ຊາວເຊກອງ 34 ສ່ວນຮ້ອຍ ບໍ່ມີ ໄຟຟ້າ
2013.11.08
ແຂວງເຊກອງເປັນແຂວງນຶ່ງທີ່ມີການລົງທຶນສ້າງເຂື່ອນ ຢ່າງຫລວງຫລາຍ ແຕ່ໃນປັຈຈຸບັນ ຍັງມີປະຊາຊົນ ປະມານ 34 ສ່ວນຮ້ອຍ ບໍ່ມີ ໄຟຟ້າໃຊ້ ຕ້ອງໄດ້ຕໍ່ໄຟຟ້າ ຈາກແຂວງອື່ນ ແລະ ຈາກປະເທດວຽດນາມ ມາໃຊ້. ຕາມຄໍາເປິດເຜີຍ ຂອງເຈົ້າໜ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່:
“ປັຈຈຸບັນ ພວກເຮົານີ້ ເຣື້ອງໄຟຟ້າ ໃຊ້ປະມານ 66 ເປີເຊັນ ປີ 2015 ນີ້ໃຫ້ໄດ້ 95 ເປີເຊັນ”.
ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ປັຈຈຸບັນແຂວງເຊກອງ ມີໄຟຟ້າໃຊ້ແລ້ວ 66 ສ່ວນຮ້ອຍ ຫາກໄລ່ຕາມຫລັງຄາເຮືອນ ແຕ່ຖ້າໄລ່ຕາມບ້ານ ຈະມີ ໄຟຟ້າໃຊ້ພຽງ 48 ສ່ວນຮ້ອຍ ຍ້ອນແຂວງເຊກອງ ມີບ້ານທັງໝົດ 228 ໝູ່ບ້ານ ໃນນັ້ນ ມີໄຟຟ້າໃຊ້ພຽງ 110 ບ້ານເທົ່ານັ້ນ ທີ່ເຫລືອຍັງ ຕ້ອງໃຊ້ໄຟຟ້າ ທີ່ຜລິດຈາກແຂວງຈໍາປາສັກ ແລະ ແຂວງສາຣະວັນ ຂນະທີ່ເມືອງ ດັກຈຶ້ງ ຕ້ອງໃຊ້ໄຟຟ້າ ທີ່ຜລິດຈາກ ປະເທດວຽດນາມ.
ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ແຂວງເຊກອງມີເປົ້າຫມາຍ ຈະຂຍາຍໄຟຟ້າ ໃຫ້ທົ່ວເຖີງປະຊາຊົນ 75 ສ່ວນຮ້ອຍພາຍໃນປີ 2014 ແລະຂຍາຍ ໃຫ້ໄດ້ 95 ສ່ວນຮ້ອຍພາຍໃນປີ 2015 ຊື່ງແຜນການດັ່ງກ່າວ ຈະສໍາເຣັດໄດ້ ກໍຕໍ່ເມື່ອ ການກໍ່ສ້າງເຂື່ອນ ພາຍໃນແຂວງ ສໍາເຣັດເສັຽກ່ອນ.
ປັຈຈຸບັນ ໃນທົ່ວແຂວງເຊກອງຕ້ອງການ ໄຟຟ້າ 7 ເມກະວັດ ມີ 5 ເມກະວັດ ທີ່ນໍາມາຈາກແຂວງອື່ນ ແລະ 2 ເມກະວັດ ຊື້ຈາກ ບໍຣິສັດ ວຽດນາມ. ແຂວງເຊກອງມີເຂື່ອນຂນາດໃຫຍ່ ທີ່ສ້າງສໍາເຮັດແລ້ວ 1 ເຂື່ອນຄື: ເຂື່ອນເຊກະໝານ3 ຈະຜລິດໄດ້ 250 ເມກະວັດ ຊຶ່ງຍັງບໍ່ ສາມາດຜລິດ ໄຟຟ້າໄດ້ເທື່ອ ຍ້ອນວ່າຢູ່ໃນຊ່ວງ ແກ້ໃຂບັນຫາ ບາງຢ່າງ.