ຊາວນະຄອນຫຼວງວຽງຈັນ ລຸຍ ນໍ້າຝົນ
2014.09.03
ຝົນຕົກໜັກ ເຮັດໃຫ້ ນ້ຳຖ້ວມ ຫລາຍບ່ອນ ໃນເຂດ ເທສບານ ນະຄອນ ຫລວງ ວຽງຈັນ ໃນ ວັນທີ 2 ກັນຍາ ຍ້ອນ ຣະບົບ ຣະບາຍ ນ້ຳ ຂາດ ມາຕຖານ.
ເມື່ອເວົ້າເຖິງ ເຣື້ອງ ນ້ຳຖ້ວມ ຄົນລາວເຮົາ ສ່ວນຫຼາຍ ແລະ ໂດຍສະເພາະ ຊາວ ນະຄອນ ຫຼວງ ວຽງຈັນ ຈະເຂົ້າໃຈ ວ່າ ນ້ຳຂອງ ຂຶ້ນລົ້ນຝັ່ງ ແລ້ວ ໄຫຼຖ້ວມ ບ້ານເຮືອນ. ເຫດການ ນ້ຳຖ້ວມ ຄັ້ງຍິ່ງໃຫຽ່ ກໍຄື ໃນປີ 1966 ອີງຕາມ ການບອກເລົ່າ ຂອງ ຜູ້ທີ່ຢູ່ ໃນ ເຫດການ ແລະ ອີງຕາມ ຮູບພາບ ທີ່ ຜູ້ຄົນໃນ ສະໄໝ ນັ້ນ ໄດ້ບັນທຶກ ເອົາໄວ້.
ແຕ່ວ່າ ຮູບພາບ ທີ່ເຫັນກັນ ທາງ ສື່ສັງຄົມ ອອນລາຍ ໃນ ມື້ວັນທີ 2 ກັນຍາ ທີ່ຜ່ານມາ ກໍຄື ນ້ຳຖ້ວມ ຫຼາຍຈຸດ ຢູ່ ນະຄອນ ຫຼວງ ວຽງຈັນ ເປັນຕົ້ນວ່າ ຢູ່ເຂດບ້ານ ໂພນຕ້ອງ ສະຫວ່າງ ຢູ່ໃກ້ກັບ ໂຮງ ກາຍຍະສິນ ແລະ ຢູ່ຕີນຄ້ອຍ ໄຟຟ້າ ທາງ ຂຶ້ນໂຮງໝໍ ມິຕພາບ 150 ຕຽງ, ຢູ່ເຂດ ສີ່ແຍກໄຟແດງ ທາດຫລວງ, ເຂດບ້ານ ທ່າພະລານໄຊ ຫລັກ 4 ເປັນຕົ້ນ ແລະ ອີກຫລາຍເຂດ ຢູ່ ນະຄອນ ຫຼວງ ວຽງຈັນ.
ສະພາບ ທີ່ ເຫັນກໍຄື ຖະໜົນ ບາງຈຸດ ຖືກນ້ຳຖ້ວມ ຣະດັບນ້ຳ ສູງກາຍ ຫົວເຂົ່າ ເກືອບ ພຽງແອວ ເຮັດໃຫ້ ລົດຈັກ ແລະ ລົດເກັງ ບໍ່ສາມາດ ແລ່ນ ຜ່ານໄດ້. ຜູ້ຄົນທີ່ ຂີ່ຣົດໄປ ການ ໃນຕອນເຊົ້າ ກໍເວົ້າວ່າ ເສັ້ນທາງ ໄປການ ແຕ່ເຮືອນ ໄປຫາ ຫ້ອງການ ໄລຍະທາງ ປະມານ 5 ກິໂລແມັດ ແຕ່ໃຊ້ ເວລາ 3 ຊົ່ວໂມງ ຍ້ອນວ່າ ຣົດຕິດ ເປັນສາຍ ຍາວຢຽດ.
