ຊິ້ນສ່ວນຍານອາວະກາດ ຂອງຈີນ ຕົກຢູ່ ລາວ

ຊິ້ນສ່ວນ ຍານອາວະກາດ ຂອງຈີນ ຕົກໃສ່ຫຼັງຄາ ເຮືອນປະຊາຊົນ, ໃສ່ເດິ່ນບ້ານ ທີ່ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເດິ່ນໂຮງຮຽນ ເມືອງເລົ່າງາມ ແຂວງ ສາລະວັນ.
ຊິ້ນສ່ວນ ຍານອາວະກາດ ຂອງຈີນ ຕົກໃສ່ຫຼັງຄາ ເຮືອນປະຊາຊົນ, ໃສ່ເດິ່ນບ້ານ ທີ່ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເດິ່ນໂຮງຮຽນ ເມືອງເລົ່າງາມ ແຂວງ ສາລະວັນ. (ຮູບພາບຈາກ : ນັກຂ່າວພົລເມືອງ)

0:00 / 0:00

ຊິ້ນສ່ວນ ຍານອາວະກາດ ຂອງຈີນ ຕົກໃສ່ ຫລັງຄາເຮືອນ ປະຊາຊົນຫລັງນຶ່ງ ແລະ ຕົກໃສ່ເດີ່ນບ້ານ ຢູ່ບ້ານທົ່ງເສັດ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ຕົກໃສ່ເດີ່ນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ແຂວງສາລະວັນ ໃນຕອນເຊົ້າ ຂອງມື້ວັນທີ 23 ພຶສພານີ້. ແຕ່ໂຊກດີ ທີ່ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ. ປັດຈຸບັນ ເຈົ້າໜ້າທີ່ ກົມການບິນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ທ້ອງຖິ່ນ ເກັບຊິ້ນສ່ວນ ຍານອາວະກາດນັ້ນ ໄວ້ເປັນຫຼັກຖານ ເພື່ອຂໍຄ່າຊົດເຊີຍ ຄວາມເສັຽຫາຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກົມການບິນ ທີ່ບໍ່ປະສົງອອກຊື່ ແລະ ສຽງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 23 ພຶສພາ ນີ້ວ່າ:

"ຕໍ່ເຫດການ ທີ່ເກີດຂຶ້ນຢູ່ 2 ແຂວງພາກໃຕ້ນັ້ນ ທາງກົມການບິນ ໄດ້ຮັບຣາຍງານແລ້ວ ແລະ ໄດ້ໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ ເກັບຫລັກຖານໄວ້ ເພື່ອຣາຍງານ ຕໍ່ກົມການບິນ ແລະ ໄດ້ສັ່ງໃຫ້ ສາຍການບິນ ໃນລາວ ປ່ຽນເສັ້ນທາງ ການບິນຊົ່ວຄາວ, ບໍ່ໃຫ້ບິນຜ່ານຣັສ​ມີ ທີ່ຊິ້ນສ່ວນ ຍານອາວະກາດຕົກ ເພື່ອຄວາມປອດພັຍ ຂອງຜູ້ໂດຍສານ."

ກ່ຽວກັບ ເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງປາກຊ່ອງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ປັດຈຸບັນ ໄດ້ໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງພື້ນທີ່ ໄປເກັບຊິ້ນສ່ວນ ຍານອາວະກາດ ແລະ ໃຫ້ກວດກາ ສະພາບ ຄວາມເສັຽຫາຍ ຂອງເຮືອນ ທີ່ຖືກ ຊິ້ນສ່ວນ ຕົກໃສ່ນັ້ນແລ້ວ ດັ່ງທີ່ທ່ານກ່າວວ່າ:

"ມັນເປັນ ເສດສ່ວນ ແບບເປັນສີວ່າ ເຫລັກກະບໍ່ແມ່ນ ມັນເປັນໂຍເປັນຫຍັງນີ້ນະ ເຮົາຍັງເອົາ ຂໍ້ມູນຢູ່ ເບື້ອງບ້ານເບື້ອງກຸ່ມເຂົາ ຈະສນອງ ໃຫ້ເຮົາຢູ່.”

ໃນຂນະດຽວກັນ, ເຈົ້າໜ້າທີ່ ເມືອງເລົ່າງາມ ກໍໄດ້ໄປກວດສອບ ພ້ອມທັງ ເກັບຊິ້ນສ່ວນ ຍານອາວະກາດ ຢູ່ໂຮງຮຽນບ້ານໜອງຕົມ ພ້ອມທັງ ສອບຖາມປະຊາຊົນ ທີ່ເຫັນເຫດການ ເພື່ອເອົາ ເປັນຂໍ້ມູນ ຣາຍງານ ຂັ້ນເທິງນໍາດ້ວຍ.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ພະຍາຍາມ ຕິດຕໍ່ໄປຫາສະຖານທູດຈີນ ປະຈໍາລາວ ທີ່ນະຄອນຫຼວງວຽງຈັນ ເພື່ອຂໍຖາມ ກ່່ຽວກັບ ເຫດການ ດັ່ງກ່າວ ທີ່ໄດ້ເກີດຂຶ້ນ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນນັ້ນ ແຕ່ ບໍ່ມີຜູ້ໃດຮັບໂທຣະສັບ.

ເມື່ອກ່ອນໜ້ານີ້ ຄືວັນທີ 21 ພຶສພາ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ອອກແຈ້ງການ ໃຫ້ 5 ແຂວງພາກໃຕ້ ຂອງລາວ ຄື ແຂວງ ສວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື ຣະວັງຊິ້ນສ່ວນ ຈາກການ ປ່ອຍຍານອາວະກາດ ຂອງຈີນ ໃນຂນະທີ່ ທາງການຫຼາຍທ້ອງຖິ່ນ ມີຄວາມກັງວົນ ກ່ຽວກັບຜົລກະທົບ ທີ່ອາຈເກີດຂຶ້ນຕື່ມອີກ ໃນອະນາຄົດ.