ສະພາ ຂ.ສວັນນະເຂດ ອອກແກ້ ບັນຫາ ໂຮງງານ ຊັນເປເປີ້

ໄມຊູລີ
2019.07.31
F-Sun-Paper ທາງດ້ານໜ້າ ຂອງໂຮງງານຜລິດເຈັ້ຽ ຊັນເປເປີ ເມືອງເຊໂປນ ແຂວງສວັນນະເຂດ
Screen captured : ໂທຣະພາບເຊໂປນ

ສະພາປະຊາຊົນແຂວງສວັນນະເຂດ ລົງພື້ນທີ່ແກ້ໄຂບັນຫາ ໂຮງງານຊັນເປເປີ ສົ່ງກິ່ນເໝັນກະທົບປະຊາຊົນ ແລະ ພະນັກງານບໍ່ມີມື້ພັກ.

ເມື່ອວັນທີ 19 ກໍຣະກະດາ ທີ່ຜ່ານມາ ສະມາຊິກສະພາປະຊາຊົນ ແຂວງສວັນນະເຂດ ເມືອງເຊໂປນ ໄດ້ລົງພື້ນທີ່ ໄປຍັງໂຮງງານຜລິດ ເຈັ້ຽ ຊັນເປເປີ້ ໂຮນດິ້ງລາວ ຈໍາກັດ (Sun Paper) Holding Lao) ຢູ່ ບ້ານມັ່ນຈິ ເມືອງເຊໂປນ ເພື່ອແກ້ບັນຫາ ໂຮງງານສົ່ງກິ່ນເໝັນ ກະທົບປະຊາຊົນ ພາຍຫຼັງປະຊາຊົນທີ່ຢູ່ໃກ້ໂຮງງານ ໄດ້ຮ້ອງຮຽນໄປຍັງສະພາປະຊາຊົນ ໃຫ້ແກ້ໄຂຍ້ອນໂຮງງານ ດັ່ງກ່າວສົ່ງກິ່ນເໝັນ ນັບແຕ່ວັນທີ 15 ກໍຣະກະດາ ເປັນຕົ້ນມາ, ດັ່ງຊາວບ້ານ ທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 29 ກໍຣະກະດາ ນີ້ວ່າ:

“ກິ່ນເໝັນກໍທັມມະດາຢູ່ ແຂວງລົງມາຫັ້ນນະ ບາງມື້ມັນກໍເໝັນ ເພາະວ່າເຂົາສ້ອມແປງໂຮງງານ ບາງມື້ກໍບໍ່ເໝັນ ຢ້ານທາງເມືອງຫັ້ນແຫຼະ ເພາະວ່າລົມມັນຂຶ້ນໄປທາງຫັ້ນ ປົກກະຕິ ຄັນເຮົາຂ້າມໄປແລ້ວມັນເໝັນເນາະ.”

ປະຊາຊົນທ່ານນີ້ເວົ້າອີກວ່າ ພາຍຫຼັງເຈົ້າໜ້າທີ່ ຄນະສະພາປະຊາຊົນຂັ້ນແຂວງ ໄດ້ລົງພື້ນທີ່ແກ້ໄຂ ເຮັດໃຫ້ກິ່ນເໝັນ ຈາກໂຮງງານ ຫຼຸດຜ່ອນລົງ ແລະ ນໍ້າໃນຫ້ວຍ ອາລ້ອງ ທີ່ຢູ່ແຄມໂຮງງານ ກໍຖືກບໍາບັດ ຟື້ນຟູໃໝ່ ຈົນມີປາມາຢູ່ໄດ້ ຕາມປົກກະຕິແລ້ວ ຈາກທີ່ເຄີຍ ເປັນຫ້ວຍນໍ້າເນົ່າ ແລະມີກິ່ນເໝັນແຮງ ຍ້ອນນໍ້າເສັຽຈາກໂຮງງານ ໄຫລລົງຫ້ວຍ.

ຢ່າງໃດກໍຕາມ ຍານາງ ມະນີຈັນ ຈັນທະນາລີ ສະມາຊິກສະພາປະຊາຊົນ ແຂວງສວັນນະເຂດ ປະຈໍາເມືອງເຊໂປນ ກ່າວທາງໂທຣະພາບ ເຊໂປນວ່າການລົງພື້ນທີ່ ຕິດຕາມແກ້ໄຂບັນຫາເທື່ອນີ້ ຍ້ອນມີຫາງສຽງປະຊາຊົນ ຮ້ອງຮຽນເຣື້ອງກິ່ນເໝັນ ຈາກໂຮງງານຊຶ່ງ ທາງໂຮງງານ ກໍຊິ້ແຈງວ່າ ຈະເລັ່ງແກ້ໄຂບັນຫາ ດັ່ງກ່າວ ໂດຍໄວທີ່ສຸດ ຈະບໍ່ໃຫ້ມີກິ່ນເໝັນຕຶ່ມອີກ.

ໃນຂນະດຽວກັນ ກ່ຽວກັບບັນຫາ ທີ່ພະນັກງານ ໂຮງງານດັ່ງກ່າວ ຮ້ອງຮຽນວ່າ ບໍ່ມີມື້ພັກໃຫ້ແກ່ພວກເຂົາເຈົ້າ ແລະ ບໍ່ຈ່າຍເງິນຕາມ ນະໂຍບາຍ ຂອງບໍຣິສັດນັ້ນ ເຈົ້າໜ້າທີ່ ບໍຣິສັດໄດ້ຊີ້ແຈງວ່າ ທາງບໍຣິສັດ ກໍໄດ້ກໍານົດ ມື້ພັກໃຫ້ພະນັກງານ ເດືອນລະ 4 ມື້ ແລະ ໃຫ້ພັກຕາມວັນ ສໍາຄັນຕ່າງໆ ເປັນຕົ້ນ: ວັນຊາດ, ງານບຸນປີໃໝ່ລາວ ແລະ ວັນກັມມະກອນສາກົນ ແຕ່ຫາກພະນັກງານ ຄົນໃດມາ ເຮັດວຽກໃນມື້ພັກ ກໍຈະໄລ່ເງິນພິເສດໃຫ້ 3 ເທົ່າ ຂອງເງິນຄ່າຈ້າງ ຕໍ່ມື້ນັ້ນອີກ.

ຢ່າງໃດກໍຕາມ ໂຮງງານຜລິດເຈັ້ຽ ຂອງບໍຣິສັດ (Sun Paper Holding) ເປັນບໍຣິສັດຜລິດເຈັ້ຽຣາຍໃຫຍ່ ໃນປະເທດຈີນ, ໂຮງງານ ດັ່ງກ່າວ ໄດ້ສ້າງມົລພິດ ຕໍ່ປະຊາຊົນເມືອງເຊໂປນ ນັບແຕ່ປີ 2018 ເປັນຕົ້ນມາ ຍ້ອນການເຮັດວຽກ ຂອງຣະບົບບໍາບັດ ນໍ້າເສັຽ ບໍ່ມີຄຸນນະພາບພຽງພໍ ຈິ່ງເຮັດໃຫ້ສົ່ງກິ່ນເໝັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.