ປະຊາຊົນບໍ່ໝັ້ນໃຈ ມາຕຖານ ສ້ອມແປງຖນົນ

ປະຊາຊົນ ເມືອງໄຊທານີ ກັງວົນນໍາ ມາຕຖານ ການສ້ອມແປງ ຖນົນຫົນທາງ.

ໂຄງການກໍ່ສ້າງ ຂຍາຍເສັ້ນທາງ ໃນ ນະຄອນຫຼວງວຽງຈັນ ເມື່ອຫຼາຍປີ ທີ່ຜ່ານມາ File photo: RFA

ປະຊາຊົນ ເມືອງໄຊທານີ ນະຄອນຫລວງວຽງຈັນ ກັງວົນເລື່ອງເສັ້ນທາງ ທີ່ກຳລັງສ້ອມແປງໃນປັດຈຸບັນ ນັ້ນບໍ່ໄດ້ມາຕຖານ ແລະຈະເຮັດ ໃຫ້ເພຄືເກົ່າຍ້ອນວ່າ ເສັ້ນທາງດັ່ງກ່າວ ຍັງມີຂີ້ຝຸ່ນຢູ່. ປະຊາຊົນ ເມືອງໄຊທານີ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ພຶສຈິກາ ວ່າ:

"ກໍເຫັນວ່າເພິ່ນເລີ່ມລົງມື ປະມານອາທິດນຶ່ງແລ້ວ ສຳເລັດໄວໆນີ້ກໍດີ ແຕ່ດຽວນີ້ ກິນຝຸ່ນຊ້ວງນີ້ ຍົກທາງເກົ່າອອກເດ້ ມັນກໍເປັນຝຸ່ນ ກໍບໍ່ຮູ້ ວ່າປູໜາປູບາງເທົ່າໃດ ກະຄັນເພີ່ມປູຫຼາຍຊັ້ນ ກໍໂອເຄຢູ່ ກໍຢູ່ຫຼາຍປີ ແຕ່ຖ້າຂະເຈົ້າໃຊ້ຢາງໜ້ອຍ ໃຊ້ຫີນໜ້ອຍ ລົດບັນທຸກມັນແລ່ນຫຼາຍ ມັນຈະເພໄວ."

ປະຊາຊົນເມືອງໄຊທານີ ອີກທ່ານນຶ່ງ ກ່າວໃນວັນທີ 17 ພືສຈິກາ ວ່າ: ຊາວບ້ານກໍລັງຖ້າເບິ່ງຕົວຈິງວ່າ ຈະສ້າງຫຼື ສ້ອມແປງເສັ້ນທາງໄດ້ ມາຕຖານຫຼືບໍ່:

"ຕ້ອງເບິ່ງຕົວຈິງວ່າ ເຂົາຊິສ້າງໄດ້ມາຕຖານສ່ຳໃດ ທີ່ຜ່ານມາ ກໍບໍ່ໄດ້ມາຕຖານ ແຕ່ເພິ່ນວ່າ ເພິ່ນຊິປູສອງຊັ້ນ ຜ່ານມານີ້ປູແຕ່ຊັ້ນດຽວ ແລ້ວລົດໜັກທຽວໜ້ອຍນຶ່ງ ກໍເປ່ກໍເພຄືເກົ່າ ໄທບ້ານແຖວນີ້ກໍລຸ້ນກັນຢູ່ວ່າ ຂະເຈົ້າຊິສ້າງໄດ້ມາຕຖານບໍ່."

ສໍາລັບຣາຍລະອຽດ ຂອງການສ້ອມແປງເສັ້ນທາງດັ່ງກ່າວ ເອເຊັຽເສຣີ ໄດ້ຕິດຕໍ່ຫາໄປຫາ ຜແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງ ວຽງຈັນ ເພື່ອສອບຖາມຂໍ້ມູນ ແຕ່ເຈົ້າໜ້າທີ່ບໍ່ໃຫ້ສຳພາດ.

ທ່ານ ສຸດໃຈ ດວງດາລາ ຮອງຫົວໜ້າຂະແໜງຂົວທາງ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນໃນ ວັນທີ 13 ພຶສຈິກາ ວ່າໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງ ແຕ່ຕານມີໄຊ ຫານາທົ່ມ ມີຄວາມຍາວ 10.7 ກິໂລແມັດ ຈະສຳເຣັດໃນ ທ້າຍປີ 2020:

"ໂຄງການສ້ອມແປງ ຟື້ນຟູ ເສັ້ນທາງແຕ່ຕານມາໄຊ ຫາ ນາທົ່ມ ຖະໜົນແສງຈັນ ຫ້ວຍເຕີຍ ຖະໜົນສະອາດ ຄວາມຍາວ 10.7 ກິໂລແມັດ ຈັດຕັ້ງປະຕິບັດວຽກປັບປຸງຄອງຣະບາຍນ້ຳ ປັບປຸງຊັ້ນຮອງພື້ນທາງ ປູຢາງ ຄາດວ່າ ຈະສຳເຣົດທ້າຍປີ 2020 ນີ້."

ທ່ານ ກ່າວຕື່ມວ່າ ມີການສ້ອມແປງປັບປຸງ ເສັ້ນທາງ 13 ໃຕ້ ເຂດຫຼັກ 19 ໄປຫາ ບ້ານນາສາລາ ນາພອກ ອອກມາຫຼັກ 24 ຖນົນເລກທີ 13 ໃຕ້ ໄລຍະທາງ 24 ກິໂລແມັດ ມີການສ້ອມແປງໄປແລ້ວປະມານ 2 ກິໂລແມັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org