ນ້ຳເຊບັ້ງໄຟລົ້ນຝັ່ງ
2015.07.22
ເຈົ້າຫນ້າທີ່ ຜແນກ ອຸຕຸນິຍົມ ວິທຍາ ແຂວງ ຄຳມ່ວນ ກ່າວ ໃນ ວັນທີ 21 ກໍຣະກະດາ ວ່າ, ປັດຈຸບັນ ຣະດັບ ນ້ຳ ເຊບັ້ງໄຟ ຢູ່ເຂດ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ໄດ້ ຂື້ນ ກາຍຂີດ ເຕືອນພັຍ, ໄຫລ ຖ້ວມ ບ້ານ ເຮືອນ ປະຊາຊົນ ທີ່ ຢູ່ ແຄມນ້ຳ, ຫລັງຈາກ ຝົນ ຕົກຫນັກ ຕິດຕໍ່ ກັນ ຫລາຍວັນ ແລະ ມີໂອກາດ ທີ່ ຣະດັບ ນ້ຳ ຈະສູງຂຶ້ນ ເລື້ອຍໆ. ດັ່ງ ນາງ ກ່າວວ່າ:
"ດຽວນີ້ ໄດ້ 18 ແມັດ ແລ້ວເນາະ ມັນກະ ຊິລົ້ນ ເພາະວ່າ ມັນກາຍ ເຕືອນພັຍ ແລ້ວ ເຕືອນພັຍ ລະ 17 ແມັດ 50, ບ່ອນຕ່ຳ ກະຖືວ່າ ເຂົ້າແລ້ວ ເນາະ ກະຍັງ ບໍ່ໄດ້ ເຖິງວ່າ ຊິວິກິດ ຄື ປີກອ່ນ, ດຽວນີ້ ເພິ່ນກະເຮັດ ຄັນຄູ ເນາະ, ຄັນຄູ ສູງຂຶ້ນ ກວ່າປີ ກ່ອນ".
ເຈົ້າຫນ້າທີ່ ນາງນີ້ ກ່າວຕື່ມ ວ່າ, ຫລ້າສຸດ ທາງການ ໄດ້ສົ່ງ ຫນັງສື ໄປຫາ ເມືອງ ຕ່າງໆ, ທີ່ຕັ້ງຢູ່ ແຄມນ້ຳ ເຊບັງໄຟ, ດັ່ງ ເມືອງ ມະຫາໄຊ ເຊບັ້ງໄຟ ແລະ ເມືອງ ບົວລະພາ ໃຫ້ ອຳນາດ ການປົກຄອງ ທ້ອງຖິ່ນ ແຈ້ງເຕືອນ ປະຊາຊົນ ຕຣຽມ ເຄື່ອນຍ້າຍ ສິ່ງຂອງ ໄປຢູ່ ບ່ອນສູງ ຖ້າວ່າ ຣະດັບ ເຊບັ້ງໄຟ ຍັງເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ.
ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຫາ ຫ້ອງການ ເມືອງ ມະຫາໄຊ ແລະ ເຈົ້າຫນ້າທີ່ ແຮງງານ ປະຈຳ ເມືອງ, ເພື່ອ ຢາກຮູ້ ສະພາບການ ນ້ຳຖ້ວມ, ແຕ່ ປະກົດວ່າ ບໍ່ສາມາດ ຕິດຕໍ່ ໄດ້ ຈຶ່ງ ບໍ່ຮູ້ ຄວາມ ຄືບຫນ້າ ເຣື້ອງ ຄວາມ ເສັຽຫາຍ ຂອງ ປະຊາຊົນ.
ສື່ ທາງການ ລາວ ຣາຍງານ ວ່າ, ມີນ້ຳຖ້ວມ ເກີດຂຶ້ນ ແລ້ວ ໃນ 3 ແຂວງ ຂອງລາວ, ດັ່ງ ແຂວງ ຄຳມ່ວນ ສວັນນະເຂດ ແລະ ສາຣະວັນ ຫລ້າສຸດ ກົມ ອຸຕຸນິຍົມ ຣາຍງານ ວ່າ ຝົນ ຈະຕົກ ຢ່າງ ຕໍ່ເນື່ອງ ໃນ ທົ່ວ ປະເທດ, ໃຫ້ ປະຊາຊົນ ຣະມັດ ຣະວັງ ເປັນ ພິເສດ.