ແຂວງໄຊຍະບູຣີ ເກີດເຫດການ ແຜ່ນດິນໄຫວ

ສິດນີ
2021.07.08
ແຂວງໄຊຍະບູຣີ ເກີດເຫດການ ແຜ່ນດິນໄຫວ ຄວາມເສັຽຫາຍ ຈາກເຫດການ ແຜ່ນດິນໄຫວ ຢູ່ເມຶອງເງິນ ແຂວງໄຊຍະບູຣີ ຮວມ 13 ຄັ້ງ, ແຕ່ຕອນເຊົ້າຂອງວັນທີ 7 ຫາ 8 ໂມງເຊົ້າ ຂອງວັນທີ 8 ກໍຣະກະດາ 2021
ນັກຂ່າວພົລເມືອງ

ເກີດເຫດແຜ່ນດິນໄຫວ ຢູ່ເມຶອງເງິນ ແຂວງໄຊຍະບູຣີ ຮວມ 13 ຄັ້ງ ຕັ້ງແຕ່ຕອນເຊົ້າຂອງວັນທີ 7 ຫາ 8 ໂມງເຊົ້າຂອງວັນທີ 8 ກໍຣະກະດາ ຊຶ່ງແຜ່ນດິນໄຫວເທື່ອນິ້ ແຮງທິ່ສຸດແມ່ນ ເກີດຂຶ້ນໃນເວລາບ່າຍ 1 ໂມງ ຂອງວັນທີ 7 ຊຶ່ງສາມາດວັດແທກຄວາມສັ່ນ ສະເທຶອນໄດ້ 4.9 ເຣັກເຕີ ຢູ່ເລິກຈາກໜ້າດິນ 15 ກິໂລແມັດ ຈົນເຮັດໃຫ້ປະຊາຊົນ ໃນເມຶອງເງິນ ຮູ້ສຶກຄວາມສັ່ນສະເທຶອນໄດ້, ແຕ່ໃນຄັ້ງນິ້ໂຊກດິ ບໍ່ມີຄົນໄດ້ຮັບບາດເຈັບ ແລະ ເສັຽຊິວິດ. ຊາວບ້ານຜູ້ນຶ່ງໃນເຂດເທສບານເມຶອງເງິນ ແຂວງໄຊຍະບູຣີ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 8 ກໍຣະກະດາ ນິ້ວ່າ:

“ເອີ, ມັນກະແຜ່ນດິນໄຫວ ວານນິ້ແຫລະ ແຕ່ກະບໍ່ມີຫຍັງເສັຽຫາຍ ກະແຮງເຕີບ ທີວີໃຫຍ່ໆວາງຢູ່ໜ້າ ສັ່ນສະເທຶອນ ອອກຈາກ ບ້ານພຸ້ນແລ້ວ ມັນຄືຊິ່ບ້ານຊິ່ຖະລົ່ມພຸ້ນແຫຼະ.”

ຊາວບ້ານທ່ານນິ້ ກ່າວຕຶ່ມວ່າ ແຮງສັ່ນສະເທຶອນຂອງແຜ່ນດິນໄຫວ ເຮັດໃຫ້ຫຼັງຄາເຮືອນ, ໂທຣະທັສ ແລະ ເຄຶ່ອງຂອງຕ່າງໆສັ່ນ ໄປໝົດຈົນຄົນໃນເຮືອນໄດ້ແລ່ນໜີຈາກເຮືອນ ອອກໄປນອກບ້ານ ຍ້ອນຢ້ານຫຼັງຄາເຮືອນຕົກລົງມາທັບ ແຕ່ໂຊກດີ ທິ່່ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ ແລະ ສິ່ງຂອງຕ່າງໆກໍບໍ່ເສັຽຫາຍຫຼາຍ.

