ແມ່ນໍ້າຂອງກໍາລັງຖືກ ທໍາລາຍ

ເຂື່ອນດອນສະໂຮງ ທີ່ກໍາລັງກໍ່ສ້າງ ໃກ້ຈະສໍາເຣັດແລ້ວ
ເຂື່ອນດອນສະໂຮງ ທີ່ກໍາລັງກໍ່ສ້າງ ໃກ້ຈະສໍາເຣັດແລ້ວ (RFA/TP)

0:00 / 0:00

ໃນມື້ວັນທີ 19 ກຸມພາ ນີ້ ທີ່ສະໂມສອນ ນັກຂ່າວຕ່າງປະເທດ ຢູ່ບາງກອກ ປະເທດໄທ, ນັກວິຊາການດ້ານສິ່ງແວດລ້ອມ ແລະສັງຄົມ ກ່າວວ່າ ແມ່ນໍ້າຂອງ ກໍາລັງຖືກຄຸກຄາມ ແລະ ຫາຍຍະນະ ຈາກການສ້າງເຂື່ອນ ຂນາດໃຫຍ່ຢູ່ຈີນ, ລາວ ແລະ ກັມພູຊາ. ທ່ານ Pou Sothirak ຜູ້ອໍານວຍການ ສະຖາບັນ ເພື່ອຄວາມຮ່ວມມື ແລະ ສັນຕິພາບ ກັມພູຊາ, ອະດີດນັກການທູດ ກັມພູຊາ ທີ່ປະເທດຍີ່ປຸ່ນ ກ່າວວ່າ:

“ນີ້ຄືບາງເຫດຜົລ ທີ່ ຂ້າພະເຈົ້າໄດ້ສັງເກດ ວ່າເປັນຫຍັງເຂື່ອນ ຈຶ່ງຍັງສືບຕໍ່ສ້າງຈົນມາຮອດ ປັດຈຸບັນນີ້, ໃນພາກພື້ນນີ້ ຍັງມີຜູ້ສ້າງ ນະໂຍບາຍ ໃນຂັ້ນຣັຖບານທີ່ບໍ່ຄໍານຶງເຖິງຜົລກະທົບ ອັນກວ້າງໃຫຍ່ຈາກ ການສ້າງເຂື່ອນໃສ່ແມ່ນໍ້າຂອງເຂື່ອນຕ່າງໆ ເທິງແມ່ນໍ້າຂອງ ສ້າງຜົລກະທົບ ທີ່ເປັນລັກສນະທໍາຣາຍ ແມ່ນໍ້າຂອງ ແລະ ສົ່ງຜົລກະທົບ ຮຸນແຮງຕໍ່ວິຖີຊີວິດຂອງຊຸມຊົນ ຊຶ່ງພວກເຮົາກໍຮູ້ກັນດີ.”

ທ່ານ Pou Sothirak ກ່າວອີກວ່າ ຜົລກະທົບທີ່ເກີດຂຶ້ນ ໃນແມ່ນໍ້າຂອງ ປັດຈຸບັນ ກໍເຫັນໄດ້ຢ່າງຈະແຈ້ງແລ້ວວ່າ ເກີດມາຈາກເຂື່ອນ ແມ່ນໍ້າຂອງ ແຕ່ຣັຖບານຂອງປະເທດສະມາຊິກ ຄະນະກັມມາທິການ ແມ່ນໍ້າຂອງ ບໍ່ມີຄວາມກັງວົນ ແລະ ບໍ່ຟ້າວຫາ ແນວທາງແກ້ໄຂ ເພື່ອຫລຸດຜ່ອນຜົລກະທົບ.

