ສະພາບຖນົນຫົນທາງ ໃນລາວ

ອະວາຣີ
2017.09.24
F-road ສະພາບຂອງຖນົນຫົນທາງ ໃນ ສປປ ລາວ
RFA/PN

ຣົດບັນທຸກຂນາດໃຫຍ່ຄັນນຶ່ງ ທີ່ແລ່ນຈາກ ເມືອງສິງ ແຂວງຫລວງນ້ຳທາ ຂຶ້ນໄປຈີນ ເຈືອກອອກຈາກທາງ ຍ້ອນທາງ ເປ່ເພ ມື່ນ ມີແຕ່ ຂີ້ຕົມ ແລະຂຸມ. ບໍ່ດົນ ຣົດບັນທຸກ ອີກຄັນນຶ່ງ ກໍແລ່ນມາ ເມື່ອມາເຖິງ ບ່ອນນັ້ນ ກໍເຈືອກໄປ ຕຳຣົດບັນທຸກຄັນໃຫຍ່ ຄັນທຳອິດ ເປັນເຫດ ໃຫ້ ຣົດທັງສອງ ງ່ຽງຕິດຄາກັນຢູູ່ ບໍ່ສາມາດ ບືນໄປຕໍ່ໄດ້. ຣົດບັນທຸກ ທັງສອງ ຕັນທາງ ຣົດຄັນອື່ນ ບໍ່ສາມາດ ແລ່ນຜ່ານໄດ້ເລີຍ.

ອີກບ່ອນນຶ່ງຕາມຖນົນເສັ້ນດຽວກັນ ຣົດຂົນສົ່ງຂນາດໃຫຍ່ ອີກຄັ້ນນຶ່ງ ຕົກຂົມຂີ້ຕົມ ບືນໄປຕໍ່ບໍ່ໄດ້ ບືນໄປເທົ່າໃດ ຣົດແຮ່ງຈົມລົງເລິກໃນ ຂີ້ຕົມ ປັດຈຸບັນ ຈອດຖິ້ມໄວ້. ຜູ້ຂັບຣົດເວົ້າວ່າ ເຂົາຈຳເປັນ ຕ້ອງໂທຣະສັບ ຫາຣົດມາແກ່ ຊຶ່ງຕ້ອງຈ່າຍເງິນ ຢ່າງໜ້ອຍ ນຶ່ງແສນກີບ.

ນັ້ນແມ່ນສະພາບຖນົນເລກທີ່ 17 ຈາກເມືອງສິງຫາບ້ານມອມ ຕິດກັບຊາຍແດນຈີນ. ຖນົນເສັ້ນນີ້ ເປັນຖນົນ ເສັ້ນລຳລຽງ ຂົນສົ່ງສິນຄ້າ ທີ່ສຳຄັນອີກເສັ້ນນຶ່ງ ຣະຫວ່າງ ລາວແລະຈີນ. ເຊັ່ນດຽວກັນ ຢູ່ເມືອງໂພນທອງ ແຂວງຈຳປາສັກ ໃນອາທິດເປີດ ສົກຮຽນໃໝ່ໆ ເດັກນ້ອຍ ນັກຮຽນ ຫລາຍສິບຄົນ ຍ່າງໄປໂຮງຮຽນ ຕາມທາງດິນແດງ ເສັ້ນນຶ່ງ ແຕ່ເມື່ອມາເຖິງຖນົນ ທີ່ມີທັງຂີ້ຕົມ ແລະຂຸມເລິກ ພວກເຂົາກໍຢືນ ໂສກັນ ບໍ່ຮູ້ວ່າ ຈະຍ່າງຜ່ານ ໄປໄດ້ແນວໃດ ບາງຄົນປົດເກີບ ຈ້ອນຂາສົ້ງຂຶ້ນ ແລ້ວຍ່າງຜ່ານ. ຖນົນເຫລົ່ານີ້ ເປັນເສັ້ນທາງ ໃນຈຳນວນ ຫລາຍຮ້ອຍເສັ້ນ ໃນເຂດຊົນນະບົດ ຂອງລາວ ທີ່ຕົກຢູ່ໃນ ສະພາບເປ່ເພ ມື່ນ ມີແຕ່ຂີ້ຕົມ ແລະຂຸມ ເປັນເຫດໃຫ້ຣົດ ແລະປະຊາຊົນ ເດີນທາງໄປມາ ລຳບາກ.

