ລໍານ້ຳບົກແຫ້ງ ໃນລາວ

ນໍ້າຂອງ ໃນເຂດ ນະຄອນຫລວງ ວຽງຈັນ
ນໍ້າຂອງ ໃນເຂດ ນະຄອນຫລວງ ວຽງຈັນ (RFA)

0:00 / 0:00

ສາຍນໍ້າ ລໍາທານ ບົກແຫ້ງ ໃນລາວ ເຮັດໃຫ້ ຫລາຍເຂດ ແຂວງ ຂາດແຄນ ນ້ຳໃຊ້ ໃນ ເວລານີ້.

ເຈົ້າຫນ້າທີ່ ຜແນກ ກະສີກັມ ແລະປ່າໄມ້ ເປີດເຜີຍວ່າ ປັດຈຸບັນ ສະພາບຄວາມ ແຫ້ງແລ້ງ ໃນລາວ ຖືວ່າ ຢູ່ໃນຂັ້ນ ອັນຕຣາຍ ລໍານ້ຳ ຫລາຍສາຍ ບົກແຫ້ງ ຜິດປົກກະຕິ ຫລາຍແຂວງ ຂາດແຄນນ້ຳ. ດັ່ງທ່ານ ກ່າວວ່າ:

"ຂາດນ້ຳແຕ່ວ່າ ພວກເຮົາ ກໍໄດ້ລົງແກ້ ອາທິດ ເມື່ອກີ້ນີ້ ກໍຖືວ່າ ຈັດການນ້ຳ ສົ່ງໄປໃຫ້ ຂະເຈົ້າກ່ອນ ຖືວ່າລໍ່ລຽງ ຕຽມໃສ່ ໃນຊ່ວງນີ້ ເຂົ້າມັນ ກໍເພາະ ກຳລັງ ຕຽມຈະອອກ ມັນຕ້ອງການ ນ້ຳ ດັ່ງນັ້ນ ພວກເຮົາຕ້ອງ ຊ່ອຍຂະເຈົ້າ ຕ້ອງຈັດການ ນ້ຳໃຫ້ ຂະເຈົ້າ".

ທ່ານກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ສະພາບ ຄວາມແຫ້ງແລ້ງ ໃນປັດຈຸບັນ ຈະຍັງ ບໍ່ເຖິງຂັ້ນ ວິຕົກ ແຕ່ກໍຖືວ່າ ແຫ້ງແລ້ງ ກວ່າປີ ທີ່ຜ່ານມາ ຈົນເຮັດໃຫ້ ແມ່ນ້ຳຫລາຍສາຍ ຂາດນ້ຳ ໃນການຜລິດ ເພື່ອ ກິນຫລືໃຊ້ ແລະ ການຊົລປະທານ ກໍລຳບາກ ໂດຍສະເພາະ ໃນພື້ນທີ່ ທີ່ເປ້ເພ ຈະຂາດນ້ຳ ຫລາຍກວ່າຫມູ່.

ໃນຂະນະ ດຽວກັນ ທີ່ແຂວງ ຈຳປາສັກ ເຈົ້າຫນ້າທີ່ ກະສິກັມ ແລະປ່າໄມ້ ໃນແຂວງ ກໍເປີດເຜີຍວ່າ ນ້ຳໃນ ສາຍນ້ຳສາຂາ ຫລາຍແຫ່ງ ບົກແຫ້ງ ຜິດປົກກະຕິ ໃນປີນີ້ ບາງແຫ່ງ ກໍໄດ້ດູດ ເອົານ້ຳຂອງ ຂຶ້ື້ນມາໃຊ້ ໃນການກະເສດ ແຕ່ກໍຍັງ ບໍ່ພຽງພໍ ຊາວ ກະສີກອນ ເປັນຫ່ວງ ຢ້ານວ່າ ຫາກ ເດືອນເມສາ ນ້ຳບົກຫລາຍ ກວ່ານີ້ ແລະ ຖ້າຝົນບໍ່ຕົກ ຈະເຮັດໃຫ້ມີ ບັນຫາ ໃນການເຮັດນາ ປີນີ້ ທ່ານກ່າວວ່າ:

"ປາກເຊ ປົົກກະຕິ ຊ່ວງນີ້ ກໍຖືວ່າຈະລົງແລ້ວ ທຸກສາຍແມ່ນ້ຳ ເຂີນຄືກັນ ແຫລະ ມັນຈະແຫ້ງ ບົກຫລາຍກວ່າ ທຸກປີ".

ທ່ານວ່າ ແມ່ນ້ຳຂອງ ບໍຣິເວນ ເມືອງປາກເຊ ຕອນລຸ່ມ ມີນ້ຳມາຈາກ ລໍານ້ຳສາຂາ ຊ່ອຍ ຈຶ່ງເຮັດໃຫ້ນ້ຳ ບໍ່ບົກຫລາຍ ເທົ່າກັບຂ້າງເທິງ ເຊັ່ນ ແຂວງບໍ່ແກ້ວ ແລະ ນະຄອນຫລວງ ວຽງຈັນ ແຕ່ກໍຖືວ່າ ຫນ້າເປັນຫ່ວງ ຖ້າຫາກ ຝົນບໍ່ຕົກ ຈະເຮັດໃຫ້ ເກີດ ການຂາດນ້ຳ ໃນການປູກເຂົ້າ ໃນຊ່ວງ ຣະດູຝົນ ໄດ້.