ອີງຕາມ ການບອກເລົ່າ ຂອງ ຊາວ ນະຄອນ ຫຼວງ ວຽງຈັນ ໄດ້ຮູ້ວ່າ ນ້ຳຖ້ວມທາງ ນັບມື້ ສູງຂຶ້ນ ຖ້າວ່າມື້ໃດ ເກີດມີຝົນ ຕົກໜັກ ຫຼາຍຊົ່ວໂມງ ຕິດຕໍ່ກັນ ກໍຈະເກີດ ນ້ຳຖ້ວມທາງ ເລື້ອຍໆ ໃນ ປັດຈຸບັນ. ນັກ ວິຊາ ການ ຫຼາຍຄົນ ກໍໃຫ້ ທັສນະ ວ່າ ສາເຫດ ທີ່ ເຮັດໃຫ້ ເກີດນ້ຳຖ້ວມ ກໍຄື ມີການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ທີ່ ໄປຕັນ ທາງນ້ຳ ທີ່ ມີມາແຕ່ ໃດ ຕາມແບບ ທຳມະຊາດ ຂອງມັນ ແລະ ອີກຢ່າງນຶ່ງ ຄື ຣະບົບຮ່ອງ ຣະບາຍນ້ຳ ທີ່ ເພິ່ນເຮັດ ຂຶ້ນມາ ດຽວນີ້ ນັ້ນ ບໍ່ໄດ້ ມາຕຖານ.
ນ້ຳຖ້ວມ ບໍ່ແມ່ນ ຍ້ອນນ້ຳຂອງ ຂຶ້ນລົ້ນ ຝັ່ງ, ແຕ່ແມ່ນ ນ້ຳລົ້ນຮ່ອງ ຣະບາຍນ້ຳ ຢູ່ຕາມແຄມ ຖນົນ ຢູ່ເຂດ ນະຄອນ ຫຼວງ ວຽງຈັນ ນັ້ນເອງ. ການສ້າງ ເສັ້ນທາງ ທີ່ບໍ່ໄດ້ ມາຕຖານ ຮ່ອງຣະບາຍ ນ້ຳບໍ່ເລິກ ແລະ ບໍ່ມີການ ລວງ ຮ່ອງ ຣະບາຍນ້ຳ ເປັນເວລາ ຫຼາຍປີ ມີທັງ ຂີ້ຕົມ ຂີ້ເຫຍື້ອ ສະສົມ ຢູ່ ຮ່ອງຣະບາຍ ນ້ຳ ຈົນນໍ້າໄຫຼ ຜ່ານບໍ່ໄດ້ ແລະ ໃນເວລາ ຝົນຕົກ ນ້ຳຝົນ ກໍໄຫລລົງ ຮ່ອງ ຣະບາຍນ້ຳ ຮູໃຫຽ່ ບໍ່ທັນ.
ຣະບົບ ຮ່ອງ ຣະບາຍນ້ຳ ທີ່ ບໍ່ໄດ້ ມາຕຖານ ສ່ວນນຶ່ງ ກໍເປັນຍ້ອນວ່າ ເຈົ້າຂອງ ໂຄງການ ມັກງ່າຍ ບໍ່ຢາກລົງທຶນ ຫລາຍ. ດັ່ງ ເຈົ້າໜ້າທີ່ ກໍ່ສ້າງ ຂົວທາງ ທ່ານນຶ່ງ ກ່າວວ່າ:
"ຄັນຣະບົບ ຣະບາຍນ້ຳ ຢູ່ໃນເມືອງ ຄັນວ່າ ນ້ຳເປື້ອນແດ່ ກະບໍ່ມີໃຜ ຢາກລົງ ຄັນເວົ້າເຣື້ອງ ຄ່າຈ້າງແພງ ອ້າຍຜູ້ເຮັດ ພັດ ບໍ່ຢາກຈ້າງ ພັດຢາກ ເອົາເງິນ ໃຫ້ ແຕ່ຜູ້ກວດ ນັ້ນ ລະແລ້ວ ເພາະວ່າ ຄັນຈ້າງຄົນ ເຮັດດີ ມັນ ຊໍ້າພັດແພງ ເດ້ ຊັ້ນນ່າ ນ້ຳກະອັ່ງຂຶ້ນ ໃນເວລາ ຝົນຕົກ ມານະ".