ແມ້ແຕ່ຢູ່ໃນເຂດ ນະຄອນຫລວງວຽງຈັນ ຖນົນຫລາຍເສັ້ນ ກໍຕົກຢູ່ໃນສະະພາບດຽວກັນ ຢ່າງຖນົນໄປ ໂຮງໝໍແມ່ແລະເດັກ ໜອງພະຍາ ຜູ້ຂັບຣົດ ຄັນນຶ່ງເວົ້າວ່າ ທາງເສັ້ນນີ້ ບໍ່ພຽງແຕ່ມື່ນ ມີຂີ້ຕົມ ແລະຂຸມຫລາຍ ເທົ່ານັ້ນ ປັດຈຸບັນ ຂຸມໄດ້ກາຍເປັນ ໜອງນ້ອຍ ໄປເລີຍ. ຣົດເກັງຕ່ຳໆ ບໍ່ສາມາດໄປໄດ້ ຣົດຈັກຕ້ອງແລ່ນ ລ້ຽວເບື້ອງຊາຍ ເບື້ອງຂວາ ເພື່ອຫລີກຂຸມ ມີໂອກາດ ລົ້ມງ່າຍໆ. ຫລາຍຄົນ ທີ່ເຄີຍ ທຽວທາງນີ້ ເວົ້າວ່າ ແມ່ຍິງມານທ້ອງ ຕ້ອງຣະວັງ ອາດອອກລູກກ່ອນ ກ່ອນຈະໄປເຖິງ ໂຮງໝໍ.

ອີກທາງເສັ້ນນຶ່ງ ຢູ່ນະຄອນຫລວງວຽງຈັນ ທີ່ເປ່ເພແລະ ມີຂຸມຫລາຍ ແມ່ນເສັ້ນທາງ ຈາກສີ່ແຍກໄຟແດງ ໜອງໜ້ຽວ ຫາຄິວຣົດ ສາຍ ເໜືອ. ຖນົນເສັ້ນນີ້ ມີຣົດແລ່ນຫລາຍ ບໍ່ຂາດສາຍ ແລ່ນລຸຍນ້ຳ ລຸຍຂີ້ຕົມໄປ ຣົດຕິດ ຣົດທີ່ແລ່ນ ຜ່ານໄດ້ ຕ້ອງແມ່ນ ຣົດໃຫຍ່ ເຊັ່ນຣົດ ກະບະ ແລະຣົດ SUV ຣົດຈັກໄປໄດ້ ກໍອັນຕະຣາຍ.

ຢູ່ເມືອງໄຊທານີ ຊາວບ້ານນາສາລາ ຈົ່ມວ່າ:

“ທາງກັບທົ່ງນາມັນ ຢາກພຽງກັນເລີຍນະ ມັນບໍ່ມີຄອງລະບາຍ ຂະເຈົ້າເຮັດຫລາຍປີ ຜ່ານມາ ຂະເຈົ້າບໍ່ຄູນດິນ ຂື້ນສູງນະ. ໂອ້ ອັນຕະຣາຍ ຫລາຍແຖວນີ້ ບ່ອນເປື້ອນກວ່າໝູ່ ເລິກກໍເລິກ ຣົດເກງນີ້ຖ້ວມ ຮອດທໍ່ຄວັນ ຂຸມເລິກນີ່ ມັນຕັດ ທາງເນາະ ຂີ່ຣົດຈັກໄປ ນີ່ຍາກ ທາງນີ້ແມ່ນ ເດັກນ້ອຍ ທຽວໂຮງຮຽນ ຫລາຍແທ້ ຫລາຍວ່າ.”

