ການຂຸດຫີນແລະຊາຍຄວນຖືກ ກວດສອບ

ສິດນີ
2015.07.17
F-Oudomxay ການຂຸດຄົ້ນ ຫີນແລະຊາຍ ໂດຍ ບໍຣິສັດ ເຊັງຈາງ ຂອງຈີນ ທີ່ ເມືອງຫລ້າ ແຂວງ ອຸດົມໄຊ
RFA/NY

ການ ຂຸດຄົ້ນ ຫີນ ແລະ ຊາຍ ຂອງ ບໍຣິສັດ ເຊັງຈາງ ຂອງຈີນ ທີ່ ເມືອງຫຼ້າ ແຂວງ ອຸດົມໄຊ, ໄດ້ ສົ່ງ ຜົລກະທົບ ຕໍ່ ສະພາບ ແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ, ເນື່ອງຈາກ ວ່າ ການ ຂຸດຄົ້ນ ດັ່ງກ່າວ ເຮັດໃຫ້ ນ້ຳຫ້ວຍ ເປິເປື້ອນ, ດິນເຈື່ອນ, ນ້ຳຖ້ວມ ແລະ ມີການ ຕັດໄມ້ ໃນ ບໍຣິເວນ ດັ່ງກ່າວ ຢ່າງ ຫຼວງຫຼາຍ, ອີງຕາມ ຄຳເວົ້າ ຂອງ ຊາວບ້ານ ໃນ ວັນທີ 16 ກໍຣະກະດາ ນີ້:

“ການຂຸດຄົ້ນ ຫີນ-ຊາຍ ຢູ່ ເມືອງຫຼ້າ ກະມີ ການເຈາະ ການລະເບີດ ພູ, ການ ລະເບີດ ຫີນນຳ, ສົ່ງ ຜົລກະທົບ ໃຫ້ ພໍ່ແມ່ ປະຊາຊົນ, ຍາມ ຝົນຕົກ ນ້ຳຖ້ວມ ພູ ກະເຈື່ອນ”.

ບໍຣິສັດ ເຊັງຈາງ ໄດ້ ສົ່ງ ຫີນ ແລະ ຊາຍ ອອກໄປ ປະເທດ ຈີນ ໂດຍກົງ, ມືຶ້ນຶ່ງ ປະມານ 800-900 ແມັດກ້ອນ ຜ່ານດ່ານ ທ້ອງຖິ່ນ ພູລະຄັນ. ຊາວບ້ານ ທ່ານ ນັ້ນ ເວົ້້າ ຕື່ມ ວ່າ, ຫລັງຈາກ ຂຸດຄົ້ນ ແລ້ວ ກໍໄດ້ເອົາ ແຮ່ ດັ່ງກ່າວ ໃສ່ຣົດ ໄປ ປະເທດຈີນ ເລີຍ. ໂດຍ ບໍ່ມີການ ກວດສອບ ໃດໆ. ດັ່ງນັ້ນ ຈຶ່ງ ເຮັດໃຫ້ ຂະເຈົ້າ ສົງໄສ ວ່າ ນອກຈາກ ຫີນ ແລະ ຊາຍ ແລ້ວ ຈະມີແຮ່ ທາດ ທີ່ ມີ ຄຸນຄ່າ ອື່ນໆ ອີກ ປົນໄປນຳ ຫລື ບໍ່:

“ຢາກ ຝາກໃຫ້ ໜ່ວຍ ພະນັກງານ ຣັຖ ເຂົ້າມາ ກວດສອບ ເບິ່ງແດ່, ການ ຂົນສົ່ງ ຫີນຊາຍ ລະກະ ການ ຂຸດເຈາະ ພູ ຫັ້ນ, ກະແມ່ນ ຂົນ ສົ່ງອອກ ທາງດ່ານ ນ້ອຍພີ້, ບໍ່ໄດ້ ຂົນສົ່ງ ອອກທາງ ດ່ານ ສາກົນ, ລະກະ ບໍ່ມີ ການ ກວດສອບ ທີ່ ແນ່ນອນ ພະນັກງານ ກະມີແຕ່ ພະນັກງານ ຈີນ”.

ການ ຂຸດຄົ້ນ ຫີນ ແລະ ຊາຍ ທີ່ ເມືອງຫຼ້າ, ພາຍໃຕ້ ການ ດຳເນີນ ງານ ຂອງ ບໍຣິສັດ ເຊັງຈາງ, ໂດຍ ໄດ້ຮັບ ສັມປະທານ ຈາກ ເຈົ້າແຂວງ ແຂວງ ອຸດົມໄຊ, ໄດ້ເຣີ່ມ ຂຸດຄົ້ນ ມາແຕ່ ປີ 2008, ກວມເອົາ ເນື້ອທີ່ 7 ກິໂລແມັດ ແລະ ໄດ້ຈ້າງ ກັມມະກອນ ຈີນ ເຖິງ 80 ສ່ວນຮ້ອຍ. ນອກຈາກ ນັ້ນ, ບໍຣິສັດ ດັ່ງກ່າວ ຍັງມີ ທຸຣະກິດ ອື່ນໆ ອີກ ໃນ ແຂວງ ອຸດົມໄຊ ເປັນ ຕົ້ນແມ່ນ ໂຮງແຮມ, ຕລາດ ຫີນ ແລະ ຊາຍ, ໂດຍມີ ເຈົ້າໜ້າທີ່ ຂັ້ນສູງ ຂອງ ແຂວງ ເປັນຜູ້ ເບິ່ງແຍງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.