ມ.ກັອນ ຫາ ມ.ຊໍາໃຕ້ ຫົນທາງ ເປ່ເພ

ເສັ້ນທາງ ຈາກ ເມືອງກອນ ໄປຫາ ເມືອງຊໍາໃຕ້ ແຂວງຫົວພັນ ເປ່ເພ ສົ່ງ ຜົນກະທົບ ຕໍ່ການສັນຈອນ.

ຖນົນຫົນທາງ ຈາກເມືອງ ຫາເມືອງ ຢູ່ ສປປລາວ RFA

ປັຈຈຸບັນເສັ້ນທາງຈາກ ເມືອງກັອນ ແລະ ເມືອງຊໍາໃຕ້ ໄປຫາ ເມືອງຊໍາເໜືອ ແຂວງຫົວພັນ ເປ່ເພຫຼາຍ ທັງມື່ນ ທັງເປັນຕົມ, ເຮັດໃຫ້ ປະຊາຊົນ ແລະ ເຈົ້າໜ້າທີ່ຫຼາຍພາກສ່ວນ ໄດ້ຮັບຜົນກະທົບ ເພາະຝົນຕົກລິນ ຕິດຕໍ່ກັນຫຼາຍເດືອນ, ເຈົ້າໜ້າທີ່ທ້ອງຖິ່ນ ເວົ້າວ່າ ຕັ້ງແຕ່ ເຂົ້າຍາມຝົນ ຫລາຍຂແນງການ ໄດ້ຮັບເງິນເດືອນຊ້າ ຍ້ອນເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສາມາດໄປ ຮັບເງິນເດືອນ ຈາກຫ້ອງການແຂວງໄດ້:

“ປັຈຈຸບັນນີ້ ແຕ່ລະຫ້ອງການ ຢູ່ບ່ອນອື່ນເຂົາໄດ້ ເພາະວ່ານີ້ ມັນໄກໂພດ ແຕ່ສາຍ ອັນຕໍາຣວດ ທະຫານ ເພິ່ນໄດ້ທຸກເດືອນ ປັຈຈຸບັນນີ້ ເພີ່ນກໍາລັງປັບປຸງຢູ່ ແຕ່ສໍາລັບເມືອງນີ້ ແລ້ວແມ່ນ ສອງເດືອນ ຈຶ່ງໄດ້ເທື່ອນຶ່ງ ຣະຍະທາງໄປຫາ ແຂວງຫັ້ນປະມານ 100 ປາຍ ກິໂລ, ພະນັກງານໄທເຮົາ ກໍຮູ້ເນາະວ່າ ຣະຍະທາງມັນໄກ ແລ້ວກໍບໍ່ໄປເອົາໄດ້ ສິນະ ຊ່ວງນີ້ ມັນກໍຍາມຝົນແດ່".

ທ່ານອະທິບາຍວ່າ ນັບແຕ່ຕົ້ນປີ 2017 ເປັນຕົ້ນມາ ເງິນເດືອນພະນັກງານ ກໍເຣີ້ມໄດ້ຮັບຕາມເວລາ ເຖິງແມ່ນວ່າ ບາງເດືອນຈະອອກຊ້າ ແດ່ກໍບໍ່ໄດ້ຊ້າ ຄືປິກ່ອນໆ ທີ່ມັກຈະໄດ້ຮັບ 2-3 ເດືອນເທື່ອນຶ່ງ ທັ້ງນີ້ສາເຫດ ກໍມາຈາກເສັ້ນທາງ ໄປຫາ ເມືອງຊໍາເໜືອ ໄປ-ມາ ລໍາບາກ ພາກສ່ວນກ່ຽວຂ້ອງ ຈຶ່ງບໍ່ສາມາດ ໄປຮັບເງິນໄດ້.

ປະຊາຊົນຫຼາຍບ້ານຢູ່ເມືອງຊໍາໃຕ້ ກໍໄດ້ຮັບຜົນກະທົບ ມີຊາວບ້ານຜູ້ນຶ່ງເວົ້າວ່າ ພໍຮອດຣະດູຝົນ ເມືອງຊໍາໃຕ້ ກໍໄປມາລໍາບາກ:

“ຕອນນີມັນກໍມີການເປ່ເພ ເວລາຝົນຕົກ ເພາະວ່າ ມັນເປັນເຂດ ພູດອຍ ໄປບໍ່ໄດ້ຖ້າຟ້າບໍ່ແດດ ເປັນສອງມື້ສາມມື້ ຈຶ່ງໄປໄດ້ ເປັນແນວນັ້ນ ແຫຼະ ກໍມີນໍ້າປ່າໄຫຼເຊາະລົງແລ້ວ ມັນເປ່ເພ ຄັນຣົຖແລ່ນໄວ ມັນກໍຕໍາກັນ ເທົ່ານັ້ນແຫລະ ຍາມຣະດູຝົນ ນີ້ການສັນຈອນ ກໍຫຍຸ້ງຍາກ”.

ທຸກໆປີເມື່ອຮອດຣະດູຝົນ ເສັ້ນທາງໃນຫຼາຍເມືອງ ແລະ ໃນຫຼາຍແຂວງ ໄດ້ຮັບຄວາມເສັຍຫາຍ ເຮັດໃຫ້ການເດິນທາງຕິດຄັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org