ເສັ້ນທາງຫຼາຍສາຍ ໃນລາວ ຍັງເປ່ເພ

ການສັນຈອນ ຕາມເສັ້ນທາງແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຢູ່ໃນສະພາບທີ່ເສັ້ນທາງພໍດີໃຊ້. ຖ່າຍເມື່ອປີ 2016. ໂດຍ: PV
ການສັນຈອນ ຕາມເສັ້ນທາງແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຢູ່ໃນສະພາບທີ່ເສັ້ນທາງພໍດີໃຊ້. ຖ່າຍເມື່ອປີ 2016. ໂດຍ: PV (RFA)

0:00 / 0:00

ສະພາບເສັ້ນທາງຢູ່ລາວ ຫຼາຍສາຍ ຍັງບໍ່ຄ່ອຍສະດວກສະບາຍ ຍັງເປັນທາງຝຸ່ນ ທາງດິນ ເປັນຂຸມເປັນບໍ່, ໂດຍສະເພາະເສັ້ນທາງເລຂທີ 13 ເໜືອ ເສັ້ນທາງວຽງຈັນ ຫາຫຼວງພຣະບາງ. ດັ່ງປະຊາຊົນ ທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມີນາ ປີ 2021 ນີ້ວ່າ:

“ມັນກໍຫຍຸ້ງຍາກແຫຼະ ຢູ່ລາວນີ້ ສະດວກແທ້ໆ ກໍມີແຕ່ທາງພາກໃຕ້ຫັ້ນແຫຼະ. ຢ່າງທີ່ວຽງຈັນ-ຫຼວງພຣະບາງ ເສັ້ນເກົ່ານີ້ ມັນກໍລຳບາກ ເພິ່ນບອກວ່າ ຖ້າສຳເຣັດເສັ້ນທາງດ່ວນ ທາງຣົດໄຟ ຈະສ້ອມໃຫ້ໝົດ. ພໍເຖິງຣະດູຝົນປຶບ ເຂົາກໍແກ້ໄຂສະເພາະໄລຍະຣະດູຝົນ. ສະເພາະເຂົາເອີ້ນວ່າພູ 9 ກິໂລນີ້ ຕອນນີ້ບໍ່ດີເລີຍ. ຖ້າສົມມຸດວ່າ ຝົນຕົກນີ້, ຖ້າບໍ່ແມ່ນໂຟວິລ ຂຶ້ນບໍ່ໄດ້.”

ປະຊາຊົນທ່ານນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ປັດຈຸບັນ, ຍັງມີຫຼາຍເສັ້ນທາງ ທີ່ມີສະພາບເປັນທາງດິນ ໃນຍາມຝົນ ການໃຊ້ງານບໍ່ຄ່ອຍສະດວກ ເປັນຕົ້ນ 3 ແຍກຫິນເຫີບ ຫາເມືອງເຟືອງ ລຽບຕາມເສັ້ນທາງເລຂທີ 13. ດັ່ງປະຊາຊົນທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມີນາ 2021 ນີ້ວ່າ:

“ໂອ້ຍ! ຫຼາຍ ໄລຍະຣະດູຝົນ ມັນມີນຳເຊາະເຈື່ອນ ມັນພັງ, ເປັນທາງຂາດ ມັນເປັນຈຸດ ເປັນຈຸດ. ມີຫຼາຍ ໂຕ 3 ແຍກຫິນເຫີບ ຫາເມືອງເຟືອງ ຫາເມືອງໝື່ນ ຫາຊະນະຄາມ ໂຄດລູກຣັງເລີຍແຫຼະ. ເສັ້ນ 13 ມັນໂຄງການ ຂອງຈີນ ມັນມາຫຼາຍ ແລ້ວມັນພັງ ເຂົາບໍ່ທັນມາສ້ອມເທື່ອ.”