ຊາວບ້ານອີກຜູ້ນຶ່ງຢູ່ໃນເຂດເທສບານເມຶຶອງເງິນ ກໍກ່າວຕໍ່ເອເຊັຽເສຣີ ໃນມຶ້ດຽວກັນວ່າ ໄດ້ຮັບຮູ້ເຖິງການສັ່ນສະເທຶອນ ແລະບາງ ເຮຶອນຢູ່ບ້ານນາງົວ ຫ່າງຈາກເທສບານເມຶອງ ອອກໄປປະມານ 1 ກິໂລແມັດ ເກີດເຫດຫຼັງຄາບ່ອນຈອດຣົດຖະລົ່ມລົງມາ ແຕ່ບໍ່ ເສັຽຫາຍຫຼາຍປານໃດ ແລະບໍ່ມີຄົນໄດ້ຮັບບາດເຈັບ ເຖິງແມ່ນວ່າ ແຜ່ນດິນໄຫວເທຶ່ອນິ້ຈະບໍ່ ຮູນແຮງ ແຕ່ຊາວບ້ານສ່ວນໃຫຍ່ຮູ້ສຶກ ຕົກໃຈ ແລະຢ້ານວ່າຈະເກີດອັນຕະລາຍແຮງຂຶ້ນ.

“ເຈົ້າແມ່ນລະວ່າແຮງຢູ່ ຂະເຈົ້າກະຍ້າຍຢູ່ເພາະວ່າ ມັນກະດົນເທຶ່ອນຶ່ງເນາະ ແຕ່ວ່າເສັຽຫາຍໜ້ອຍນຶ່ງ ຢູ່ບ້ານນາງົວຫຼັງຄາຖະລົ່ມ ທັບໃສ່ຣົດ.”

ຊາວບ້ານອີກທ່ານນຶ່ງກ່່າວວ່າ ຕອນເກີດເຫດແຜ່ນດິນໄຫວ ທຸກສິ່ງທຸກຢ່າງພາຍໃນເຮືອນສັນສະເທຶອນໝົດ ແລະ ຊາວບ້ານຢູ່ ເມຶອງເງິນ ກໍບໍ່ໄດ້ຮັບການແຈ້ງເຕຶອນພັຍ ຈາກ ທາງການ ເຮັດໃຫ້ປະຊາຊົນຕ່າງ ກໍພາກັນແລ່ນໜີ ຊ່ອຍເຫຼຶອຕົນເອງ.

“ເຈົ້າມັນໄຫວແຮງ ຢູ່ຕອນມຶ້ວານນິ້ ປະມານ 2 ໂມງ ຫຼັງຄາອິ່ຫຍັງມັນສັ່ນບັບໆຢູ່ໃດ໌ ບໍ່ມີແຈ້ງເຕຶອນເຂົາກໍລົງຂ່າວຢູ່ວ່າ ມັນແຮງ ປະມານ 4.8, 4.9 ເຣັກເຕີ.”

ເຫດແຜ່ນດິນໄຫວເກີດຂຶ້ນເທຶ່ອນິ້ ເຖິງແມ່ນວ່າບໍ່ຮຸນແຮງ ແຕ່ປະຊາຊົນຫຼາຍຄົນ ເວົ້າເປັນສຽງດຽວກັນວ່າຢາກໃຫ້ທາງການລາວ ຕິດຕັ້ງເຄຶ່ອງເຕຶອນພັຍເຫດແຜ່ນດິນໄຫວ ເພຶ່ອແຈ້ງເຕຶອນປະຊາຊົນ ໃຫ້ຕຽມຕົວທັນເວລາ ໃນການຫລົບໜີ.

ທາງດ້ານເຈົ້າໜ້າທີ່ໂຮງໄຟຟ້າ ຫົງສາລິກໄນ ຢູ່ເມຶອງຫົງສາ ແຂວງໄຊຍະບູຣີ ເວົ້າວ່າ, ແຜນດິນໄຫວເກີດຂຶ້ນຢູ່ເມຶອງເງິນ ເທື່ອນິ້ ຫ່າງຈາກໂຮງໄຟຟ້າ ຫົງສາປະມານ 20 ກິໂລແມັດ ຮູ້ສຶກເຖິງແຮງສັ່ນສະເທຶອນ ແຕ່ກໍບໍ່ຮຸນແຮງປານໃດ ຊຶ່ງໃນໄລຍະທິ່ເກີດເຫດ ທາງໂຮງໄຟຟ້າຫົງສາ ກໍໄດ້ອົພຍົບພະນັກງານ ໃຫ້ອອກນອກອາຄານ ເພຶ່ອຄວາມປອດພັຍ.