ທີ່ເລົ່າມານັ້ນ ແມ່ນຕົວຢ່າງຖນົນຫົນທາງບາງ ເສັ້ນທັງໃນເມືອງ ແລະ ຊົນນະບົດ ຂອງລາວ ທີ່ເປັນທາງ ດິນແດງ ບໍ່ປູຢາງ ເຖິງປູກໍເປ່ເພ ມີແຕ່ຂຸມ ແລະຂີ້ຕົມ ໃນຍາມຝົນ ສ່ວນໃນຍາມແລ້ງ ກໍມີແຕ່ຂີ່ຝຸ່ນ ປະຊາຊົນ ເດັກນ້ອຍ ນັກຮຽນ ໄດ້ຮັບຄວາມ ລຳບາກ ໃນການໄປມາ ຫາສູ່. ເຈົ້າຂອງຮ້ານຂາຍຣົດຈັກ ທີ່ບ້ານໜອງພະຍາ ນະຄອນຫລວງວຽງຈັນ ເວົ້າວ່າ ໃນຍາມແລ້ງ ທີ່ຜ່ານມາ ເຂົາຈຳເປັນຕ້ອງ ປິດຮ້ານ ເພາະຂີ່ຝຸ່ນ ຫລາຍເກີນໄປ:

“ມັນມີຜົນກະທົບລະວະ ມັນມີຂີ່ຝຸ່ນຂີ້ເຫຍື້ອ ນຳຮ້ານຂາຍໄມ້ ຂາຍຣົດນຳກັນ ມັນກໍໄດ້ປິດລົງ ເພາະວ່າມັນ ບໍ່ໄດ້ເອົາ ເຄື່ອງເຂົ້າ ຝຸ່ນໂທມ ຢູ່ຕລອດ ແມ່ນລະວະ ຂະເຈົ້າບໍ່ຮອດ ມາຫົດນ້ຳ ດົນໆຈັງມາຫົດດ້າມເທື່ອ ປະຊາຊົນລະໄດ້ຮັບຄວາມ ເດືອດຮ້ອນ ເປັນຕົ້ນວ່າພວກຂາຍ ເຄື່ອງຍ່ອຍ ກະລຳບາກ ພວກຂາຍເຝີ້.”

ຊາວນະຄອນຫລວງວຽງຈັນ ອີກຄົນນຶ່ງ ເວົ້າສລຸບ ສະພາບຖນົນຫົນທາງ ໃນລາວ ໂດຍທົ່ວໄປວ່າ:

“ຫົນທາງຮູ້ສຶກວ່າມັນບໍ່ດີດຽວນີ່ ຫົນທາງເປ່ເພຫລາຍ ເພຫລາຍ. ໂອ່ຍ ບໍ່ໃຫ້ເວົ້າ ຫົນທາງ ດຽວນີ້ແຮ່ງໂຫດ ແຮ່ງຮ້າຍ ຂີ້ຮ້າຍ ທາງນີ່; ສ້ອມ ກໍແບບລາດຢາງ ຫວ່ານຫິນ ໂຮຍຫິນໃສ່ ທັມມະດາ ສ້ອມຢູ່ ກໍພໍຊ່ຳນັ້ນແຫລະ ອ້າຍ ພໍເສັຍຫຍ້າ ປົກຂີ້ໝາ ທາງບ້ານນອກ ເຂົາຍັງດີກວ່າ ຮີ່ຮີ່.”

ນັກຂ່າວຖາມປະຊາຊົນ ແລະເຈົ້າໜ້າທີ່ລາວ ໃນຫລາຍເມືອງ ຫລາຍແຂວງ ວ່າເປັນຫຍັງ ຖນົນຫົນທາງ ຢູ່ລາວ ຈຶ່ງເປ່ເພ ຫລາຍແທ້? ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ຕອບສັ້ນໆວ່າ:

“ບໍ່ມີເງິນ ເຂົ້າບໍ່ມີເງິນເຮັດ.”

ເຊັ່ນດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ທີ່ເມືອງອາດສະພອນ ແຂວງສວັນນະເຂດ ກໍຕອບວ່າ ເປັນຍ້ອນຣັຖບານ ບໍ່ມີເງິນ ຂາດງົບ ປະມານ. ໃນເມື່ອ ຣັຖບານ ບໍ່ມີເງິນ ຄະນະປົກຄອງ ທ້ອງຖິ່ນ ກໍຣະດົມໃຫ້ ປະຊາຊົນ ອອກເງິນເອງ ສົມທົບກັນ ເພື່ອ ສ້າງທາງ; ຄອບຄົວໃດ ບໍ່ມີເງິນ ໃຫ້ໄປອອກແຮງງານ ສ້າງທາງແທນ.