ທ່ານ Brian Eyler ຜູ້ຂຽນປຶ້ມ “ຍຸກສຸດທ້າຍຂອງແມ່ນໍ້າຂອງ” ແລະເປັນຜູ້ອໍານວຍການສະຖາບັນເອເຊັຽອາຄະເນ ວ່າຜົລກະທົບທີ່ເກີດຂຶ້ນ ໃນແມ່ນໍ້າຂອງຕອນລຸ່ມ ໜັາເປັນຫ່ວງຫລາຍ ໃນປັດຈຸບັນ ຍ້ອນຝຸ່ນຕົມ ບໍ່ສາມາດໄຫລຕາມທັມຊາດ ໄດ້:

“ຜູ້ດໍາເນີນງານເຂື່ອນໄຊຍະບູຣີ ອ້າງວ່າ 97 ເປີເຊັນ ຂອງຝຸ່ນຕົມອັນອຸດົມສົມບູນ ໄດ້ໄຫລໄປຕາມແມ່ນໍ້າຂອງ ຢ່າງເປັນທັມຊາດ ຕາມ ກົລໄກຂອງເຂື່ອນ ຊຶ່ງເປັນສິ່ງ ທີ່ຂ້າພະເຈົ້າ ຮູ້ສຶກວ່າຍາກທີ່ຈະເຊື່ອ ແບບນັ້ນ. ຄວນມີການສຶກສາ ໃນເຣື່ອງນີ້ຕື່ມ. ສິ່ງທີ່ກໍາລັງເກີດຂຶ້ນ ກັບແມ່ນໍ້າຂອງ ໃນປັດຈຸບັນກໍຄືວ່າຝຸ່ນຕົມ ໃນຣະບົບນິເວດແມ່ນໍ້າຂອງ ຖືກເຂື່ອນໃຫຍ່ຕ່າງໆ ຂອງຈີນຢູ່ແມ່ນໍ້າຂອງຕອນເທິງກັກໄວ້.”

ທ່ານກ່າວຕື່ມອີກວ່າ ເມື່ອບໍ່ມີຝຸ່ນຕົມ, ສັດນໍ້າກໍຂາດອາຫານ, ສັດບາງສນິດໃກ້ຈະສູນພັນ. ແລະ ທ່ານ Carl Middleton ຮອງຜູ້ອໍານວຍ ການ ຝ່າຍວິຈັຍດ້ານການພັທນາ ຣະຫວ່າງປະເທດ ຂອງ ສູນພັທນາສັງຄົມ ມະຫາວິທຍາໄລຈຸລາລົງກອນ ຂອງໄທ ຊຶ່ງໄດ້ສຶກສາເຣື່ອງ ການປ່ຽນແປງ ຂອງສະພາບແມ່ນໍ້າຂອງ ມາຫລາຍປີ ກໍກ່າວວ່າ:

“ຈາກການຄົ້ນຄວ້າຫລາຍພາກສ່ວນ ສິ່ງທີ່ກໍາລັງເກີດຂຶ້ນກັບແມ່ນໍ້າຂອງ ໄດ້ສະທ້ອນໃຫ້ເຫັນວ່າສິ່ງສໍາຄັນ ພວກເຮົາບໍ່ສາມາດຈະຖິ້ມໂທດ ໃສ່ອັນໃດອັນນຶ່ງໄດ້. ມັນເປັນການປະສົມປະສານກັນ ຣະຫວ່າງສະພາບການປ່ຽນແປງ ຂອງດິນຟ້າອາກາດ ແລະ ການກໍ່ສ້າງພື້ນຖານ ໂຄງຮ່າງ ຫລື ເຂື່ອນຕາມລໍາແມ່ນໍ້າຂອງ.”

ໃນກອງປະຊຸມຄັ້ງນີ້ ນັກວິຊາການດ້ານສິ່ງແວດລ້ອມ ແລະສັງຄົມ ຍັງເຫັນວ່າການສ້າງເຂື່ອນ ສົ່ງຜົລກະທົບຕໍ່ການກະສິກັມ ເຮັດໃຫ້ຕະລິ່ງ ເຈື່ອນ ໜັກຂຶ້ນ, ຣະດັບນໍ້າຂອງ ຂຶ້ນ-ລົງຜິດທັມຊາດ ກະທົບຕໍ່ປາແລະການປະມົງ.