ພາຍຫຼັງທິ່ແຜ່ນດິນໄຫວສງົບລົງ ເຈົ້າຫນ້າທີ່ຄວບຄຸມ ຣະບົບຄວາມປອດພັຍ ກໍໄດ້ເຂົ້າໄປສຳຣວດ ພາຍໃນໂຮງໄຟຟ້າ ແຕ່ບໍ່ພົບ ເຫັນຄວາມເສັຽຫາຍ ແລະ ໂຮງໄຟຟ້າ 3 ໂຮງ ຍັງສາມາດຜລິດກະແສໄຟຟ້າໄດ້ ຕາມປົກກະຕິດີ.

“ຮັບຮູ້ແຮງສັ່ນສະເທຶອນ ແຕ່ບໍ່ມີຜົລກະທົບໂຮງງານໄຟຟ້າ ທັງ 3 ໂຮງ ເດີນປົກກະຕິ ເຮົາກໍອົພຍົບເນາະ ຕາມມາຕຖານໂຮງງານ ແລ້ວ ກະທິມງານທາງດ້ານຄວບຄຸມ ຣະບົບ ຄວາມປອດພັຍໂຮງງານ ເຂົາກະເຂົ້າມາກວດສອບອາຄານສະຖານທິ່ຕ່າງໆແລ້ວ ເຮົາກະເຮັດວຽກປົກກະຕິ ບໍ່ມີຫຍັງ.”

ຕໍ່ເຫດແຜ່ນດິນໄຫວ ຄັ້ງນິ້ ເຈົ້າຫນ້າທິ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ເອເຊັຽ ເສຣີວ່າ ເຫດແຜ່ນດິນໄຫວ 16 ຄັ້ງ ໃນໄລຍະ 2 ມຶ້ເທຶ່ອນີ້ ແມ່ນເກີດຂຶ້ນໃນຈຸດດຽວກັນ ແລະ ເກີດຂຶ້ນຕາມທັມມະຊາດ ເຖິງຈະບໍ່ ຮຸນແຮງ ແຕ່ຂ້ອນຂ້າງຜິດປົກກະຕິ ຊຶ່ງຍັງບໍ່ສາມາດໃຫ້ຄຳຕອບໄດ້ວ່າເກີດຍ້ອນຫຍັງ ເນື່ອງຈາກບໍ່ມີນັກຊ່ຽວຊານ ດ້ານແຜ່ນດິິນໄຫວ ໂຄງສະເພາະ.

ສຳລັບການແຈ້ງເຕຶອນປະຊາຊົນ ທາງແຂວງໄຊຍະບູຣີ ຍັງບໍ່ມີຣະບົບເຕຶອນພັຍ ແບບອັດຕະໂນມັດ ຮວມເຖິງຍັງບໍ່ມີສຳນັກງານ ແຜ່ນດິນໄຫວ ທິ່ຈະເປັນພາກສ່ວນຣາຍງານເຫດ ແຜ່ນດິນໄຫວຮີບໂຮມຂໍ້ມູນ ແລະ ວິຈັຍແຜ່ນດິນໄຫວ ທີ່ເກີດຂຶ້ນໃນ ແຂວງ ໄຊຍະບູຣີ.

“ແມ່ນແຫຼະ ຢູ່ທາງເມຶອງເງິນ ການແຈ້ງເຕຶອນເຮົາບໍ່ມີ ເກີດມາແລ້ວມັນຈຶ່ງຮູ້ວ່າ ມັນທໍ່ນັ້ນທໍ່ນິ້ ຊຶ່ໆດອກ ເຣຶ້ອງແຜ່ນດິນໄຫວນິ້ກໍຍັງ ບໍ່ທັນມີເນາະ ໜ່ວຍງານຮັບຜິດຊອບໂດຍກົງ ເພາະວ່າ ຂະເຈົ້າສຳຣວດເມຶ່ອ ກ່ອນມັນມີຮອຍເລຶ່ອນ ຢູ່ເຂຶ່ອນນ້ຳຂອງນີ້ ກະມີນ່າ ມາຮອດເຂຶ່ອນ.”

ອີງຕາມການຣາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມທີ່ໄດ້ຣາຍງານ ເຣຶ້ອງແຜ່ນດິນໄຫວໃນລາວ ຣະບຸວ່າແຜ່ນດິນໄຫວ ແມ່ນເກິດຂຶ້ນເກືອບທຸກເດຶອນ ໃນແຂວງພາກເໜຶອຂອງລາວ ແລະຫຼາຍທິ່ສຸດ ແມ່ນຢູ່ແຂວງໄຊຍະບູຣີ ແຕ່ມີຂນາດບໍ່ຮຸນແຮງ ແລະ ບາງຄັ້ງກໍບໍ່ສາມາດຮູ້ສຶກ ຄວາມສັ່ນສະເທຶອນໄດ້.

ເຫດແຜ່ນດິນໄຫວເກີດຂຶ້ນ ເທື່ອຫຼ້າສຸດ ກໍແມ່ນໃນເດຶອນ ມິຖຸນາ ຜ່ານມາ 2 ຄັ້ງ ໃນແຂວງໄຊຍະບູຣີ ໃນເມືອງ ໄຊສະຖານ ຂນາດ 2.0 ເຣັກເຕີ, ເມຶອງໄຊຍະບູຣີ ຂນາດ 1.8 ເຣັກເຕີ ແຕ່ເຫດແຜ່ນດິນໄຫວ ທິ່ມີຄວາມຮຸນແຮງທິ່ສຸດ ໃນໄລຍະ 10 ປີ ຜ່ານມາແມ່ນ ເກີດຂຶ້ນໃນ ວັນທີ 21 ພຶສຈິກາ 2019 ຊຶ່ງມີຄວາມແຮງຂນາດ 5.9 ເຣັກເຕີ ແລະ ມີຈຸດສູນກາງ ຢູ່ເມຶອງຫົງສາ ແຂວງໄຊຍະບູຣີ ເຮັດໃຫ້ບ້ານເຮືອນປະຊາຊົນ ຢ່າງນ້ອຍ 17 ຫຼັງເພພັງເສັຽຫາຍ ແລະ ຍັງສົ່ງຜົລກະທົບຕໍ່ ໂຮງໄຟຟ້າຫົງສາ ນຳອີກຈົນເຮັດໃຫ້ປິດ ການຜລິດໄຟຟ້າຊົ່ວຄາວ ຍ້ອນໂຮງໄຟຟ້າຫົງສາ ໄດ້ຮັບຄວາມເສັຽຫາຍຈຳນວນ 1 ໂຮງ ຈາກ ທັງໝົດ 3 ໂຮງ.

ສຳລັບແຂວງໄຊຍະບູຣີ ແລະແຂວງພາກເໜຶອຂອງລາວ ແມ່ນຈຸດຮອຍເລຶ່ອນຂອງເປືອກໂລກ ທີ່ຍັງເຄຶື່ອນໄຫວຢູ່, ພາສາອັງກິດກໍຄື ACTIVE FAULT ກວມເອົາເນຶ້ອທີ່ 200 ກິໂລແມັດ ແລະຮອຍເລຶ່ອນທິ່ອັນຕະລາຍທິ່ສຸດ ແມ່ນຮອຍເລຶ່ອນໄຊຍະບູຣີ ອັນເປັນຈຸດ ທີ່ເຂຶ່ອນໄຊຍະບູຣີ ຕັ້ງຢູ່ ຊຶ່ງນັກຊ່ຽວຊານ ໄດ້ປະເມີນວ່າ ມີໂອກາດ 30% ທິ່ຈະເກີດ ແຜ່ນດິນໄຫວ ຂນາດ 7.0 ເຣັກເຕີໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.