ບັນຫາເຂດແດນ ລາວ-ໄທ
2013.05.09

ບັນຫາເຂດແດນ ຣະຫວ່າງ ລາວ-ໄທ ໃນຊ່ວງ ນະຄອນຫຼວງ ວຽງຈັທນ໌ ກັບ ແຂວງໜອງຄາຍ ຍັງຕົກລົງກັນ ບໍ່ທັນໄດ້.
ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ເປີດເຜີຍວ່າ ປັດຈຸບັນ ເຂດແດນ ຣະຫວ່າງ ລາວ-ໄທ ໃນຊ່ວງ ນະຄອນຫຼວງ ວຽງຈັທນ໌ ກັບ ແຂວງໜອງຄາຍ ມີຫລາຍຈຸດ ທີ່ຍັງຕົກລົງກັນ ບໍ່ທັນໄດ້ ໂດຍສະເພາະ ດອນ ໃນແມ່ນໍ້າຂອງ:
"ດອນທີ່ ຂັດແຍ່ງກັນ ກັບໄທ ມັນກໍມີຫລາຍ ໄດ້ສົ່ງຣາຍງານ ໄປແຕ່ລະສາຍຕັ້ງ ຫັ້ນແຫລະ ທັງຣາຍງານ ເຈົ້າຄອງ ທັງກະຊວງ ໂຍທາ ກະຊວງ ຕ່າງປະເທດ ທັງຫ້ອງການ ປ້ອງກັນຊາດ ປ້ອງກັນ ຄວາມສງົບ ສູນກາງ ກໍຣາຍງານ ແຕ່ບໍ່ຮູ້ວ່າ ເພິ່ນເຂົ້າໃຈ ແຕ່ ລະຈຸດ ແນວໃດ".
ຂ່າວໄທຍ໌ເວົ້າ ເມື່ອວັນທີ 1 ແລະ ວັນທີ 7 ພຶສພາ ວ່າ ດອນ ໃນແມ່ນໍ້າຂອງ ຢູ່ບໍຣິເວນ ນະຄອນຫລວງ ວຽງຈັນ ກັບ ແຂວງໜອງຄາຍ ມີ 11 ດອນ, ເປັນຂອງລາວ 7 ດອນ. ບັນຫາ ເຂດແດນ ລາວ-ໄທຍ໌ ເລີ່ມເກີດມີ ຄວາມບໍ່ເຂົ້າໃຈ ກັນອີກ ເມື່ອ ເດືອນ ກຸມພາ 2013 ໂດຍທີ່ຝ່າຍ ລາວ ໄດ້ສົ່ງໜັງສື ຫາຝ່າຍໄທຍ໌ ໃຫ້ຖອນ ກໍາລັງທະຫານ ຂອງຕົນ ອອກຈາກ ດອນແຕງ. ດອນທີ່ວ່ານີ້ ມີເນື້ອທີ່ ປະມານ 1000 ກວ່າ ເຮັກຕາ.
ນອກຈາກນັ້ນ ດອນຊົມ ທີ່ມີເນື້ອທີ່ 100 ກວ່າ ເຮັກຕາ ຊຶ່ງຢູ່ ແຂວງ ວຽງຈັນ ກົງກັນຂ້າມ ກັບ ເມືອງ ປາກຊົມ ແຂວງເລີຍ ຂອງໄທຍ໌ ກໍມີບັນຫາ ເຊັ່ນກັນ. ຫລັງຈາກ ກອງປະຊຸມ ອະນຸກັມກາຣ ເຂດແດນ ລາວ-ໄທຍ໌ ເມື່ອປີ 2009 ທາງການລາວ ປະກາດວ່າ ດອນ ແຫ່ງນີ້ ເປັນຂອງລາວ ແລະ ຕໍ່ມາ ຊາວໄທຍ໌ 11 ຄອບຄົວ ທີ່ອາສັຍ ເປັນບ່ອນ ທໍາກິນນັ້ນ ກໍໄດ້ຍ້າຍອອກ ແລະ ທະຫານລາວ ກໍເຂົ້າໄປ.