ນໍ້າຖ້ວມທາງ ປຊຊ ບ້ານໂນນສະອາດ ເດືອດຮ້ອນ

ເສັ້ນທາງໝາຍເລຂ 10 ເຂດບ້ານໂນນສະອາດ ນະຄອນຫຼວງວຽງຈັນ ຖືກນໍ້າຖ້ວມຂັງ ຍ້ອນຝົນຕົກໜັກ ເຮັດໃຫ້ຊາວບ້ານເດືອດຮ້ອນ

ສະພາບຝົນຕົກໜັກ ເຮັດໃຫ້ນ້ຳໄຫຼບໍ່ທັນ ຈຶ່ງເກີດນ້ຳຂັງ ຢູ່ບາງເຂດ ຕາມເສັ້ນທາງ ເລຂທີ 10 ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ວັນທີ 24 ກັນຍາ 2020 ນັກຂ່າວພົລເມືອງລາວ

ຊາວບ້ານ ບ້ານໂນນສະອາດ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼາຍຄອບຄົວ ໄດ້ຮັບຄວາມເດືອດຮ້ອນ ຍ້ອນຝົນຕົກໜັກ ນໍ້າຂັງ ເສັ້ນທາງໝາຍເລຂ 10 ຣະບາຍນໍ້າ ບໍ່ທັນ ເຮັດໃຫ້ ການເດີນທາງ ໄປມາລໍາບາກ, ຢາກໃຫ້ທາງການ ລົງມາແກ້ໄຂ. ດັ່ງຊາວບ້ານ ຜູ້ນຶ່ງ ທີ່ຂໍບໍ່ອອກຊື່ ເວົ້າຕໍ່ RFA ໃນມື້ວັນທີ 24 ກັນຍາ ນີ້ວ່າ:

“ເວລາຝົນຕົກ ນໍ້າຖ້ວມໂລດ ມັນຊິຖ້ວມຕລອດແຫຼະ ປີລະຫຼາຍເທື່ອ ຢູ່ບ່ອນຕໍ່າ ປະມານ 1 ກິໂລປາຍ ທາງຂອງທໍ່ ບ່ອນສົ່ງນໍ້າອອກ ຊິສູງ ຫຼືມັນຕັນ ອັນນີ້ກໍບໍ່ຮູ້ ໄປຍາກມາຍາກພຸ້ນແຫຼະ. ບາງຄັ້ງ ກໍຣົດຕາຍ ຣົດເພ. ຣົດຕໍ່າ ມັນກໍໄປບໍ່ໄດ້ ແກ້ໄຂແນວໃດກໍໄດ້ ທີ່ບໍ່ໃຫ້ມັນຖ້ວມ ເດືອດຮ້ອນ ຫຼາຍຄອບຄົວຢູ່.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ບາງເຂດ ໃນບ້ານໂນນສະອາດ ເປັນບ່ອນຕໍ່າ. ກ່ອນທີ່ຈະມີ ການກໍ່ສ້າງ ທາງເສັ້ນນີ້ ກໍບໍ່ເຄີຍມີ ເຫດການນໍ້າຖ້ວມ ມາກ່ອນ ຍ້ອນວ່າ ເວລາຝົນຕົກໜັກ ນໍ້າຈະໄຫຼໄປໜອງ ຝັ່ງກົງກັນຂ້າມ. ແຕ່ເນື່ອງຈາກ ມີການສ້າງທາງ ໝາຍເລຂ 10 ນີ້ຂຶ້ນ ກໍມີນໍ້າຖ້ວມ ທຸກມື້ ທີ່ຝົນຕົກແຮງ ຈົນບາງມື້ ນໍ້າຈະໄຫຼເຂົ້າມາ ໃນບ້ານເຮືອນ ແລະ ຮ້ານຄ້າ.

ແລະ ຊາວບ້ານ ອີກທ່ານນຶ່ງ ຜູ້ຂໍບໍ່ອອກຊື່ ກໍເວົ້າໃນທໍານອງ ດຽວກັນນັ້ນ ຕໍ່ RFA ໃນມື້ດຽວກັນ ນີ້ວ່າ ທາງເສັ້ນນີ້ ມີນໍ້າຖ້ວມ ທຸກມື້ ເມື່ອຝົນຕົກແຮງ ຍ້ອນນໍ້າຣະບາຍບໍ່ທັນ ເຮັດໃຫ້ຊາວບ້ານ ທີ່ໃຊ້ທາງສາຍນີ້ ລໍາບາກຫຼາຍ. ເມື່ອນໍ້າຖ້ວມ ຣົດນ້ອຍ ບໍ່ສາມາດແລ່ນ ຜ່ານໄປໄດ້ ຕ້ອງຈອດໄວ້ ຫຼືບາງເທື່ອ ກໍຕ້ອງຫາ ທາງໃໝ່ໄປ:

