ນ້ຳອັ່ງທາງລອດ ທາງຣົດໄຟ ຊາວໄຊທານີອຸກ
2020.08.06

ຊາວເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ໃນການໄປ-ມາ ຍ້ອນກ້ອງອຸໂມງລອດ ທາງຣົດໄຟລາວ-ຈີນ ຈຸດເຊື່ອມຕໍ່ ຣະຫວ່າງ ບ້ານຫ້ວຍແດນເມືອງ ຫາບ້ານໜອງວຽງຄຳ ໄດ້ກາຍເປັນ ບ່ອນນໍ້າອັ່ງ ເນື່ອງຈາກຍັງເຮັດຣະບົບ ຣະບາຍນໍ້າ ບໍ່ທັນແລ້ວ ສົ່ງຜົລໃຫ້ຊາວບ້ານ ທີ່ສັນຈອນ ລອດອຸໂມງ ດັ່ງກ່າວ ມີຄວາມຫຍຸ້ງຍາກ. ດັ່ງຊາວບ້ານ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 05 ສິງຫາ ວ່າ ເຂົາຍັງເຮັດຮ່ອງບໍ່ແລ້ວ ຂຸດລົງໄປແລ້ວ ມັນຄ້າຍຄືແອ່ງນໍ້າ ຝົນຕົກລົງມານໍ້າຖ້ວມ.
"ມັນມີບາງເຂດ ຂົວບ່ອນຂົວທີ່ວ່າ ຂະເຈົ້າເຮັດຫັ້ນເນາະ ເຂົາເຮັດທາງໄປ ແລ້ວເຂົາຍັງ ເຮັດຮ່ອງບໍ່ແລ້ວ ຊີ້ຫັ້ນນ່າ. ເຂົາຂຸດລົງໄປແລ້ວ ມັນຄ້າຍຄືແອ່ງນໍ້າ ຈັ່ງຊີ້ຫັ້ນນ່າ. ແລ້ວບາດນີ້, ຝົນຕົກໄປ ນໍ້າໄປຫົ້ງຢູ່ຫັ້ນນ່າ ເດືອດຮ້ອນ ບໍ່ກາຊ່ວງນີ້ ເດືອດຮ້ອນ ເພາະໜ້າຝົນເດ."
ສ່ວນຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວວ່າ ຕາມປົກກະຕິແລ້ວ, ຕົນມັກຂີ່ຣົດ ຜ່ານອຸໂມງແຫ່ງນີ້ ແຕ່ຫຼັງຈາກເຫັນວ່າ ຂ່າວນໍ້າອັ່ງ ຢູ່ອຸໂມງ ກໍບໍ່ໄດ້ທຽວທາງນີ້.
"ຕອນເຮົາທຽວໄປມັນກໍບໍ່ຖ້ວມດອກມັນກາເປັນບາງມື້ຝົນຕົກມັນກາຈັ່ງ ຖ້ວມໜ້າຝົນຕົກແຮງມັນກາຖ້ວມຫັ້ນແຫຼະໄປບໍ່ທັນນໍ້າຫັ້ນນ່າດຽວນີ້ເຮົາພັກຢູ່ບໍ່ໄດ້ອອກໄປ ເຮົາຢູ່ໃນຈັ່ງຊີ້."
ໃນຂະນະທີ່ ສະພາບນໍ້າອັ່ງ ອຸໂມງດັ່ງກ່າວ ຊາວບ້ານອີກທ່ານນຶ່ງ ໃຫ້ຄວາມເຫັນວ່າ ອາຈເປັນຍ້ອນ ການກໍ່ສ້າງ ບໍ່ໄດ້ມາຕຖານ ແລະ ບໍ່ໄດ້ກໍ່ສ້າງ ຮ່ອງຣະບາຍນໍ້າ.
"ເຮັດໃຫ້ນໍ້າຖ້ວມ ກາບໍ່ຄັກຫັ້ນແຫຼະ. ທັມມະດາ ເຈົ້າເຮັດ ເຈົ້າກາຕ້ອງມີບ່ອນ ຣະບາຍນໍ້າອອກ ລະຫວາ. ກາບໍ່ໄດ້ມາຕຖານຫັ້ນແລ້ວ, ເຈົ້າກາຕ້ອງ ມີແຜນປ້ອງກັນ ຢ່າງຄັກແນ່. ບໍ່ໃຫ້ນໍ້າຖ້ວມ ບໍ່ໃຫ້ນໍ້າໄຫຼ ມາຕັນທາງນີ້."
ທາງເຈົ້າໜ້າທີ່ທ້ອງຖິ່ນ ໄດ້ກ່່າວວ່າ ປັດຈຸບັນ, ສະພາບນໍ້າອັ່ງ ເຂດອຸໂມງ ໄດ້ຫຼຸດລົງຫຼາຍແລ້ວ, ແຕ່ຍັງບໍ່ທັນເຫັນ ບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ມາສ້ອມແປງ ຫຼືແກ້ໄຂ ແນວໃດເທື່ອ.
"ບໍ່ທັນແຫຼະ ບໍ່ທັນມີຫຍັງແຫຼະ ກາຍັງຄືເກົ່າຫັ້ນແຫຼະ. ຂ້ອຍບໍ່ໄດ້ໄປທາງນັ້ນນ່າ ຂ້ອຍບໍ່ໄດ້ ທຽວໄປພຸ້ນມື້ນີ້ນ່າ."
ຕໍ່ກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ເມືອງໄຊທານີ ໄດ້ກ່າວຕໍ່ກັບ ເອເຊັຽເສຣີວ່າ ໄດ້ສົ່ງເຈົ້າໜ້າທີ່ ລົງໄປກວດແລ້ວ ໃນເບື້ອງຕົ້ນ ແລະ ກຳລັງປະສານ ໄປຫາບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ທາງຣົດໄຟ ເຂດດັ່ງກ່າວ ເພື່ອໃຫ້ມາເລັ່ງກໍ່ສ້າງ ຣະບົບຮ່ອງຣະບາຍນໍ້າ ໃຫ້ແລ້ວ. ສ່ວນທາງບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ທາງຣົດໄຟ ໃນເຂດດັ່ງກ່າວ ຍັງບໍ່ທັນອອກຊີ້ແຈງ ຕໍ່ບັນຫາດັ່ງກ່າວ ວ່າຈະແກ້ໄຂແນວໃດ ເພື່ອໃຫ້ປະຊາຊົນ ທຽວທາງໄປ-ມາ ບໍ່ພົບກັບ ຄວາມຫຍຸ້ງຍາກ.