ຂ.ຫົວພັນ ມີເຫດດິນເຈື່ອນ
2013.06.28

ຣະດູຝົນ ປີນີ້ ຢູ່ ເມືອງ ຊໍາເໜືອ ແຂວງ ຫົວພັນ ມີຝົນຕົກແຮງ ຫລາຍມື້ ຕິດຕໍ່ກັນ ດິນພູ ຖືກນໍ້າຝົນ ເຊາະເຈື່ອນ ລົງມາທັບ ເສັ້ນທາງ ບາງແຫ່ງ ແລ້ວ ເຮັດໃຫ້ ການເດີນທາງ ໄປມາ ຂອງ ປະຊາຊົນ ບໍ່ສະດວກ ທັງຍັງ ສ່ຽງຕໍ່ ອັນຕຣາຍ ນໍາດ້ວຍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງຊໍາເໜືອ ໃນວັນທີ 28 ມີຖຸນາ 2013:
"ຊ່ວງນີ້ ອາຈຊິບໍ່ມີ ນໍ້າຖ້ວມ ເນາະ ຊ່ວງນີ້ນະ ມີແຕ່ວ່າ ຝົນຕົກ ເຮັດໃຫ້ ຫົນທາງ ດິນເຈື່ອນທັບ ຖນົນ ຫົນທາງ ທີ່ວ່າ ການສັນຈອນ ໄປມາ ມັນ ບໍ່ສະດວກ ວ່າຊັ້ນຊະ ກໍມີບາງຊ່ວງ ເຈື່ອນເນາະ ຕາມ ຖນົນ ຫົນທາງ ວ່າຊັ້ນຊະ".
ທ່ານກ່າວ ຕໍ່ໄປວ່າ ເບື້ອງຕົ້ນ ຍັງບໍ່ມີ ຂໍ້ມູລ ລະອຽດ ເທື່ອວ່າ ດິນພູ ໄດ້ເຈື່ອນ ລົງມາທັບ ເສັ້ນທາງ ໃດແດ່ ຮູ້ພຽງແຕ່ວ່າ ເສັ້ນທາງ ທີ່ມີດິນ ເຈື່ອນໃສ່ ນັ້ນ ເປັນເສັ້ນທາງ ຣະຫວ່າງ ບ້ານຫາບ້ານ ແລະ ກໍມີຄົນ ສັນຈອນ ໄປມາ ແຕ່ລະມື້ ຫລາຍ ພໍສົມຄວນ ມີທັງພວກ ຄ້າຂາຍ ແລະ ຂົນສົ່ງ. ແຕ່ກໍມີ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງໄປ ກວ້ານດິນ ອອກຈາກ ເສັ້ນທາງ ຕລອດ ເພື່ອໃຫ້ ການເດີນທາງ ສະດວກຂຶ້ນ. ເມື່ອໄວໆ ມານີ້ ທາງກົມ ອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ກໍໄດ້ແຈ້ງ ເຕືອນ ໃຫ້ ປະຊາຊົນ ແຂວງ ພາກເໜືອ ຂອງລາວ ໃຫ້ຣະວັງ ດິນເຈື່ອນ ໂດຍສະເພາະ ໃນຊ່ວງ ຝົນ ຕົກໜັກ ເພາະ ພູບາງໜ່ວຍ ປ່າໄມ້ ເຫລືອຫນ້ອຍ ບໍ່ພຽງພໍ ທີ່ ຈະດູດຊຶມ ນໍ້າຝົນໄດ້ ເຮັດໃຫ້ດິນ ຮັບ ນໍ້າຝົນ ບໍ່ໄຫວ ຈຶ່ງເຈື່ອນ ລົງມາ.
ຄັ້ງລ່າສຸດ ທີ່ ເມືອງຊໍາເໜືອ ເຫດດິນເຈື່ອນ ໄດ້ເກີດຂຶ້ນ ໃນຊ່ວງ ໜ້າຝົນ ປີ 2011 ຢູ່ເຂດບ້ານ ນາສະກາງ ເຈື່ອນລົງໃສ່ ເຮືອນ ຊາວບ້ານ ຈໍານວນໜຶ່ງ ຕອນກາງຄືນ ມີຜູ້ເສັຽ ຊີວິດ 3 ຄົນ ໃນຄອບຄົວ ດຽວກັນ.