ຂ.ຫົວພັນຫຼາຍໝູ່ບ້ານ ຍັງຂາດໄຟຟ້າ
2013.06.28

ປະຊາຊົນ ຊາວບ້ານ ແຂວງ ຫົວພັນ ຕ້ອງການ ຢາກໃຫ້ ຣັຖບານ ຂຍາຍ ຕາຂ່າຍ ໄຟຟ້າ ໄປສູ່ ໝູ່ບ້ານ ຂອງ ຂະເຈົ້າ.
ເຈົ້າຫນ້າທີ່ ຜແນກ ພລັງງານ ແລະ ໄຟຟ້າ ທີ່ ແຂວງຫົວພັນ ເວົ້າວ່າ ປັດຈຸບັນ ມີຊາວບ້ານ ບາງຫມູ່ບ້ານ ໃນ ເມືອງຊຳໃຕ້ ໄດ້ຂຽນຄຳຮ້ອງ ຫາ ທາງການ ເພຶ່ອ ຂໍຄວາມຊ່ອຍເຫລືອ ໃຫ້ ຂຍາຍ ຕາຂ່າຍ ໄຟຟ້າ ໄປຫາ ຫມູ່ບ້ານ ຂະເຈົ້າ ເພາະ ຊາວບ້ານ ມີ ຄວາມລຳບາກ ຍ້ອນບໍ່ມີ ໄຟຟ້າ ໃຊ້. ທ່ານກ່າວວ່າ:
"ຖືວ່າ ປັດຈຸບັນ ນີ້ ຕາຂ່າຍ ໄຟຟ້າ ກະມີບາງ ຫມູ່ບ້ານ ທັນວ່າ ຍັງບໍ່ທັນ ໄປເຖິງ ຊາວບ້ານ ກໍຂຽນຄຳຮ້ອງ ເຖິງເມືອງ ເຖິງແຂວງ ທາງຜແນກ ແລະ ໄຟຟ້າລາວ ກໍລົງ ສຳຣວດ ແລະ ບໍຣິສັດ ເອກກະຊົນ ກໍລົງໄປ ເກັບກຳ ຂໍ້ມູນ ແລ້ວເອົາມາ ຄິດໄລ່ ຂຽນອອກແບບ ເພື່ອສເນີ ຣັຖບານ".
ທ່ານວ່າ ທຸກມື້ນີ້ ຊາວບ້ານ ສ່ວນໃຫຍ່ ໂດຍສະເພາະ ເມືອງຊຳໃຕ້ ຫລາຍຄອບຄົວ ຍັງບໍ່ມີ ໄຟຟ້າ ໃຊ້, ສຳລັບ ຄອບຄົວ ທີ່ມີເງິີນ ກໍຈະຊື້ ໄຟຟ້າ ຈາກ ຣະບົບ ນ້ຳຢອດ ມາໃຊ້ເອງ. ແຕ່ຣະບົບ ໄຟຟ້າ ນ້ຳຢອດ ນັ້ນ ເປັນອັນຕຣາຍ ຕໍ່ ປະຊາຊົນ ໃນຍາມ ຝົນຕົກ ຈະມີໄຟຊ໊ອດ ທີ່ຜ່ານມາ ມີຄົນເສັຽ ຊິວິດ ຍ້ອນແລ້ວ.
ເຖິງຢ່າງໃດ ກໍຕາມ ທ່ານວ່າ ເຖິງແມ່ນວ່າ ຣະບົບ ຕາຂ່າຍ ໄຟຟ້າ ຈະເຂົ້າໄປ ເຖິງ ໝູ່ບ້ານ ໄດ້ກໍຕາມ ແຕ່ຜູ້ທີ່ ຈະສາມາດ ໃຊ້ໄດ້ນັ້ນ ຕ້ອງມີເງິນ ຊຶ້ ອຸປກອນ ຕໍ່ໄຟ ເຂົ້າເຮືອນ ຂອງຕົນ. ຈາກ ການສຳຣວດ ຫມູ່ບ້ານ ພົບວ່າ ຍັງມີ ຊາວບ້ານ ຫລາຍຄອບຄົວ ທີ່ທຸກຈົນ ອາດຈະບໍ່ມີ ເງິນຊຶ້ ອຸປກອນ ດັ່ງກ່າວ ໄດ້.
ເຈົ້າຫນ້າທີ່ ກ່າວເພິ້ມວ່າ ໃນທ້າຍປີ 2013 ຊາວບ້ານ ໃນ ແຂວງຫົວພັນ ຈະໄດ້ໃຊ້ ຕາຂ່າຍ ໄຟຟ້າ ເພີ້ມອີກ ຣະຫວ່າງ 58-60% ເນຶ່ອງ ຈາກ ບໍຣິສັດ ຣັຖວິສາຫະກິດ ໄຟຟ້າ ລາວ ກຳລັງຕຽມ ການ ວາງເສົາໄຟ ຕຶ່ມອີກ.