ອົງການຈັດຕັ້ງທາງສັງຄົມຫລາຍອົງການ ແລະຊາວເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ ຍັງບໍ່ເຊື່ອໝັ້ນວ່າ ໂຄງການເຂື່ອນໄຟຟ້າ ປາກແບງ ຢູ່ແຂວງອຸດົມໄຊ ຈະບໍ່ສົ່ງ ຜົລກະທົບ ຕໍ່ປະຊາຊົນ ແລະສິ່ງແວດລ້ອມ ເຖິງແມ່ນວ່າ ບໍຣິສັດຕ້າຖັງ ຂອງຈີນ ຜູ້ສ້າງເຂື່ຶອນ ແລະຣັຖບາລລາວ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະບໍ່ມີຜົລກະທົບ ຫຍັງກໍຕາມ.
ກຸ່ມຮັກຊຽງຂອງ ໃຫ້ເຫດຜົລວ່າ ຍ້ອນບໍຣິສັດຈີນ ເຫັນແຕ່ຜົລປໂຍດຂອງຕົນ, ຕົວແທນກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມົກກະຣາ ນີ້ວ່າ:
"ກໍດີນະທີ່ຊາວບ້ານມີໂອກາດ ໄດ້ພົບພໍ້ກັບຜູ້ທີ່ຈະໄດ້ຮັບຜິດຊອບ ເຂື່ອນປາກແບງແຕ່ຂະເຈົ້າກໍມອງແຕ່ວ່າ ເຂື່ອນນີ້ເປັນການສ້າງພລັງງານ ທີ່ສະອາດ ເຂົາເຈົ້າເຫັນປໂຍດເນາະ ແຕ່ວ່າໃນສ່ວນຂອງເຮົາ ກໍຍັງເຫັນອີກດ້ານນຶ່ງ ມັນມອງແຕກຕ່າງກັນ ສ່ວນຊາວບ້ານຫັ້ນ ຕອນນີ້ຄື ມັນບໍ່ໄດ້ມີ ຫຼັກປະກັນອິຫຍັງເລີຍ ຄັນຖ້າມັນສົ່ງຜົນກະທົບ ລະໃຜຊິຮັບຜິດຊອບ."
ທ່ານເວົ້າວ່າ ໃນກອງປະຊຸມຄັ້ງນີ້ ເຖິງຕົວແທນຣັຖບາລ ສປປລາວ ແລະບໍຣິສັດຕ້າຖັງຈະຕອບຄໍາຖາມທັງ 6 ຂໍ້ ທີ່ຊາວເມືອງຊຽງຂອງ ແລະ ອົງການຈັດຕັ້ງທາງສັງຄົມ ສເນີໄປນັ້ນ ແຕ່ການຕອບຄໍາຖາມແຕ່ລະຂໍ້ນັ້ນ ມີຂໍ້ມູນຕ່າງໆມາແກ້ ຊຶ່ງສ່ວນໃຫຍ່ ຈະເວົ້າເຖິງຜົລດີ ທີ່ຈະໄດ້ຮັບກະແສໄຟຟ້າ ຈາກເຂື່ອນ.
ສ່ວນກໍຣະນີ ຈໍານວນປາໜ້ອຍລົງ ປາສູນພັນ ແລະ ບັນຫາກ່ຽວກັບຜົລກະທົບ ຕໍ່ຜູ້ຄົນ ແລະສິ່ງແວດລ້ອມອື່ນໆ ທາງບໍຣິສັດຕ້າຖັງ ກໍ ພຍາຍາມແກ້ ແບບເອົາຂໍ້ມູນເກົ່າມາເວົ້າວ່າ ຈະບໍ່ມີຜົລກະທົບ ແລະບໍ່ຍອມຮັບປະກັນວ່າ ຖ້າມີຜົລກະທົບເກີດຂຶ້ນ ຈະຕ້ອງຮັບ ຜິດຊອບ.