ແຮ່ທາດທີ່ຫາຍາກ ໃນລາວ


2013.03.29
f-rare-earth ການຄົ້ນຄວ້າ ແຮ່ທາຕທີ່ຫາຍາກ ໃນໂລກ ເປັນສິ່ງຕ້ອງຫ້າມ ແລະ ກວດຂັນກັນ ຢ່າງເຄັ່ງຄັດ ຫລາຍອົງການ ຍັງຄົ້ນຄວ້າ ວິທີນໍາໃຊ້ ທີ່ບໍ່ເປັນ ອັນຕລາຍ.
Nasa/Public Domain

ໂຮງງານ ແຍກ ແຮ່ທາດ ທີ່ຫາຍາກ ຂອງຈີນ ໃນລາວ ຍັງບໍ່ທັນ ດຳເນີນງານ ເທື່ອ.

ສປປລາວ ໄດ້ສ້າງໂຮງງານ ແຍກແຮ່ທາດ ທີ່ຫາຍາກ ໃນເຂດບ້ານ ຫລິ່ງຊັນ ເມືອງ ທຸລະຄົມ ແຂວງວຽງຈັນ ໃນປີ 2012 ເປັນການລົງທຶນ ຂອງຈີນ ເພື່ອ ທຳການ ແຍກແຮ່ທາດ ທີ່ຫາຍາກ ປະເພດ ຕ່າງໆ. ແຕ່ເທົ່າເຖິງ ປັດຈຸບັນ ປາກົດວ່າ ຍັງບໍ່ມີການ ດຳເນີນງານ ໃດໆເທື່ອ ເນື່ອງຈາກວ່າ ຊາວບ້ານ ຫລາຍຄອບຄົວ ທີ່ ອາສັຍ ຢູ່ໃນ ບໍຣິເວນ ນັ້ນໄດ້ ຮຽກຮອ້ງ ໃຫ້ຣັຖບານ ຫາທາງປ້ອງກັນ ຄວາມປອດພັຍ ຕໍ່ສຸຂພາບ ຂອງ ພວກຂະເຈົ້າ ແລະ ສິ່ງແວດລ້ອມ ທີ່ ອາຈມີ ອັນຕລາຍ ຈາກໂຮງງານ ດັ່ງກ່າວ. ດັ່ງຊາວບ້ານ ນາງນຶ່ງເວົ້າວ່າ:

"ໃນປັດຈຸບັນ ມີແຕ່ ຄົນງານຈີນ ປະມານ 4-5 ຄົນ ອາສັຍ ຢູ່ທີ່ນັ້ນ ອາດເປັນ ໄປໄດ້ວ່າ ສາເຫດທີ່ ໂຮງງານ ດັ່ງກ່າວ ຍັງບໍ່ທັນ ດຳເນີນງານ ຍ້ອນວ່າ ວ່າງປີທີ່ ຜ່ານມາ ໄດ້ມີຊາວບ້ານ ບາງຄົນ ໄປແຈ້ງຕໍ່ ອຳນາດ ການປົກຄອງ ທ້ອງຖິ່ນ ໃຫ້ໂຮງງານ ທົບທວນຄືນ ເຣື້ອງການ ປ່ອຍນ້ຳເສັຽ ໃຫ້ດີສາກ່ອນ ເພາະກຸ່ມຊາວບ້ານ ຍັງເປັນຫວ່ງ ກ່ຽວກັບ ຜົລກະທົບ ຈາກ ໂຮງງານນັ້ນ".

ແຮ່ທາດ ທີ່ຫາຍາກ ເປັນອັນຕຣາຍ ຕໍ່ສຸຂພາບ ຂອງຄົນ ແລະ ສິ່ງແວດລ້ອມ ຖ້າບໍ່ມີການ ບໍຣິຫານ ຈັດການ ທີ່ດີ. ມົລພິດ ທີ່ຈະເກີດຂຶ້ນ ດັ່ງເຊັ່ນ radioactive ຫລື ກຳມັນຕະຣັງສີ ຈາກການແຍກ ແຮ່ທາດ ດັ່ງກ່າວ ເພາະມີທາດ thorium ແລະ uranium ປະກອບ ຢູ່ ໃນແຮ່ທາດນັ້ນ ທີ່ຈະເປັນ ອັນຕຣາຍ ຕໍ່ ສິ່ງແວດລ້ອມ ແລະ ສຸຂພາບ ຂອງຄົນ ຮວມທັງ ສິ່ງທີີ່ມີຊິວິດ ປະເພດຕ່າງໆ ໃນບໍຣິເວນ ໃກ້ຄຽງ ໂຮງງານ. ຈີນໃຊ້ ສປປລາວ ເປັນບ່ອນ ກັ່ນແຮ່ທາດ ທີ່ຫາຍາກ ດັ່ງກ່າວ ເພາະ ຫລາຍປະເທດ ໃນຂົງເຂດ ບໍ່ ອະນຸຍາດ ໃຫ້ຈີນ ຕັ້ງໂຮງງານ ປະເພດນີ້ ເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.