ນອກຈາກນີ້ ການ ອອກແບບ ກໍ່ສ້າງ ຖນົນ ບໍ່ໄດ້ຄຳນຶງ ເຖິງ ອະນາຄົດ ແລະ ບໍ່ມີການ ຄິດໄລ່ ສະເລັ່ຽ ອີກ 10 ຫລື 20 ປີຕໍ່ໜ້າ ແລະ ບໍ່ໄດ້ອອກ ແບບມາເພື່ອ ຮອງຮັບ ປະຣິມາ ນ້ຳຝົນ ໃນ ແຕ່ລະປີ ເພື່ອຊ່ວຍ ໃນການ ອອກແບບ ໃຫ້ຄົງທົນ ຢູ່. ອີງຕາມ ຫລັກ ວິຊາການ ແລ້ວ ຜູ້ອອກແບບ ແລະ ຜູ້ ຮັບຜິດຊອບ ໂຄງການ ຕ້ອງມີການ ຄິດໄລ່ ໃສ່ ປະຣິມານ ນ້ຳຝົນ ເພື່ອ ເອົາມາ ອອກແບບ ເສັ້ນທາງ ແລະ ຮ່ອງຣະບາຍ ນ້ຳ ໃຫ້ຄົງຢູ່. ດັ່ງເຈົ້າໜ້າທີ່ ກ່າວຕື່ມ ອີກວ່າ ວ່າ:
"ທຳມະດາ ກ່ອນທີ່ຈະ ເຮັດທາງ ມັນ ກໍມີການ ຄິດໄລ່ ປະຣິມານ ນ້ຳຝົນ ປະຈຳປີ ມັນກໍມີ ຂໍ້ມູນໝົດ ກະເອົາປີ ທີ່ຫລາຍ ທີ່ສຸດ ມາຄິດໄລ່ ແລ້ວຈຶ່ງ ອອກແບບຄອງ ບາດນີ້ນ່າ ອອກແບບຄອງ ເຈົ້າກະເຮັດ ໃຫຽ່ ເຮັດເພື່ອໄວ້ ອີກ 10 ອີກ 20 ປີ ອີກ ຜູ້ອອກແບບ ກະດາຍ ຜູ້ເຮັດມັນ ບໍ່ເປັນຕາຮາກ ມັນກະຄື ເກົ່າຕົ່ວ".
ນັກ ວິຊາການ ຍັງໃຫ້ ທັສນະ ອີກວ່າ ໃນການ ບໍາຣຸງ ຮັກສາ ຮອງຣະບາຍນ້ຳ ຈະຕ້ອງມີ ການລວງ ທຳຄວາມ ສະອາດ ຮ່ອງ ຣະບາຍນ້ຳ ໂດຍການ ເອົາຂີ້ຕົມ ແລະ ຂີ້ເຫຍື້ອ ທີ່ຕົກຄ້າງ ຢູ່ໃນທໍ່ ຣະບາຍນ້ຳ ອອກ ແຕ່ບັນຫາ ຂອງມັນກໍຄື ຖ້າໃຫ້ ນ້ຳຖ້ວມແລ້ວ ຈຶ່ງຄ່ອຍ ໄປກວດ.
ວຽກງານ ບົວຣະບັດ ຮັກສາ ຮ່ອງ ຣະບາຍນ້ຳ ແລະ ຖນົນ ແມ່ນຄວາມ ຮັບຜິດຊອບ ອົງການ ພັທນາ ແລະ ບໍຣິຫານ ຕົວເມືອງ, ແຕ່ວຽກງານ ບໍ່ມີຄວາມ ຄືບໜ້າ ແລະ ຖນົນຫຼາຍ ສາຍ ຍັງບໍ່ທັນ ໄດ້ຮັບການ ສ້ອມແປງ ໃນ ຍາມຝົນ ຊຶ່ງ ສົ່ງຜົນຕໍ່ ຄຸນນະພາບ ການ ສ້ອມແປງ ເສັ້ນທາງ ບໍ່ໄດ້ ມາຕຖານ.