ປະຊາຊົນ ຢູ່ແຂວງວຽງຈັນ ທ່ານນີ້ ກ່າວຕື່ມວ່າ ສ່ວນຫຼາຍ ເສັ້ນທາງເປ່ເພ ເປັນທາງດິນແດງ ເດີນທາງບໍ່ສະດວກສະບາຍ ຈະຢູ່ທາງເໜືອ. ສ່ວນເສັ້ນທາງພາກໃຕ້ ຖືວ່າໃຊ້ການໄດ້ຢູ່.

ປະຊາຊົນທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ມາຮອດປັດຈຸບັນ ເສັ້ນທາງຫຼັກ ທີ່ມີບັນຫາເປ່ເພໜັກ ໄດ້ຮັບການແປງເກືອບໝົດແລ້ວ ເຫຼືອແຕ່ທາງເຂົ້າບ້ານບາງເສັ້ນ ທີ່ຍັງເປັນທາງດິນແດງຢູ່. ດັ່ງທ່ານກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມີນາ ປີ 2021 ນີ້ວ່າ:

“ມັນກໍມີເລັກໆນ້ອຍໆ ບໍ່ເຖິງຂັ້ນວ່າ ບໍ່ສະດວກສະບາຍ ບໍ່ເຖິງຂັ້ນຫຍຸ້ງຍາກ. ໂຕທີ່ມັນໜັກໆ ເພິ່ນແປງໝົດແລ້ວ ເປັນທາງດິນ ເປັນທາງທັມມະດາ. ຖ້າວ່າແມ່ນເປັນທາງເສັ້ນຫຼັກຫັ້ນ, ເຂົາແປງດີໝົດແລ້ວ.”

ປະຊາຊົນອີກທ່ານນຶ່ງ ຢູ່ເມືອງອາດສະພອນ ແຂວງສວັນນະເຂດ ກ່າວວ່າ ເທົ່າທີ່ໃຊ້ເສັ້ນທາງມາ ກໍມີທາງໝາຍເລຂ 9 ເມືອງອາດສະພອນ ທີ່ຕົນຢູ່ ແລະ ທາງໝາຍເລຂ 10 ຂຶ້ນໄປທາງເໜືອ ຍັງເປັນທາງດິນ.​ ດັ່ງທ່ານໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມີນາ ປີ 2021 ນີ້ວ່າ:

“ກໍມີຫັ້ນແຫຼະເນາະ ມັນກະຫຼາຍບ່ອນ ມີແຕ່ທາງດິນແດງທັງໝົດນ່າ. ທາງມາແຕ່ທາງເລຂ 9 ຫາເມືອງອາດສະພອນ ທາງສາຍເລຂ 10 ກໍເພ ລະກະຂຶ້ນໄປທາງເໜືອ ກະເພນ່າ.”

ປະຊາຊົນອີກທ່ານນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ທາງເລຂທີ 13 ສາຍໃຕ້ ມີທາງເປ່ເພບາງຈຸດ,​ ເຊິ່ງທາງເໜືອ ຖືວ່າເປ່ເພບໍ່ຫຼາຍທໍ່ທາງເໜືອ. ດັ່ງທ່ານໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມີນາ 2021 ນີ້ວ່າ:

“ໂຕສາຍ 13 ໃຕ້ ເສັ້ນໂຕຄຳມ່ວນ ຖາມວ່າເພບໍ່? ກໍເພ, ແຕ່ກໍບໍ່ໄດ້ພັງຫຼາຍ ກໍແລ່ນໄດ້ຢູ່, ເຂົາຊິເສີມທາງໃໝ່ຢູ່. ຖ້າທຽບໃສ່ທາງເໜືອ, ທາງເໜືອເພຫຼາຍກວ່າແຫຼະເນາະ.”

