 ເມກາວັດ ໂດຍເປັນການລົງທຶນ ຂອງ ບໍຣິສັດ ໄຟຟ້າລາວລົງທຶນ 100% ແລະ ມີບໍຣິສັດ China Gezhouba Group ຂອງ ຈີນເປັນ ຜູ້ຮັບເໝົາກໍ່ສ້າງ ແລະ ເປີດຜລິດໄຟຟ້າ ທາງການມາແຕ່ປີ 2015 ໃຫ້ກັບຣັຖວິສາຫະກິດ ໄຟຟ້າລາວເພື່ອໃຊ້ ໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.