ຈົດໝາຍເປີດຊອງເຣື້ອງເຂື່ອນ ດອນສະໂຮງ
2016.11.18
ອົງການຮ່ວມ ກອບກູ້ ແມ່ນໍ້າຂອງ ສົ່ງຈົດໝາຍ ເປີດຊອງ ລົງວັນທີ 17 ພຶສຈິກາ 2016 ເຖິງ ບັນດາ ຜູ້ພັທນາ ໂຄງການ ເຂື່ອນ ດອນສະໂຮງ ເພື່ອສະແດງອອກ ເຖິງ ຄວາມກັງວົນ ຂອງຕົນ ເຣື່ອງ ການສ້າງເຂື່ອນ ນັ້ນ.
ຈົດໝາຍເປີດຊອງ ເວົ້າວ່າ ຜົລກະທົບ ຈາກເຂື່ອນ ດອນສະໂຮງ ຕໍ່ການປະມົງ ໃນຂົງເຂດ ແມ່ນ ຈະໜັກໜ່ວງ ຍ້ອນວ່າ ເຂື່ອນ ທີ່ ມີຄວາມສາມາດ ຜລິດ ກະແສໄຟຟ້າ ໄດ້ ຂ້ອນຂ້າງ ຕໍ່ານັ້ນ ຕັ້ງຢູ່ ຮູນ້ຳສຳຄັນ ສໍາລັບ ການຂຶ້ນ-ລ່ອງ ຂອງ ພວກໝູ່ປາ. ຄວາມໝັ້ນຄົງ ທາງດ້ານ ອາຫານ ຂອງຜູ້ຄົນ ຈໍານວນຫຼາຍ ພັນຄົນ ໃນເຂດອ່າງ ແມ່ນໍ້າຂອງ ທີ່ເພິ່ງພາ ປານາໆຊນິດ ທີ່ ຂຶ້ນ-ລ່ອງ ຊຶ່ງຕາມ ປົກກະຕິ ແລ້ວ ພວກໝູ່ປາ ຈະລອຍ ຂຶ້ນ-ລ່ອງ ຜ່ານຮູ ສະໂຮງນັ້ນ. ປະຊາຊົນ ບໍ່ຮູ້ຂໍ້ມູນ ພຽງພໍ ກ່ຽວກັບ ຂອບເຂດ ແລະ ຣະດັບ ຜົລກະທົບ ຈາກໂຄງການ ເຂື່ອນ ດັ່ງກ່າວ.
ນອກຈາກນັ້ນ ອົງການ ຮ່ວມ ກອບກູ້ ແມ່ນໍ້າຂອງ ຍັງກັງວົນວ່າ ຜູ້ພັທນາ ໂຄງການເຂື່ອນ ນັ້ນຈະບໍ່ ພິຈາຣະນາ ແລະບໍ່ ປະຕິບັດ ທຸກມາຕການ ເພື່ອ ຫລຸດຜ່ອນ ຜົລກະທົບ ຕ່າງໆ ທີ່ໄດ້ເວົ້າ ຢູ່ໃນ ຣາຍງານ ປະເມີນ ຜົລກະທົບ ທາງດ້ານ ສະພາບແວດລ້ອມ ຫລື EIA ປີ 2013 ທີ່ຈະເກີດຂຶ້ນ ຈາກເຂື່ອນ ນີ້.
ພ້ອມດຽວກັນນີ້ ຈົດໝາຍ ເປີດຊອງ ຂອງອົງການ ກອບກູ້ ແມ່ນໍ້າຂອງ ກໍຮຽກຮ້ອງ ໃຫ້ຜູ້ພັທນາ ໂຄງການ ເຂື່ອນ ດອນສະໂຮງ ຢືນຢັນ ທີ່ຈະ ປະຕິບັດ ທຸກ ມາຕການ ອັນຈໍາເປັນ ຮວມທັງ ຣະບົບ ແຍກ ແລະ ບໍ່ໃຫ້ປາ ເຂົ້າມາທາງ ຮູສະໂຮງ ແລະ ເຄື່ອງປັ່ນໄຟ ທີ່ກັ້ນຢູ່ນັ້ນ ເພື່ອ ຮັບປະກັນ ການຫລຸດຜ່ອນ ຜົລກະທົບ ຈາກ ເຂື່ອນ ມີປະສິດທິພາບ ຫລາຍ ເທົ່າທີ່ ຈະຫລາຍໄດ້. ແລະໃຫ້ ໂຈະ ການສ້າງ ເຂື່ອນ ນັ້ນ ໄປຈົນກວ່າ ຂໍ້ມູນ ຮອບດ້ານ ກ່ຽວກັບ ຜົລກະທົບ ທາງ ສະພາບ ແວດລ້ອມ ແລະ ສັງຄົມ ແລະ ແກ້ໄຂ ບັນຫາ ຄວາມກັງວົນ ທີ່ຣັຖບານ ປະເທດຕ່າງໆ ໃນເຂດລຸ່ມ ແມ່ນໍ້າຂອງ ໄດ້ຍົກຂຶ້ນ ນັ້ນ ເປີດເຜີຍ ຕໍ່ມວນຊົນ.