ດ້ານເຈົ້າໜ້າທີ່ ປະຈຳກະຊວງໂຍທາທິການ ແລະ ຂົນສົ່ງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ບັນຫາຢ່າງນຶ່ງ ຂອງການສ້ອມແປງເສັ້ນທາງຕ່າງໆ ກໍຄືງົບປະມານ ຂ້ອນຂ້າງມີຈຳກັດ. ດັ່ງທ່ານໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມີນາ ປີ 2021 ນີ້ວ່າ:

"ຄັນວ່າເຮົາຊິສ້ອມແປງຫຼາຍ ກະຖືວ່າ ງົບປະມານ ກໍຊິບໍ່ພຽງພໍຫັ້ນແຫຼະ. ສົມມຸດວ່າປີນີ້, ເຮົາຈະຂຶ້ນແຜນ ສະເພາະຈຸດທີ່ມັນນເປ່ເພແທ້ໆ ບາງເທື່ອຈຸດທີ່ເປັນຂຸມ ລັກສະນະເປັນຂຸມ ເລັກໆນ້ອຍໆນີ້ ຄືທາງຫຼວງເຮົາ ກໍຈະຂຶ້ນແຜນຕາບເອົາ ເພື່ອວ່າຫຼຸດຜ່ອນ ງົບປະມານຫັ້ນແຫຼະ. ຄືທາງເທິງ ເພິ່ນກໍຈະມາເບິ່ງວ່າ ຈຳເປັນແທ້ບໍ່?"

ເມື່ອເດືອນມົກກະຣາ ປີ 2021 ຜ່ານມາ, ທ່ານ ວຽງສະຫວັດ ສີພັນດອນ, ເລຂາຄະນະບໍຣິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນເວລານັ້ນ, ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກວ່າ ລາວເປັນປະເທດທີ່ຕັ້ງຢູ່ໃຈກາງ ບັນດາປະເທດອ່າຊ້ຽນ ແລະ ປະເທດຈີນ ຈຶ່ງເປັນເງື່ອນໄຂອັນດີ ຕໍ່ການພັທນາ ການບໍຣິການຂົນສົ່ງສິນຄ້າ, ເຊິ່ງຜ່ານມາ ໄດ້ສຳເຣັດການກໍ່ສ້າງເສັ້ນທາງເລຂທີ 13 ເໜືອ ການກໍ່ສ້າງທາງໝາຍເລຂ 9 ກໍ່ສ້າງທາງ 1 ເອ, ຈັດຕັ້ງປະຕິບັດກໍ່ສ້າງທາງດ່ວນ ວຽງຈັນ-ບໍ່ເຕັນ ລວມເຖິງພັທນາທາງຫຼວງ ຂອງແຂວງ ແລະ ທາງຫຼວງຊົນນະບົດດ້ວຍ, ເຊິ່ງທຽບກັບປີ 2015 ມີເສັ້ນທາງເພີ່ມຂຶ້ນກວ່າ 1.9 ພັນກິໂລແມັຕ ລວມເຖິງໄດ້ເອົາໃຈໃສ່ບູຣະນະ ສ້ອມແປງເສັ້ນທາງຕ່າງໆ, ເຊິ່ງໄດ້ນຳໃຊ້ 80% ຂອງງົບປະມານລົງທຶນ ຂອງກະຊວງ ເພື່ອໃຫ້ມີເສັ້ນທາງ ທຽວໄດ້ຕລອດປີ ທຸກເມືອງທົ່ວປະເທດ.

ເຖິງຢ່າງໃດກໍຕາມ, ຣັຖບານຍັງບໍ່ໄດ້ອອກງົບປະມານສ້ອມແປງເສັ້ນທາງເລຂທີ 13 ເໜືອ, ແຕ່ຫຼ້າສຸດ ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນ ຢູ່ລາວ ເມື່ອວັນທີ 11 ມີນາ ປີ 2021 ຜ່ານມາ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ມີການເຊັນສັນຍາ ໂຄງການປັບປຸງ ແລະ ສ້ອມແປງທາງເລຂທີ 13 ໃຕ້, ໂດຍໃຊ້ງົບທັງໝົດ 157.5 ລ້ານໂດລ້າຣສະຫະຣັຖ. ສ່ວນການປັບປຸງ ແລະ ສ້ອມແປງທາງສາຍອື່ນ, ຣັຖຍັງບໍ່ເປີດເຜີຍໂຕເລຂງົບປະມານ ການສ້ອມແປງ ວ່າມີມູລຄ່າເທົ່າໃດ.