ການອະນຸຮັກປາຂ່າ ຫຼື ປາໂຣມາ
2015.02.11
ນ້ຳຂອງ ເປັນ ແມ່ນນ້ຳ ໃຫຍ່ ສາຍນຶ່ງ ໃນເຂດ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ເປັນ ອູ່ເຂົ້າ ອູ່ປາ ຂອງ ປະຊາຊົນ ຫຼາຍ ລ້ານ ຄົນ ແລະ ຫລ້າ ສຸດ ທາງການ ລາວ ຈະ ສ້າງ ເຂື່ອນ ດອນ ສະໂຮງ ຊຶ່ງ ເປັນ ບ່ອນຢູ່ ອາໄສ ຂອງ ປາຂ່າ ຫລື ປາໂລມາ ອິຣະວະດີ, ສິ່ງ ດັ່ງກ່າວ ເຮັດໃຫ້ ບັນດາ ນັກ ສິ່ງ ແວດລ້ອມ ມີຄວາມ ເປັນຫ່ວງ ວ່າ ທາງ ຂຶ້ນ-ລົງ ຂອງ ຝຸງ ພັນປາ ລວມທັງ ປາຂ່າ ຈະຖືກ ກີດກັ້ນ.
ປັດຈຸບັນ ຈຳນວນ ປາ ຂ່າ ໃນ ແມ່ນ້ຳຂອງ ພາກໃຕ້ ຂອງ ປະເທດລາວ ກຳລັງ ຖືກ ນາບຂູ່ ແລະ ເປັນ ປາ ຊນິດ ທີ່ ໃກ້ ຈະ ສູນພັນ, ຈຳນວນ ປາຂ່າ ຢູ່ເຂດ ດັ່ງກ່າວ ມີ ປະມານ 70 ໂຕ ອີງຕາມ ການ ສຳຣວດ ຂອງ ນັກວິຈັຍ ແລະ ເຫັນວ່າ ຈຳນວນ ປາຂ່າ ຫລຸດລົງ.
ໃນລະຍະ ປະມານ 10 ປີ ຜ່ານມາ ປາຂ່າ ໄດ້ ດັບສູນ ໄປ ປະມານ 100 ໂຕ ຍ້ອນ ສະພາບ ນໍ້າຂອງ ມີການ ປ່ຽນແປງ ແລະ ຈາກ ເຄື່ອງ ອຸປກອນ ຫາປາ ທີ່ ຜິດ ກົດໝາຍ ຂອງ ປະຊາຊົນ.
ຕໍ່ ສະພາບການ ດັ່ງກ່າວ ບັນດາ ນັກ ອະນຸຮັກ ສິ່ງ ແວດລ້ອມ ໄດ້ ຮ່ວມກັນ ສະເໜີ ໃຫ້ ບັນດາ ຜູ້ນຳ ປະເທດ ລຸ່ມ ແມ່ນ້ຳຂອງ ມີການ ປົກປັກ ຮັກສາ ສາຍພັນ ປາຂ່າ ຢູ່ ແມ່ນ້ຳຂອງ.