ຂ.ບໍຣິຄຳໄຊ ໂຈະການ ໂຍກຍ້າຍ ຊາວບ້ານ
2020.04.11
ແຂວງບໍຣິຄຳໄຊ ໂຈະ ການໂຍກຍ້່າຍປະຊາຊົນ ທັງຫມົດ 7 ບ້ານ ຈຳນວນ 335 ຄອບຄົວ ໃນເມືອງວຽງທອງ ທີ່ໄດ້ຮັບຜົລກະທົບຈາກ ໂຄງການເຂື່ອນນ້ຳເທີນ 1 ເຂົ້າໄປຢູ່ບ້ານຈັດສັນ ບ້ານຫ້ວຍຫອຍ ຊຶ່ງ ເປັນບ້ານທີ່ໂຄງການສ້າງໃຫ້ ເພື່ອປ້ອງກັນແລະຄວບຄຸມການຣະ ບາດຂອງໂຣຄໄວຣັສໂຄວິດ-19 ຕາມມາຕການຂອງຣັຖບານ. ດັ່ງເຈົ້າຫນ້່າທີ່ ຫ້ອງການປົກຄອງ ແຂວງບໍຣິຄຳໄຊ ທ່ານນື່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ເມສາ ນີ້ວ່າ:
“ຍັງເທື່ອຊ່ວງນີ້ ບໍ່ທັນໄດ້ແຕະຕ້ອງແລ້ວຊ່ວງນີ້ ບ້ານມີບັນຫາເດ້ ໃຫ້ເຂົາຢູ່ປະຈຳທີ່ກ່ອນເພາະວ່ານ້ຳພີ່ສັງກໍຍັງບໍ່ທັນໄດ້ຕັນເດ້ບໍ່ທັນໄດ້ອັດ ເຂື່ອນເດ້ ແຜນການໂຍກຍ້າຍໃຫມ່ ຈົນກວ່າມັນຈະປົກກະຕິ ຫັ້ນແລ້ວ.”
ທ່ານກ່າວຕື່່ມວ່າ ຕາມແຜນການເດີມ ປະຊາຊົນຜູ້ທີ່ໄດ້ຮັບ ຜົລກະທົບທັງຫມົດ ຈະຖືກໂຍກຍ້າຍເຂົ້າໄປຢູ່ບ້ານຈັດສັນຫ້ວຍຫອຍ ພາຍໃນ ເດືອນກຸມພາ ປີ 2020 ນີ້ ຂນະທີ່ປະຊາຊົນບາງສ່ວນໄດ້ຂົນເຂົ້າຂອງ ເຄື່ອງໃຊ້ໄປຢູ່ບ້ານຈັດສັນແລ້ວ ແຕ່ເກີດການຣະບາດໂຣຄໄວຣັ້ສ ໂຄວິດ-19 ກ່ອນ ຈື່ງເຮັດໃຫ້ແຜນການໂຍກຍ້າຍ ຕ້ອງໄດ້ເລື່ອນເວລາອອກໄປ ຈົນກວ່າສະຖານະການຈະກັບຄືນເປັນປົກກະຕິ.
ສ່ວນມາຕການປ້ອງກັນແລະຄວບຄຸມ ການແຜ່ຣະບາດຂອງໂຣຄໄວຣັສໂຄວິດ-19 ນັ້ນ ທາງຜແນກສາທາຣະນະສຸກແຂວງບໍຣິຄຳໄຊຮ່ວມ ກັບພາກສ່ວນກ່ຽວຂ້ອງ ໄດ້ລົງໄປກວດກາຕິດຕາມ ແລະໃຫ້ຄຳ ແນະນຳ ແກ່ປະຊາຊົນຢ່າງເຂັ້ມງວດ ແຕ່ຍັງມີຄວາມຫຍຸ້ງຍາກເຣື້ອງຜ້າ ອັດປາກອັດດັງ ທີ່ໄດ້ມາຕຖານທີ່ຫາຍາກມີຫນ້ອຍ ແລະຣາຄາແພງ, ດັ່ງເຈົ້າຫນ້າທີ່່ທ່ານດ່ຽວກັນນີ້ກ່າວວ່າ:
“ຍາກນຳຫນ້າກາກຄູ່ມື້ຂາດເຂີນຣາຄາແພງຊອກຊື້ຍາກດຽວນີ້ ບັນດາຄລີນິກຮ້ານຂາຍຢາ ເຂົາປິດຫມົດ ເຂົາກະໃຊ້ຜ້າແພບໍ່ແມ່ນຫຍັງຫັ້ນ ຫນ່າ ມັນບໍ່ມແມ່ນແບບ N95”
ທ່ານກ່າວຕື່ມວ່າ ດຽວນີ້ ຮ້ານຂາຍຢາຕ່າງໆ ກໍພາກັນປິດຫມົດ ເຮັດໃຫ້ປະຊາຊົນຫາຊື້ຫນ້າກາກບໍ່ໄດ້ ຫາກໄປຊື້ກັບຮ້ານທົ່ວໄປກໍບໍ່ໄດ້ ມາຕຖານແລະແພງປະມານ 5,000 ກີບຕໍ່ແຜ່ນ.
