ເຊຊໍາຊອຍບົກແຫ້ງ ນາແຊງ ໄປບໍ່ລອດ
2021.03.16
ໃນປີຜ່ານມາ ລໍານໍ້າເຊຊໍາຊອຍ ເຂດຈຸດຊຽງຮົ່ມ ເມືອງຊົນນະບູລີ ແຂວງສວັນນະເຂດ ຝົນຕົກໜັກ ນໍ້າຂຶ້ນສູງເຖິງ 7.90 ແລະ ໄຫຼ ເຂົ້າຖ້ວມບາງບ້ານຂອງເຂດນີ້. ແຕ່ມາໃນປີນີ້ເຂົ້າສູ່ ຣະດູແລ້ງ ສາຍນໍ້າເຊຊໍາຊອຍ ກັບບົກແຫ້ງຜິດປົກກະຕິ ເຮັດໃຫ້ເມືອງຊົນນະບູລີ ຕ້ອງປະເຊີນກັບພັຍແລ້ງ. ດັ່ງປະຊາຊົນທີ່ອາສັຍຢູ່ເມືອງຊົນນະບູລີ ໄດ້ກ່າວຕໍ່ເອເຊັຽເສຣີເມື່ອອາທິດ ທີ່ຜ່ານມາວ່າ:
"ມັນກໍເປັນທັມມະດາ ເດ້ມັນກໍປົກກະຕິ ຕາມຣະດູຫັ້ນແຫຼະ. ມັນກໍຄືທຸກໆ ປີເລີຍຄືກັນກັບປີກາຍ ບາງບ່ອນກໍມີໃຊ້ບາງບ່ອນບໍ່ມີນໍ້າ ມັນຖ້ວມທຸກປີ. ເຮັດນາປີກໍບໍ່ໄດ້ກິນເຂົ້າ ກໍເລີຍຫັນມາເຮັດໜ້າແລ້ງເອົາ ແລ້ວຂະເຈົ້າຕ້ອງເຮັດຫຼາຍໜ້າແລ້ງ ເພາະເຮັດນາປີ ມັນບໍ່ໄດ້ເຂົ້າ."
ປະຊາຊົນໃນເມືອງຊົນນະບູລີ ອີກທ່ານນຶ່ງໄດ້ກ່າວວ່າ ລໍານໍ້າເຊຊໍາຊອຍບົກແຫ້ງຫຼາຍ ຖ້າຈະເຮັດນາແຊງນໍ້າບໍ່ພຽງພໍຊາວບ້ານ ກໍຕ້ອງຫັນມາປູກຜັກແທນ.
"ມັນຫຼຸດແລ້ວມັນບໍ່ມີນໍ້າແລ້ວ ຊ່ວງນີ້ຄືກັນທຸກປີ ເໝືອນບ້ານຂ້ອຍນີ້ລະ ຖືວ່າຂາດໄປແລ້ງເຄີ່ງນຶ່ງ. ຕາມບ້ານຂ້ອຍນີ້ກໍປູກຜັກ ປູກໝີ່ພໍໃຊ້ໄດ້ຢູ່ ໃຊ້ນໍ້າກໍພໍຢູ່ແຕ່ໃຊ້ນາແຊງ ກໍບໍ່ຢາກພໍ ປານໃດ."
ເຈົ້າໜ້າທີ່ຂອງເມືອງຊົນນະບູລີ ຜູ້ຂໍສງວນຊື່ ໄດ້ກ່າວວ່າປັຈຈຸບັນ ມີການສ້າງຝາຍກັ້ນນໍ້າໄວ້ບາງບ່ອນ ເພື່ອໃຫ້ປະຊາຊົນບາງເຂດ ໄດ້ມີນໍ້າໃຊ້ເຮັດນາແຊງ.
"ເພິ່ນປ້ານໄວ້ 3-4 ບ່ອນ ບ້ານທ່າຄຳຫ້ຽນ ແລະ ບ້ານຊຽງຫົ່ມ ສົມມຸດວ່າມັນແຫ້ງເນາະ ຈຸດນີ້ເພິ່ນກໍແບ່ງ ແຕ່ວ່ານາແຊງ ກໍບໍ່ໄດ້ຂາດເຂີນນໍ້າ ປານໃດສະເພາະ ສາຍນໍ້າຂອງ."
ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່່ານນຶ່ງ ໄດ້ກ່າວວວ່າການເຮັດຝາຍກັ້ນນໍ້າ ເປັນໂຄງການ ຂອງທາງການທີ່ສົ່ງເສີມໃຫ້ ປະຊາຊົນ ມີນໍ້າໄວ້ເຮັດນາແຊງ.
"ທາງການເພິ່ນຢາກຊຸກຍູ້ ໃຫ້ບ້ານເຮັດນາແຊງ ສົມທົບກັນເພື່ອເອົານໍ້າ ໄປທົດແທນນາແຊງ ແຕ່ລະປີທົດນໍ້າໄວ້ແລ້ວເອົາ ກະສອບໄປນັ້ນຖ້າວ່ານໍ້າທາງລຸ່ມບໍ່ພໍກໍສິ ປ່ອຍທາງບ່ອນ ໃຫຍ່ລົງໄປ."
ສາຍນໍ້າເຊຊໍາຊອຍ ໄຫຼຜ່ານຫຼາຍເມືອງ ໃນແຂວງສວັນນະເຂດ ເມືອງຊົນນະບູລີ ເປັນເມືອງ ທ້າຍນໍ້າກ່ອນຈະໄຫຼລົງສາຍ ນໍ້າເຊຈຳພອນ ເມືອງສອງຄອນ ແຂວງສວັນນະເຂດ.