ປັດຈຸບັນ ໜ່ວຍງານ ທີ່ ຮັບຜິດຊອບ ບົວຣະບັດ ຮັກສາ ຖນົນ ແລະ ຮ່ອງ ຣະບາຍນ້ຳ ແມ່ນມອບໃຫ້ ໜ່ວຍງານ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ ຮັບຜິດຊອບ. ສາເຫດ ທີ່ເຮັດໃຫ້ ການກໍ່ສ້າງ ຖນົນ ຮວມທັງຮ່ອງ ຣະບາຍນ້ຳ ບໍ່ໄດ້ ມາຕຖານ ກໍຄື ບັນຫາ ການປະມູນ ທີ່ ບໍ່ໂປ່ງໄສ. ເຈົ້າຂອງ ບໍຣິສັດ ກໍ່ສ້າງ ຂົວທາງ ໄດ້ເວົ້າຕໍ່ ນັກ ຂ່າວ ເອເຊັຽ ເສຣີວ່າ:
"ເພື່ອໃຫ້ໄດ້ ໂຄງການ ຕ່າງໆ ຕ້ອງໄດ້ຈ່າຍ ເງິນກ້ອງໂຕະ ຫຼາຍ ຈຶ່ງເຮັດໃຫ້ ເງິນ ມີການຮົ່ວໄຫລ ເປັນຜົນ ເຮັດໃຫ້ ເງິນ ທີ່ ໄປສຸມໃສ່ ການກໍ່ສ້າງ ຖນົ້ນ ແລະ ຣະບົບ ຮ່ອງຣະບາຍ ນ້ຳ ໜ້ອຍລົງ. ໃນບາງ ກໍຣະນີ ກໍມີການ ຂາຍ ໂຄງການ ໂດຍສະເພາະ ຜູ້ທີ່ໄດ້ ຮັບການ ປະມູນ ແລ້ວ ກໍຂາຍຕໍ່ໍ່ໆ ກັນໄປ ເພື່ອເອົາ ກຳໄຣ ເຮັດໃຫ້ເງິນ ທີ່ ຈະນຳໄປ ໃຊ້ສ້າງ ເສັ້ນທາງ ແທ້ໆ ມີໜ້ອຍ ສຸດທ້າຍ ເສັ້ນທາງ ກໍບໍ່ໄດ້ ມາຕຖານ ແລະ ເປ່ເພໄວ".
ແລະ ຍິ່ງໄປກວ່າ ນັ້ນ ອີງຕາມ ບົດບັນທຶກ ກອງປະຊຸມ ສ່ອງແສງ ວຽກງານ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ປະຈຳເດືອນ 7 ທີ່ຜ່ານມາ ໄດ້ຮູ້ວ່າ ງົບປະມານ ທີ່ ຈະສ້ອມແປງ ເສັ້ນທາງ ໃນ ຣະດູຝົນ ຍັງບໍ່ມີ ແລະ ຍັງບໍ່ຮູ້ວ່າ ຈະເອົາມາ ຈາກ ງົບປະມານ ໃດ.
ງົບປະມານ ທີ່ນຳໃຊ້ ໃນການ ສ້ອມແປງ ເສັ້ນທາງ ສ່ວນນຶ່ງ ແມ່ນ ມາຈາກ ເງິນກອງທຶນ ບູຣະນະ ແລະ ສ້ອມແປງ ເສັ້ນທາງ ທີ່ ຢູ່ພາຍໃຕ້ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຊຶ່ງກອງທຶນ ດັ່ງກ່າວ ແມ່ນໄດ້ ມາຈາກ ການ ເກັບພາສີ ການນຳເຂົ້າ ນ້ຳມັນ, ບໍ່ຮູ້ວ່າ ແຕ່ເງິນ ຈຳນວນ ດັ່ງກ່າວ ໄປຢູ່ໃສ.
ສິ່ງທີ່ ປະຊາຊົນ ຄາໃຈ ກໍຄື ໜ່ວຍງານ ທີ່ ຮັບຜິດຊອບ ດ້ານວຽກງານ ໂຍທາ ທິການ ແລະ ຂົນສົ່ງ ບໍ່ໄດ້ແຈ້ງ ຈຳນວນເງິນ ທີ່ ເກັບຈາກ ການເສັຽຄ່າ ທາງ ໃນ ແຕ່ລະປີ ໃຫ້ ປະຊາຊົນ ໄດ້ຮັບຮູ້ ແລະ ເງິນ ຈຳນວນ ດັ່ງກ່າວ ນັ້ນ ແມ່ນຖືກນຳ ໄປ ໃຊ້ເຮັດຫຍັງ.
