ຜູ້ປະສົບພັຍເຂື່ອນແຕກ ຢູ່ບ້ານທ່າອວນ ເມືອງສນາມໄຊ ແຂວງອັດຕະປື ຈົ່ມວ່າ ເປັນຫຍັງ ການຊົດເຊີຍ ຜົນກະທົບ ໃຫ້ພວກເຂົາເຈົ້າ ຈຶ່ງບໍ່ຍຸຕິທັມ ທັ້ງໆທີ່ ໃນໝູ່ບ້ານນີ້ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ທັງໝົດ ມີ 186 ຄອບຄົວ ແລ້ວເປັນຫຍັງ ຈຶ່ງມີແຕ່ 6 ຄອບຄົວ ໄດ້ ຮັບຄ່າຊົດເຊີຍສົມບູນ ຄືກັນກັບຜູ້ປະສົບພັຍ ຢູ່ເຮືອນພັກຊົ່ວຄາວມາຕລອດ, ດັ່ງປະຊາຊົນທີ່ໄດ້ຮັບຜົນກະທົບໃນບ້ານດັ່ງກ່າວ ໄດ້ເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ່ 31 ທັນວາ ຜ່ານມາວ່າ:
“ພວກເອື້ອຍຫັ້ນ ມີຄວາມສົນໃຈ ຄືວ່າ ມີຊື່ຫັ້ນ ເຂົາເວົ້າວ່າ 6 ກັບບ້ານທ່າອວນເນາະ ທີ່ຖືກຜົນກະທົບຫັ່ນນະ ຜົນກະທົບເໝິດໝູ່ບ້ານ ຫັ່ນນາໝູ່ບ້ານຂອງຄຸ້ມທ່າອວນ ບໍ່ຮູ້ວ່າມັນເປັນສາເຫດໃດ ເຂົາຈັດວ່າໄດ້ແຕ່ 5 ຫຼັງຄາ 6 ຄອບຄົວຈໍານວນພົລຂອງ ບ້ານທ່າອວນນີ້ 180 ປາຍ ບາດນີ້ໃນບ້ານທ່າອວນນີ້ ໄດ້ແຕ່ 5 ຫຼັງຄາ 6 ຄອບຄົວ ຈັ່ງວ່າປະຊາຊົນ ບ້ານເຮົາມັນກະວົນກະວາຍແຮງ ແບບວ່າ ມັນຜົນກະທົບ ໝົດບ້ານ ເປັນຫຍັງຈຶ່ງໄດ້ 5 ຫຼັງຄາ 6 ຄອບຄົວນີ້ນາ ບ້ານທ່າອວນນີ້ ບໍ່ສງົບປານໃດ ໂຕນີ້ ນີ້ແຫຼະ.”
ປະຊາຊົນ ທີ່ໄດ້ຮັບຜົນກະທົບ ອີກຄົນນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ 6 ຄອບຄົວນີ້ໄດ້ຄ່າຊົດເຊີຍ ແບບດຽວກັບຜູ້ປະສົບພັຍ ທີ່ອາສັຍຢູ່ ເຮືອນພັກຊົ່ວຄາວນັ້ນ ເລີ້ມຕັ້ງແຕ່ ມື້ທີ່ມີການຊ່ອຍເຫຼືອ ມາຈົນຮອດປັດຈຸບັນນີ້:
“ເຂົາໄດ້ແຕ່ພຸ້ນແຫຼະ ແຕ່ເຂົາຈ່າຍມາແຕ່ພຸ້ນແຫຼະ ເຂົາຫັ້ນຮັບເລີຍນ່າ ແຕ່ລະເດືອນແຕ່ລະວັນ ເຂົາລົງມາຊ່ວຍເຫຼືອ ແຕ່ລະຂັ້ນຕອນ ເຂົາໄດ້ເລີຍ ບ້ານທ່າອວນ ເບິດບ້ານນິ່ ໄດ້ແຕ່ 6 ຄອບຄົວ ຊັ້ນນາ.”
ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສນາມໄຊ ທ່ານ ອະທິບາຍ ກ່ຽວກັບເຣື້ອງນີ້ວ່າ:
“ອັນນີ້ ບົນພື້ນຖານຂໍ້ມູນຕ່າງໆ ທີ່ເກັບກໍາເນາະ ນຶ່ງມີການແຕ່ງຕັ້ງຈາກແຂວງ ຈາກສູນກາງ ມີທີມງານລົງໄປເກັບກໍາຂໍ້ມູນ ແລະການ ເກັບກໍາຂໍ້ມູນ ກະສົມທົບກັບ ອໍານາດການປົກຄອງ ບ້ານທ່າອວນ ລະກະບ້ານຕ່າງໆ ຄັກແນ່ ສອງກະມີການຢັ້ງຢືນ ຈາກພາບຖ່າຍ ຜົນກະທົບຕົວຈິງ ເປັນແຜນທີ່ເນາະ ແລ້ວຜ່ານການປະເມີນ ກະເຫັນວ່າ ຄຸ້ມທ່າອວນຫັ່ນ ກະທົບໜັກ ແມ່ນມີແຕ່ 5 ຄອບຄົວ 33 ຄົນ ສ່ວນເຫຼືອນັ້ນ ແມ່ນຜົນກະທົບກາງ ແລະກະທົບເບົາ.”
ທ່ານ ກ່າວຕື່ມວ່າ ສໍາລັບຜົນເສັຍຫາຍຂອງຊາວບ້ານ ທີ່ໄດ້ຮັບຜົນະທົບ ຈາກເຂື່ອນແຕກ ເປັນຕົ້ນ ເຮືອນເພພັງ, ຍານພາຫະນະເປ່ເພ ແລະດິນໄຮ່ ດິນນາ ຖືກນໍ້າຖ້ວມ ດິນຖົມນັ້ນ ທາງການກໍາລັງດໍາເນີນການ ຮິບໂຮມຂໍ້ມູນຢູ່ ຫຼັງຈາກສໍາເຣັດແລ້ວ ກໍຈະຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ 100% ເລີຍ ໃນໄວໆນີ້.