ເຄືອຂ່າຍໄຟຟ້າ ຂ.ສາຣະວັນ ເສັຽຫາຍ ຍ້ອນນໍ້າຖ້ວມ


2013.10.10
F-Saravan ພາຍຸ ເກສນາ ວັນທີ 22 ຕຸລາ 2009 ນໍ້າລົ້ນຝັ່ງ ໄຫລເຂົ້າກາງເມືອງ ແຂວງສາຣະວັນ
Photo: UNDP/Bounlieng

 

ທາງການແຂວງສາຣະວັນ ເວົ້າວ່າ ພາຍຫລັງ ນໍ້າຖ້ວມ ຢ່າງຫນັກ ຣະຫວ່າງ ວັນທີ 18-30 ກັນຍາ ຜ່ານມາເຮັດໃຫ້ ເຄືອຂ່າຍສາຍໄຟຟ້າ ເສັຽຫາຍຢ່າງຫນັກໃນມູນຄ່າປະມານ 13 ຕື້ກີບ ແລະຊາວບ້ານບໍ່ມີໄຟຟ້າໃຊ້ກວ່າ 10 ມື້. ດັ່ງທ່ານ ກ່າວວ່າ:

"ດຽວນີ້ເຮົາໄດ້ສົ່ງໄຟຟ້າສໍາເຣັດແລ້ວ ແຕ່ວັນທີ 29 ເດືອນ 9 ຊ່ວງຟື້ນຟູຖືວ່າມີຄວາມຫຍຸ້ງຍາກຫລາຍ ມັນໄດ້ຂົນໄດ້ລຳລຽງອຸປກອນຈາກ ທາງໃຫຍ່ໄປຫາບ້ານຖືວ່າຣົຖໃຫຍ່ເຮົາບໍ່ສາມາດເຂົ້າໄປໄດ້ມີແຕ່ເຮົາໄດ້ແກ້ໄຂໃຊ້ໄຟຊົ່ວຄາວກ່ອນ".

ທ່ານກ່່າວຕໍ່ໄປວ່າປັດຈຸບັນ ມີການສ້ອມແປງຊົ່ວຄາວເສົາໄຟຟ້າຍັງອ່ຽງ ແລະເພຢູ່ຫນ່ວຍງານ ກໍໄດ້ເອົາໄມ້ໄປຄໍ້າໃວ້ກ່ອນແລະໄດ້ເດີນສາຍ ໄຟໃຫມ່ເພື່ອໃຫ້ ປະຊາຊົນ ມີໄຟໃຊ້ຊົ່ວຄາວ ສໍາລັບການສ້ອມແປງຖາວອນນັ້ນ ອາດລໍຖ້າຈົນ ຮອດທ້າຍປີນີ້ ຫລືຕົ້ນປີ 2014 ຍ້ອນຂາດ ງົບປະມານ ແລະບັນຫາຄວາມຫຍຸ້ງຍາກໃນ ການຂົນອຸປກອນ ໄປສ້ອມແປງຍ້ອນຖນົນຫລາຍສາຍຖືກຕັດຂາດ.

ອິງຕາມຂໍ້ມູນຈາກຣັຖວິສະຫາກິດ ໄຟຟ້າລາວ ຕາຫນ່າງໄຟຟ້າໃນແຂວງສາຣະວັນ ໄດ້ຮັບຄວາມເສັຽຫາຍໃນ 8 ຫົວເມືອງ ເມືອງທີ່ເສັຽຫາຍ ຫນັກກວ່າຫມູ່ ກໍແມ່ນເມືອງ ຄົງເຊໂດນ ສາຣະວັນ ວາປີ ແລະຕຸ້ມລານ ສິ່ງທີ່ເສັຽຫາຍຫລາຍ ກວ່າຫມູ່ ກໍແມ່ນ ເສົາໄຟຟ້າ ສາຍສົ່ງໄຟຟ້າ ແລະຫມໍ້ແປງໄຟຫລືແຈກໄຟ.

ແຂວງສາຣະວັນ ເປັນແຂວງທີ່ທຸກຍາກແຂວງນື່ງໃນລາວ ປະຊາຊົນກວ່າເຄີ່ງນຶ່ງ ເປັນຊົນເຜົ່າ ສ່ວນໃຫຍ່ຈະຫາລ້ຽງຊີບ ດ້ວຍການກະເສດ. ໄຟຟ້າເປັນປັດໃຈ ອັນສຳຄັນໃນການພັທນາເສຖກິດຂອງແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.