ປັດຈຸບັນ ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຍັງດຳເນີນຊິວິດແບບປົກກະຕິ ຫາຢູ່ຫາກິນຕາມຫ້ວຍຕາມປ່າໃກ້ບ້ານ ຖ້າບໍ່ຈຳເປັນກໍບໍ່ໄດ້ອອກ ຈາກເຮືອນ ຫລືເດີນທາງໄປບ້ານອື່່ນເມືອງອື່ນ ເພື່ອປອ້ງກັນການແຜ່ ຣະບາດຂອງໂຣຄໄວຣັສໂຄວິດ-19.
ປະຊາຊົນ ຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບຈາກໂຄງການເຂື່ື່່ອນນ້ຳເທີນ 1 ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ຈະບໍ່ຂໍໃຫ້ຄວາມເຫັນ ກ່ຽວກັບ ຜົລກະທົບຈາກການໂຍກຍ້າຍ ໄປຢູ່ບ້ານຫ້ວຍຫອຍ ເພາະ ທຸກຢ່າງຂື້ນກັບທາງການ ສ່ວນການດຳເນີນຊິວິດໃນຕອນນີ້ ກໍໄດ້ ຫາຢູ່ຫາກິນຕາມປ່າຕາມດົງ ແບບວິຖິຊິວິດຂອງຄົນຊົນນະບົດ ຄົນໃນບ້ານກໍຫ້າມອອກຈາກພື້ນທີ່ ຄົນທາງນອກກໍບໍ່ໃຫ້ເຂົ້າມາໃນພື້ນທີ່່ ແລະໃຫ້ໃສ່ຜ້າປິດປາກປິດດັງຕຣອດ ຖ້າຈະອອກເຮືອນ:
“ເຮົາຢູ່ບ້ານນອກຊິບໍ່ໄປພີເລີ ກະບໍ່ອັນນັ້ນດອກ ບໍ່ໄດ້ໄປບ່ອນອື່ນເນາະ ໄປກໍມີໄປພູໄປປ່າພຸ້ນ ບໍ່ໄດ້ໄປເມືອງອັດກໍເຂົາກໍອັດຄືກັນບໍ່ມີຜູ້ເຂົ້າ ຜູ້ອອກແລ້ວນ່າ.”
ເມື່ອວັນທີ 17 ເດືອນກຸມພາ ຜ່ານມາ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍຣິຄຳໄຊ ໄດ້ຮັບມອບເອົາບ້ານຈັດສັນ ບ້ານຫ້ວຍຫອຍ ຈາກໂຄງການນ້ຳເທີນ 1 ແລະຕຽມການໂຍກຍ້າຍປະຊາຊົນທັງຫມົດ ເຂົ້າໄປຢູ່ແບບຖາວອນພາຍໃນເດືອນກຸມພາປີນີ້ ພ້ອມກັບຈ່າຍເງິນ ຊົດເຊີຍ ສ່ວນເຫລືອອີກ 40% ແຕ່ກຳນົດການທັງຫມົດກໍຖືກເລື່່ອນອອກ ໄປໂດຍບໍ່ມີການກຳນົດ.