ຊາວບ້ານ ມ. ສນາມໄຊ ຮ່ວມປູກກ້ວຍ ກັບຈີນ
2019.05.31

ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໄດ້ຢືນຢັນຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ໃນວັນທີ 31 ພຶສພາ ນີ້ວ່າ ປະຊາຊົນ ທີ່ໄດ້ ຮັບຜົລກະທົບ ຈາກພັຍພິບັດ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສນາມໄຊ ຈະຮ່ວມກັນ ທົດລອງປູກກ້ວຍ ກັບບໍຣິສັດ ຮ່ວມທຶນ ປູກກ້ວຍ ລາວ-ຈີນ ຜ່ານກົລໄກ 2+3 ຕາມຫຼັກການ ກະສິກັມສະອາດ ຫຼື GAP, ພາຍຫຼັງ ທີ່ທາງການແຂວງ ໄດ້ຈັດສັນ ເນື້ອທີ່ ການຜລິດ ໃຫ້ພວກເຂົາເຈົ້າ ເພື່ອເປັນ ການສ້າງວຽກເຮັດງານທຳ ແລະ ສ້າງຣາຍຮັບ ໃຫ້ແກ່ຊາວບ້ານ ໃນເນື້ອທີ່ ປະມານ 460 ປາຍເຮັກຕາຣ໌, ດັ່ງເຈົ້າໜ້າທີ່ ທ່ານນີ້ ໄດ້ກ່າວວ່າ:
“ເຮົາເຮັດກົລໄກ ໂຕອັນນັ້ນ ເນື້ອທີ່ ຂອງເມືອງສນາມໄຊຫັ້ນ ທີ່ຖືກຜົລກະທົບພັຍພິບັດ. ລະພື້ນທີ່ດັ່ງກ່າວນັ້ນ ພວກເຮົາໄດ້ຈັດສັນ ພື້ນທີ່ ໃຫ້ເຮັດຕາມກົລໄກ ການສົ່ງເສີມ ການລົງທຶນ ຕາມກົລໄກ 2+3. 2 ປະຊາຊົນ ຕ້ອງມີພື້ນທີ່ດິນເນາະ ລະກະມີ ແຮງງານ ເຂົ້າຮ່ວມນຳ ບໍຣິສັດ. 3 ແມ່ນຫຍັງ, ບໍຣິສັດ ຕ້ອງມີທຶນ ມີເຕັກນິກ ມີຕລາດຮອງຮັບ.”
ທ່ານກ່າວຕື່ມວ່າ ໂຄງການດັ່ງກ່າວ ເປັນໂຄງການທົດລອງ ຂອງພາກຣັຖ ຮ່ວມກັບຊາວບ້ານ ແລະ ນັກລົງທຶນ, ໂດຍພາກສ່ວນກ່ຽວຂ້ອງ ຂອງແຂວງ ຈະຕິດຕາມ ກວດກາຢ່າງໃກ້ຊິດ ແລະ ເຂັ້ມງວດ ເພື່ອຮັບປະກັນ ໃຫ້ຖືກຕ້ອງຕາມຣະບຽບ ເປັນຕົ້ນກໍແມ່ນ ການຄວບຄຸມ ບໍ່ໃຫ້ມີ ການໃຊ້ສານເຄມີ. ຖ້າຫາກເຮັດຖືກຕ້ອງ ຕາມເງື່ອນໄຂ ທີ່ທາງການວາງໄວ້ ກໍອາຈຂຍາຍ ເນື້ອທີ່ໃນອະນາຄົດ:
“ເຮົາກະຍັງເປັນ ໂຄງການ ນຳລ້ອງ (ໂຄງການທົດລອງ) ໝາຍຄວາມວ່າ ເປັນໂຄງການ ທີ່ເປັນໂຕຢ່າງ. ຖ້າວ່າ ປີນີ້ ຖ້າວ່າບໍຣິສັດ ໄດ້ເຮັດ ຕາມເງື່ອນໄຂ ກັບພາກຣັຖ ຕາມທີ່ໄດ້ຕົກລົງກັນ ກະຖືວ່າ ມັນເປັນໂຄງການໂຕຢ່າງ ທີ່ສາມາດ ເປັນການຜລິຕ ປູກກ້ວຍ ເປັນກະສິກັມ ສະອາດ ຖືວ່າພວກເຮົາ ສາມາດຮັບຮອງໄດ້. ຕໍ່ໄປ ເຮົາຈຶ່ງເວົ້າເຣື້ອງວ່າ ເພີ້ມເຕີມແນວໃດ ອັນນີ້ ເຮົາບໍ່ທັນວ່າດອກ, ໝາຍຄວາມວ່າ ເຮົາຕ້ອງເຮັດປີນີ້ວ່າ ໃຫ້ມັນຕ້ອງຖືກຕາມເຕັກນິກ ເຮົາກ່ອນ.”
ປັດຈຸບັນ, ອີງຕາມຂໍ້ມູນ ຈາກຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື, ມີສວນກ້ວຍ ທີ່ນັກລົງທຶນເຂົ້າມາປູກແລ້ວ ປະມານ 2,000 ປາຍເຮັກຕາຣ໌. ໃນນັ້ນ, 1,600 ປາຍເຮັກຕາຣ໌ ເປັນສວນກ້ວຍ ຂອງບໍຣິສັດ “ຮ່ວງແອ໋ງຢ່າລາຍ” ຂອງນັກລົງທຶນ ວຽດນາມ ຢູ່ເຂດອື່ນ ແລະ 460 ປາຍເຮັກຕາຣ໌ ເປັນໂຄງການທົດລອງ ຂອງພາກຣັຖ ຮ່ວມກັບຊາວບ້ານ ແລະ ນັກລົງທຶນ ລາວ-ຈີນ ທີ່ເຣີ່ມທົດລອງປູກ ໃນປີນີ້ ຢູ່ເມືອງ ສນາມໄຊ.