ສ່ວນປະຊາຊົນ ໃນເມືອງ ແລະແຂວງອື່ນໆ ທີ່ບໍ່ເກັບເງິນ ຫລື ແລະອອກແຮງງານ ສ້າງທາງເອງ ກໍມີແຕ່ຮຽກຮ້ອງ ແລະລໍຖ້າໃຫ້ ຣັຖບານ ໄປຊ່ວຍສ້ອມແປງ ຫລື ສ້າງທາງໃໝ່ໃຫ້. ຜ່ານມາ ຣັຖບານລາວ ອາໃສເງິນ ຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອ ສ້າງທາງ ຕົວຢ່າງ ຈີນຊ່ວຍສ້າງຖນົນ ເລກທີ່ 3 ຈາກຫົວຂົວ ມິດຕະພາບ ລາວ-ໄທ ແຫ່ງສີ່ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂື້ນໄປຫາ ດ່ານບໍ່ເຕັນ ຊາຍແດນຈີນ.

ນອກຈາກນັ້ນ ຣັຖບານລາວ ກໍໄດ້ລົງທຶນ ຮ່ວມກັບຕ່າງປະເທດ ເພື່ອສ້າງຂົວ ແລະຖນົນຫົນທາງ ຫລາຍສາຍ ເຊັ່ນເມື່ອອາທິດ ທີ່ແລ້ວ ທາງການລາວ ກໍປະກາດ ເປີດໃຊ້ຂົວ ຂ້າມແມ່ນ້ຳຂອງ ຊຶ່ງເປັນຂົວ ເຊື່ອມຕໍ່ ຣະຫວ່າງ ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງປາກລາຍ ແຂວງໄຊຍະບຸຣີ.

ໂຄງການທີ່ໃຫຍ່ທີ່ສຸດ ກໍແມ່ນ ໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຊຶ່ງປັດຈຸບັນ ຈີນກຳລັງ ສ້າງຢ່າງຂຸ້ນຂ້ຽວ. ນອກຈາກນັ້ນ ໂຄງການໃຫຍ່ໆ ອີກ ກໍແມ່ນໂຄງການ ຈະສ້າງຖນົນ ສາຍດ່ວນຫລື Expressway; ເສັ້ນທີ່ນຶ່ງ ແຕ່ນະຄອນຫລວງ ວຽງຈັນ ໄປຫາ ເມືອງວັງວຽງ ແຂວງວຽງຈັນ ແລະເສັ້ນທີ່ສອງ ແຕ່ນະຄອນຫລວງ ວຽງຈັນ ລົງໄປຫາ ເມືອງປາກເຊ ແຂວງຈຳປາສັກ.

ໃນກະໂຕ ນະຄອນຫລວງວຽງຈັນ ເອງ ຣັຖບານ ກໍມີໂຄງການ ຈະສ້າງທາງດ່ວນ ຫລາຍເສັ້ນ ຕົວຢ່າງ ຈາກ ທ່ານາແລ້ງ ລັດອອກໄປ ຫາຖນົນເລກທີ່ 13 ໃຕ້ທີ່ເມືອງປາກງື່ມ ແລະຖນົນຈາກ ສູນສະແດງ ສິນຄ້າ ໄອເທັກ ອອກໄປຫາ ບ້ານດົງໝາກຄາຍ ເມືອງໄຊທານີ. ໂຄງການເຫລົ່ານີ້ ລ້ວນແລ້ວແຕ່ຕ້ອງ ໃຊ້ເງິນ ມະຫາສານ ແລະລ້ວນແລ້ວແຕ່ແມ່ນ ໂຄງການຈະສ້າງ ຖນົນຫົນທາງ ທີ່ໃຫຍ່ໆທັງນັ້ນ ແຕ່ບໍ່ແມ່ນໂຄງການ ຈະສ້າງ ແລະສ້ອມແປງ ຖນົນຫົນທາງ ໃນເຂດ ຊົນນະບົດ ແລະ ສອກຫລີກຮ່າງໄກ ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.