ຄວາມພ້ອມຂອງໂຮງຮຽນ ຢູ່ລາວ ໃນສົກຮຽນ ປີນີ້
2019.08.30
ຫລາຍແຂວງຂອງລາວ ພ້ອມທີ່ຈະເປີດສົກຮຽນໃໝ່ 2019-2020 ໃນວັນທີ 2 ກັນຍາ ນີ້ ໃນຂນະທີ່ຫລາຍໂຮງຮຽນ ມີບັນຫາໂຮງຮຽນ ເປ່ເພ, ແລະຂາດເຂີນອຸປກອນ ການຮຽນ ການສອນ ແລະໂຮງຮຽນບາງແຫ່ງ ຍັງຜະເຊີນກັບຄວາມສ່ຽງ ຕໍ່ການທີ່ຈະຖືກນ້ຳຖ້ວມ ຍ້ອນ ຝົນຕົກໜັກ ເຊັ່ນແຂວງສວັນນະເຂດ -ຕາມຄຳເວົ້າຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ສິງຫາ ນີ້:
"ວັນທີ 2 ເດືອນ 9 ເປີດ ມີແຕ່ເຂດຊົນນະບົດ ກໍບໍ່ແນ່ ຕົກແຮງເຮົາກໍເລື່ອນ 2-3 ມື້ ຄັນຢູ່ໃນເມືອງມັນກໍຕ້ອງໄດ້ ເປີດພ້ອມກັນໝົດ ຫັ້ນນະ."
ແລະເຈົ້າໜ້າທີ່ຫ້ອງການສຶກສາ ແລະກິລາ ເມືອງໜອງບົກ ແຂວງຄຳມ່ວນ ກໍກ່າວໃນມື້ດຽວກັນນັ້ນວ່າ ໂຮງຮຽນທັງໝົດໃນເມືອງ ໝອງບົກ ຍັງບໍ່ໄດ້ຮັບຜົນກະທົບ ຈາກ ນ້ຳຖ້ວມ ແລະພ້ອມທີ່ຈະເປີດສົກຮຽນ ຕາມປົກກະຕິ:
"ກໍວັນທີ 2 ມັນໆກໍຕ້ອງພ້ອມຄືເກົ່າຫັ້ນແຫລະ ພ້ອມປົກກະຕິກໍຍັງບໍ່ທັນໄດ້ຖ້ວມ ຢູ່ທາງຫິນບູນເຮົາບໍ່ທັນໄດ້ຖ້ວມໄດ໊."
ເຖິງແມ່ນວ່າ ໂຮງຮຽນສ່ວນຫລາຍຈະກຽມພ້ອມ ໃນການເປີດສົກຮຽນໃໝ່ ຕາມປົກກະຕິກໍຕາມ ແຕ່ກໍຍັງມີໂຮງຮຽນຫລາຍແຫ່ງ ໃນເຂດຊົນ ນະບົດ ຍັງມີບັນຫາ, ດັ່ງຜູ້ ອຳນວຍການໂຮງຮຽນ ປະຖົມສົມບູນຫ້ວຍຮາວ ເມືອງຊຽງເງິນ ແຂວງຫລວງພະບາງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 30 ສິງຫາ ນີ້ວ່າ:
"ສະພາບໂຮງຮຽນຈະເປັນຝາໄມ້ເຮ້ອຍ ແລ້ວກໍຊຸດໂຊມຫລາຍ ແລ້ວກໍຢູ່ພື້ນກໍຍັງບໍ່ໄດ້ເທ ອາດຈະເປັນດິນ ເປັນດິນນີ້ໜາ ເປັນເກີບອັນນັ້ນ ເກີບນັກຮຽນຍັງບໍ່ມືເທື່ອເດີ."
ໃນຂນະດຽວກັນ ອຳນວຍການໂຮງຮຽນປະຖົມສົມບູນ ບ້ານຜາຕໍ່ ເມືອງກາສີ ແຂວງວຽງຈັນ ກໍເວົ້າວ່າ ມີຄຣູພຽງພໍ ແຕ່ຄຣູບໍ່ມີ ຄອມພິວເຕີໃຊ້. ເວລາຣາຍງານສົ່ງໃຫ້ ຫ້ອງການສຶກສາເມືອງ ກໍຕ້ອງໄດ້ຂຽນເອົາ ຂໍງົບປະມານຊື້ ກໍບໍ່ໄດ້ ດັ່ງທີ່ທ່ານກ່າວວ່າ:
"ຢູ່ໃນໂຮງຮຽນນີ້ ສິ່ງສຳຄັນຈຳເປັນ ທີ່ສຸດເຣຶ່ອງຄອມພິວເຕີ ນີ້ໜ່າຢູ່ໂຮງຮຽນ ຄູອາຈານນຳໃຊ້ຄອມພິວເຕີ ບໍ່ທັນມີ ມີແຕ່ອັນນັ້ນ ເວລາລາຍງານໄດ້ເອົາມືຂຽນ."
ສຳລັບຢູ່ແຂວງຜົ້ງສາລີ ເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວຕໍ່ວິທຍຸອເຊັຽເສຣີ ໃນມື້ດຽວກັນນັ້ນວ່ານັກຮຽນຊົນເຜົ່າ ໃນເຂດທຸກຍາກ ແລະໃນເຂດ ຫ່າງໄກ ຫລາຍຮ້ອຍຄົນ ບໍ່ມີເຄື່ອງແບບນັກຮຽນໃສ່ ບໍ່ມີເກີບໃສ່ ຍ້ອນພໍ່ແມ່ຜູ້ປົກຄອງ ບໍ່ມີເງິນຊື້ໃຫ້, ດັ່ງທີ່ທ່ານກ່າວວ່າ:
"ຢູ່ເຂດຮ່າງໄກສອກຫລີກນີ້ ກໍຂາດເຂີນແນວນັ້ນ ເພາະວ່າຍ້ອນຄອບຄົວ ຖານະເຂົາເຈົ້າບໍ່ພຽງພໍນະ ແລະ ກໍນັກຮຽນກໍຈະບໍ່ມີຊຸດນຸ່ງ ເປັນຕົ້ນແມ່ນຊຸດສີຂາວ ສົ້ງດໍ ຫລືວ່າ ສິ້ນເຂົາເຈົ້ານຸ່ງການໄປໂຮງຮຽນ ບາງຄົນເຂົາເຈົ້າກໍນຸ່ງຊຸດທົ່ວໄປ ມັນຈະເປັນຊຸດຊົນເຜົ່າ ໄປ ໂຮງຮຽນ."
ທ່ານເວົ້າວ່າ ໃນໂອກາດເປີດສົກຮຽນໃໝ່ປີນີ້ ຜແນກສຶກສາທິການ ແລະກິລາ ຢູ່ແຂວງຕ່າງໆ ຈະເອົາໃຈໃສ່ປັບປຸງໂຮງຮຽນ ທີ່ຍັງບໍ່ ທັນມີຄວາມພ້ອມທີີ່ຈະເປີດຮຽນ ແລະ ຈະໄດ້ເລື່ອນການເປີດສົກຮຽນ ນັ້ນອອກໄປ ເປັນຕົ້ນໃນເຂດ ທີ່ຖືກນ້ຳຖ້ວມ.