ເຖິງຢ່າງໃດ ກໍຕາມ ໃນເດືອນ 8 ທີ່ຜ່ານມາ ຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ກໍອອກມາ ກ່າວ ຕໍ່ ໜັງສືພິມ ວຽງຈັນທາມ ວ່າ: ກຳລັງ ດຳເນີນການ ສ້ອມແປງ ຖນົນ ຫຼາຍສາຍ ທີ່ ເປ່ເພ ຢູ່ໃນ ຣະດູຝົນ ນີ້ແຕ່ ຂໍໃຫ້ ປະຊາຊົນ ອົດທົນ ຍ້ອນວ່າ ເຂົາເຈົ້າ ກຳລັງ ສ້ອມແປງ ຖນົນ ສາຍຫລັກ ກ່ອນທີ່ ຈະລົງມື ສ້ອມແປງ ຖນົນ ຮອບນອກ ນະຄອນ ຫຼວງ.
ຄົນລາວ ກໍ ຮູ້ດີວ່າ ເສັ້ນທາງ ເປ່ເພ ເປັນຍ້ອນ ການກໍ່ສ້າງ ບໍ່ໄດ້ ມາຕຖານ, ນ້ຳຖ້ວມ ໃນເວລາ ຝົນຕົກ ຢູ່ ນະຄອນ ຫຼວງ ວຽງຈັນ ເປັນຍ້ອນ ຮ່ອງ ຣະບາຍນ້ຳ ບໍ່ໄດ້ ມາຕຖານ. ເປັນຫຍັງ ຈຶ່ງ ບໍ່ໄດ້ ມາຕຖານ ຄຳຕອບ ກໍເປັນຍ້ອນ ວ່າ ຜູ້ກວດກາ ຍັງມີການ ຮວມຫົວ ກັນ ກວດ ໂຄງການ ພໍແລ້ວໄປ. ດັ່ງ ທ່ານ ບົວເງິນ ຊາພູວົງ ຣັຖມົນຕຼີ ຊ່ວຍວ່າການ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ເວົ້າ ຢູ່ໃນ ກອງ ປະຊຸມ ສະພາ ວ່າ:
"ການກວດ ອັນທີນຶ່ງ ລະແມ່ນວ່າ ມີລັກສນະ ຮວມຫົວກັນ ກວດ ໂຄງການ ພໍແລ້ວໄປ ຄຸນນະພາບ ເປັນແນວໃດ ການໃຊ້ຈ່າຍ ເປັນ ແນວໃດ ບາງ ໂຄງການ ເພີ້ມຕົວເລກ ງົບປະມານ ຮອດ 3 ເທື່ອ ແຕ່ວ່າ ໄທເຮົາ ກະໃຫ້ຜ່ານ ໃນໄລຍະ ທີ່ຜ່ານມາ ຂ້າພະເຈົ້າ ບໍ່ຢາກ ຍົກຕົວຢ່າງ ບາງ ຖນົນຫົນທາງ ບາງບ່ອນ ນີ້ ຂ້າພະເຈົ້າ ວ່າ ມັນຄວນ ມີການ ກວດກາ ຢ່າງ ເຂັ້ມງວດ".
ຊຶ່ງ ສິ່ງດັ່ງກ່າວ ມັນ ກ່ຽວພັນຂ້ອງ ໂດຍກົງກັບ ການສໍ້ຣາດ ບັງຫລວງ ມັນຈຶ່ງ ເປັນຜົນ ເຮັດໃຫ້ ນ້ຳຖ້ວມ ເສັ້ນທາງ ຢູ່ ນະຄອນ ຫລວງ ວຽງຈັນ ດັ່ງທີ່ເຫັນຢູ່. ເພາະສະນັ້ນ ເພື່ອ ປ້ອງກັນ ແລະ ແກ້ໄຂ ບັນຫາ ນ້ຳຖ້ວມ ນະຄອນ ຫຼວງ ວຽງຈັນ ໃນຕອນນີ້ ແລະ ໃນ ອະນາຄົດ, ຄວນຈະມີ ແນວ ທີ່ສລາດ ສ່ອງໄສ ແນວໃດ ທ່ານ ຜູ້ໃຫຍ່ ໃນບ້ານເມືອງ ສະບາຍດີ.