“ກໍສູງຢູ່ ເກືອບເທົ່າຟຸດບາດ ຖ້າຝົນຕົກໜັກ ຈະຂ້ອນຂ້າງ ຖ້ວມກໍຍາວຢູ່, ແຕ່ໜັກໆ ຈະຢູ່ໄກໆ ເຖິງໄຟແດງ ນໍ້າຈະສູງ. ຖ້າເປັນຣົດສູງ ຂະເຈົ້າ ຈະລຸຍໄປເລີຍ, ແຕ່ຖ້າເປັນຄັນຕໍ່າ ຈະຈອດ ສະລໍໄວ້ກ່ອນ ນໍ້າຣະບາຍບໍ່ທັນ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ກ່ອນໜ້າຈະມີ ການກໍ່ສ້າງ ເສັ້ນທາງໝາຍເລຂ 10 ນີ້, ບໍ່ເຄີຍເຫັນ ນໍ້າຖ້ວມຈັກເທື່ອ, ແຕ່ເມື່ອເສັ້ນທາງນີ້ ສ້າງສຳເຣັດ ເມື່ອປະມານ ປີ 2016 ບັນຫານໍ້າຖ້ວມ ກໍເກີດຂຶ້ນ ເປັນປະຈໍາ ເມື່ອຝົນຕົກໜັກ.

ແລະ ພະນັກງານ ຮ້ານອາຫານ ແຫ່ງນຶ່ງ ຢູ່ບ້ານໂນນສະອາດ ທີ່ຂໍບໍ່ອອກຊື່ ເວົ້າຕໍ່ RFA ໃນມື້ວັນທີ 24 ກັນຍາ ນີ້ວ່າ ນໍ້າຖ້ວມ-ນໍ້າຂັງ ເສັ້ນທາງນີ້ ເກີດຂຶ້ນທຸກມື້ ທີ່ຝົນຕົກແຮງ ຄືຖ້ວມ ປະມານ 30 ເຊັນຕີແມັຕ:

“ຝົນຕົກແຮງໆນີ້ ມັນກໍຂຶ້ນ ຈະມີນໍ້າຖ້ວມຂັງ ຖ້ວມກໍປະມານ ຖ້າຕົກໝົດມື້ນີ້ ກໍຖ້ວມຮອດ 1 ຊົ່ວໂມງ 2 ຊົ່ວໂມງຊີ້ ມັນກໍລົງ ປະມານ 20-30 ເຊັນ ນີ້ແຫຼະ. ຖ້າຝົນຕົກຫຍິບໆ ທັມດາ ບໍ່ເປັນຫຍັງ.”

ກ່ຽວກັບບັນຫາດັ່ງກ່າວ, RFA ໄດ້ຖາມໄປຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງໄຊທານີ, ທ່ານກໍຮັບວ່າ ເກີດບັນຫາ ນໍ້າຖ້ວມຂັງ ທຸກມື້ ທີ່ມີຝົນຕົກແຮງ ຍ້ອນນໍ້າ ຣະບາຍບໍ່ທັນ, ແຕ່ວ່າ ບໍ່ຖ້ວມໜັກປານໃດ, ເຊິ່ງທາງການ ນະຄອນຫຼວງວຽງຈັນ ກໍຮັບຮູ້ ເຖິງບັນຫານີ້ ແລະ ມີແຜນ ຈະສ້ອມແປງໃຫ້. ດັ່ງທີ່ທ່ານກ່າວ:

“ຍາມຝົນຕົກໜັກ ມັນກໍເກີດຢູ່ເລື້ອຍເນາະ, ແຕ່ກໍບໍ່ໜັກໜາຫຼາຍ ຖ້ວມຢູ່ ໃນຊ່ວງ ມັນກໍຖ້ວມຂັງ ແບບວ່າ ລັກສະນະທີ່ ນໍ້າໄຫຼບໍ່ທັນເນາະ ໄຫຼບໍ່ທັນ ຢູ່ໃນຊ່ວງ 15 ນາທີ ນີ້ແຫຼະ. ທາງນະຄອນຫຼວງ ເພິ່ນກໍໄດ້ຮັບຮູ້ ບັນຫາດັ່ງກ່າວ. ໃນຄາວຕໍ່ໜ້າ ກໍຈະມີ ແຜນການສ້ອມ ແກ້ໄຂໃຫ້.”

ເມື່ອປີ 2018 ທີ່ຜ່ານມາ, ຊາວບ້ານ ຢູ່ເມືອງໄຊທານີ ທີ່ອາສັຍຢູ່ ຕາມແຄມທາງ ເຄີຍຮຽກຮ້ອງ ໃຫ້ທາງການ ລົງມາແກ້ໄຂ ບັນຫາທີ່ວ່ານີ້, ແຕ່ທາງພາກສ່ວນ ທີ່ກ່ຽວຂ້ອງ ຂອງເມືອງໄຊທານີ ບໍ່ມີງົບປະມານ ທີ່ຈະສ້ອມແປງ ພຽງພໍ.

ສ່ວນນໍ້າຖ້ວມ ເສັ້ນທາງເລຂ 10 ໃນເຂດ ເມືອງໄຊທານີ ນີ້ ມີ 3 ບ້ານ ໄດ້ຮັບຄວາມເດືອດຮ້ອນ ຮວມທັງບ້ານ ໂນນສະອາດ, ບ້ານທ່າສະຫວ່າງ ແລະ ບ້ານຫາດກ້ຽງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org