ຂ.ສາຣະວັນໂຈະຣະບົບ ນໍ້າລິນ
ແຂວງສາຣະວັນ ໂຈະ ການກໍ່ສ້າງ ຣະບົບ ນໍ້າລິນ ໃຫ້ ປະຊາຊົນ ໃນ ຣະດູຝົນ ຍ້ອນເສັ້ນທາງ ເຂົ້າຫາ ໝູ່ບ້ານ ເປ່ເພ.
-
ມະນີຈັນ
2016-08-18 -
-
-
Your browser doesn’t support HTML5 audio
ໂຄງການ ກໍ່ສ້າງຣະບົບ ນໍ້າລິນ ນໍ້າສະອາດ ຢູ່ ແຂວງສາຣະວັນ ຕ້ອງໄດ້ໂຈະ ບາງບ່ອນ ໃນ ຣະດູຝົນ ຍ້ອນເສັ້ນທາງ ຖືກຕັດຂາດ ບໍ່ສາມາດ ໄປມາໄດ້ ໂດຍສະເພາະ ໃນເຂດ ສະມ້ວຍ ແລະ ເມືອງຕາໂອ້ຍ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ໂຄງການ ນໍ້າສະອາດ ແຂວງ ຕໍ່ RFA ໃນວັນທີ 17 ສິງຫາ ນີ້:
"ເວົ້າເຣື່ອງຄວາມຫຍູ້ງຍາກ ມັນ ກໍຫຍູ້ງຍາກ ແທ້ ເພາະວ່າ ເສັ້ນທາງ ບ້ານເຮົາ ມັນກໍບໍ່ ທົ່ວເຖິງ ມີບາງບ່ອນ ມັນກໍໄປໄດ້ ຣະດູດຽວ ຊ່ວງຝົນນີ້ ມັນກໍ ໄປບໍ່ໄດ້ ຍ້ອນເສັ້ນທາງ ຄົມມະນາຄົມ ແຫລະ ເພາະວ່າ ຣະດູຝົນ ເດ໊ ເພາະເສັ້ນທາງ ມັນຖືກ ຕັດຂາດ ສ່ວນຫຼາຍແລ້ວ ມັນຈະຢູ່ ໃນເຂດ ເມືອງສະມ້ວຍ ຕະໂອ້ຍ".
ໃນຣະຍະນີ້ ປະຊາຊົນ ບາງພື້ນທີ່ ປະສົບບັນຫາ ນໍ້າບາດານ ຫລື ນໍ້າລິນ ຂຸ່ນ ຍ້ອນຝຸ່ນ ທີ່ຖືກພັດມາ ກັບນໍ້າຝົນ ຍ້ອນຣະບົບ ນໍ້າລິນ ທີ່ ສ້າງໄປນັ້ນ ບໍ່ແໜ້ນໜາ ເຮັດໃຫ້ ປະຊາຊົນ ຕ້ອງໄປ ຕັກນໍ້າ ຈາກ ລໍາຫ້ວຍ ມາໃຊ້. ທ່ານ ເວົ້າຕໍ່ໄປວ່າ ໃນຣະດູ ແລ້ງ ນໍ້າ ໃນລໍາຫ້ວຍ ກໍມີບັນຫາ, ນໍ້າບົກ ແລະ ບໍ່ພຽງພໍກັບ ຄວາມຕ້ອງການ ຂອງ ປະຊາຊົນ. ແຕ່ ທາງແຂວງ ຈະຂໍທຶນ ຈາກ ຣັຖບານ ເຂົ້າຊ່ວຍເຫລືອ ສ້າງຣະບົບ ນໍ້າລິນ ນັ້ນ.
ຕາມຂໍ້ມູນ ຈາກໂຄງການ ອະນາມັຍ ນໍ້າສະອາດ ແຂວງ ສາຣະວັນ ມີປະຊາຊົນ ໄດ້ໃຊ້ ນໍ້າສະອາດ ແລ້ວ 86 ສ່ວນຮ້ອຍ, ມີວິດຖ່າຍ ພຽງ 36 ສ່ວນຮ້ອຍ ຂນະທີ່ ແຜນພັທນາ ຂອງ ທາງການລາວ ກໍານົດໃຫ້ ປະຊາຊົນ ທົ່ວ ປະເທດ ສາມາດ ໄດ້ໃຊ້ ນໍ້າສະອາດ ແລະ ມີວິດຖ່າຍ ເຖິງ 95 ສ່ວນຮ້ອຍ ພາຍໃນ ປີ 2020.