ຊ່ຽວຊານຢາກສຶກສາແຫລ່ງນໍ້າ ໃນ ແມ່ນໍ້າຂອງ
2015.01.05

ນັກຊ່ຽວຊານ ຈາກ ສະຖາບັນ ຄົ້ນຄວ້າ ການປະໂມງ ທີ່ ກຸງ ພະນົມເປັນ ປະເທດ ກໍາພູຊາ ເມື່ອ ວັນສຸກ ຜ່ານມານີ້ ໄດ້ຕັ້ງ ໂຄງການ ຕິດຕາມ ການ ຂຶ້ນລົງ ຂອງປາ ຕາມ ແມ່ນໍ້າຂອງ ຕອນລຸ່ມ ຣະຫ່ວາງ ຊາຍແດນ ລາວ ແລະ ກໍາພູຊາ. ໂຄງການ ດັ່ງກ່າວ ມີຣະຍະ 3 ປີ, ໂດຍໄດ້ຮັບ ການສນັບ ສນູນ ທຶນຮອນ ຈາກ ທະນາຄານ ໂລກ ເພື່ອ ຝຶກອົບຮົມ ຊາວປະໂມງ ຢູ່ຕາມ ເຂດ ຊາຍແດນ ໃຫ້ ຮູ້ຈັກ ວິທີ ຕິດຕາມ ສະພາບການ ປ່ຽນແປງ ຂອງ ແມ່ນໍ້າຂອງ ຮ່ວມທັງ ການ ອົພຍົບ ການຂຶ້ນ-ລົງ ຂອງປາ ຕລອດຮອດ ຄຸນພາບ ຂອງນໍ້າ.
ທ່ານ ເຈັງເພັນ ຮອງ ຜູ້ ອໍານວຍການ ສະຖາບັນ ກ່າວວ່າ ປະຊາຊົນ ມີ ຄວາມກັງວົນ ນໍາການ ຜັນປ່ວນ ຂອງນໍ້າ ໃນ ແມ່ນໍ້າຂອງ ທີ່ ເກີດຈາກ ການ ສ້າງເຂື່ອນ ຕາມ ທີ່ເຂົາເຈົ້າ ໄດ້ເຫັນ ກັບຕາ ແຕ່ເຂົາເຈົ້າ ບໍ່ຮູ້ຈັກວ່າ ເກີດຂຶ້ນ ຍ້ອນຫຍັງ.
ນັກ ເຄື່ອນໄຫວ ໃນ ກໍາພູຊາ ອອກແຮງ ໂຄສະນາ ຕ້ານການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ຕລອດມາ ໂດຍສະເພາະ ເຂື່ອນ ດອນສະໂຮງ ຊຶ່ງ ຢູ່ເໜືອ ເຂດ ຊາຍແດນ ລາວ ກໍາພູຊາ ປະມານ 1 ກິໂລແມັດ ກວ່າ ເທົ່ານັ້ນ.
ຊາວ ກໍາພູຊາ ເຫັນວ່າ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ໃນເຂດ ຂອງ ລາວ ຫລາຍເຂື່ອນ ຈະເຮັດໃຫ້ ແຫ່ລງ ຊັພຍາກອນ ປາ ຊຶ່ງ ເປັນ ອາຫານ ຂອງຄົນ ຫລຸດຫນ້ອຍ ແລະ ສູນພັນ ໄປເລີຍ. ເມື່ອເດືອນ ຜ່ານມາ ບັນດາ ນັກ ຊ່ຽວຊານ ໄດ້ ຮຽກຮ້ອງ ໃຫ້ມີການ ສຶກສາ ຜົນກະທົບ ຂ້າມແດນ ຈາກ ການສ້າງ ເຂື່ອນ ດອນສະໂຮງ ໃຫ້ ຣະອຽດ ຕື່ມອີກ ເພາະເຫັນວ່າ ຍັງບໍ່ມີ ການສຶກສາ ແບບ ວິທຍາສາຕ ພຽງພໍ ເທື່ອ ເພື່ອ ຮັບປະກັນ ການທໍາງານ ແບບ ຍືນຍົງ ຂອງ ເຂື່ອນ.