ນໍ້າເຊປຽນຖືກທໍາລາຍ


2013.08.15
F-paksong ຊາວບ້ານ ໃນເມືອງປາກຊ່ອງ ແຂວງຈໍາປາສັກ
Canalblog

 

ນໍ້າຫ້ວຍເຊປຽນ ໃນເຂດ 7 ເມືອງປາກຊ່ອງ ແຂວງຈໍາປາສັັກ ໄດ້ຮັບຜົນກະທົບຈາກໂຄງການ ກໍ່ສ້າງເສັ້ນທາງປູຢາງ ປາກຊ່ອງ-ອັຕະປື ຊື່ງມີລວງຍາວ 32 ກິໂລແມັດ ແລະ ມີມູນຄ່າ ການກໍ່ສ້າງ 32 ຕຶ້ ກິບ ຍ້ອນວ່າ ບໍຣິສັດ ຮັບເໝົາ ສ້າງທາງຣົຖໄຟ ຂຸດເອົາຫິນ ໃນຫ້ວຍ ໄປໃຊ້ໃນການ ກໍ່ສ້າງ.

ຍານາງ ເພັດສມອນ ພວງພັນ ຊາວກະສິກອນ ເມືອງປາກຊ່ອງ ເວົ້າວ່າ: ບໍຣິສັດ ກໍ່ສ້າງ ທາງເລກ 8 ຊື່ງເປັນຜູ້ ຮັບເໝົາກໍ່ສ້າງ ຕໍ່ຈາກ ບໍຣິສັດ ສະຫະບໍຣິສັດ ໃນຍ່ານຫລັກ 5 ທົ່ງ ກະຕ່າຍ ຮອດບ້ານພະໜວນ ໄດ້ຂຸດຄົ້ນເອົາຫີນຈາກຫ້ວຍນໍ້າເຊປຽນ ເພື່ອນໍາໄປໃຊ້ ໃນການ ກໍ່ສ້າງ ໂດຍບໍ່ຄໍານືງ ເຖິງຜົນເສັຍຫາຍ ທາງ ນິເວດວິທຍາ ເພະເປັນການ ທໍາລາຍ ແລວນໍ້າ ທັມມະຊາດ ໂດຍບໍ່ຍອມ ຟັງຂໍ້ສເນີ ຂອງ ປະຊາຊົນ ໃນເຂດດັ່ງກ່າວ ແຕ່ຢ່າງໃດ.

ປະຊາຊົນໃນເຂດນີ້ເວົ້າວ່າ ຕາມຫ້ວຍນໍ້າລໍາທານດັ່ງກ່າວ ເຄີຍໃຊ້ ເປັນແຫລ່ງ ຜລິດ ກະແສໄຟຟ້າ ຂນາດນ້ອຍ ຂອງປະຊາຊົນ ຖ້າບໍ່ໄປ ທໍາລາຍຮູບເດີມ ຂອງ ທັມມະຊາດ ຫຼື ຂຸດເອົາຫີນໄປ ຈະສາມາດເຮັດເປັນແຫລ່ງທ່ອງທ່ຽວທີ່ສວຍງາມ ຊື່ງຈະນໍາ ຣາຍໄດ້ໃຫ້ ປະຊາຊົນ ໃນທ້ອງຖີ່ນ ຫຼື ຣັຖບານ.

ໃນອະນາຄົດ ຫ້ວຍນໍ້າດັ່ງກ່າວ ກໍຢູ່ໃນແຜນການກໍ່ສ້າງ ເຂື່ອນໄຟຟ້າເຊປຽນ ເຊລໍານ້ອຍ ແລະ ທາງຂັ້ນສູງ ກໍເຄີຍແນະນໍາ ໃຫ້ອານຸຮັກ ຫ້ວຍນໍ້ານີ້ໄວ້ ໃນຮູບເດີມ ເພື່ອ ຜົນປະໂຫຍດ ຂອງຊາດ. ແຕ່ດຽວນີ້ ທາງບໍຣິສັດ ໃຊ້ຣະເບິດ ທໍາລາຍຫີນ ໄປແລ້ວ ກ່ວາ 10 ສ່ວນຮ້ອຍ ຖ້າຫາກຍັງ ດໍາເນີນການ ຂຸດຄົ້ນຫີນ ອີກຕໍ່ໄປ ກໍຈະມີຜົນ ສະທ້ອນຕໍ່ ໂຄງການສ້າງເຂື່ອນ ຢ່າງແນ່ນອນ.

ຕາມຄໍາບອກເລົ່າ ຂອງຊາວບ້ານ ໃນ 10 ກວ່າ ໝູ່ບ້ານເວົ້າວ່າ ຫີນ ຕາມທັມະຊາດ ທີ່ສາມາດ ນໍາມາໃຊ້ ໃນການກໍສ້າງທາງ ກໍ່ບໍ່ຢູ່ໄກ ປະມານ 2 ກິໂລແມັດເທົ່ານັ້ນແຕ່ຍ້ອນຄວາມເຫັນແກ່ໄດ້ ທາງບໍຣິສັດ ຈື່ງຂຸດເອົາຫິນ ຈາກຫ້ວຍ ນໍ້າເຊປຽນ. ບໍຣິສັດອື່ນທີ່ ກໍາລັງສ້າງທາງ ໃນເຂດອື່ນໆ ກໍຍັງສາມາດ ນໍາໃຊ້ຫິນ ທີ່ມີຢູ່ ໃນເຂດໃກ້ຄຽງ ມາສ້າງ ໂດຍບໍ່ມີ ຜົນກະທົບ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.