ເຄມີທີ່ໃຊ້ໃນສວນກ້ວຍມີຜົນ ກະທົບ
2015.03.12
ສວນ ປູກກ້ວຍ ໃນເຂດ ພາກເຫນືອ ຂອງລາວ ໃນ ຫລາຍ ພື້ນທີ່ ໃນ ຣະຍະ 4-5 ປີ ມານີ້ ໂດຍ ສະເພາະ ຢູ່ ແຂວງ ຫລວງນ້ຳທາ ແລະ ແຂວງ ບໍ່ແກ້ວ ນັ້ນ, ທາງ ຜແນກ ກະສິກັມ ໄດ້ ລົງໄປ ກວດກາ ແລະ ພົບວ່າ ມີການ ໃສ່ ປຸຍ ເຄມີ ທີ່ ເປັນ ອັນຕະຣາຍ ຕໍ່ ສຸຂພາບ ຂອງ ຄົນງານ ໃນ ຫລາຍ ພື້ນທີ່ ເຮັດໃຫ້ ບາງຄົນ ເປັນ ໂຣຄ ພູມແພ້ ອອກຕຸ່ມ ຕາມ ຮ່າງກາຍ ເປັນ ຫອບຫືດ.
ສ່ວນ ເດັກນ້ອຍ ລູກ ຫລານ ຂອງ ພວກ ຂະເຈົ້າ ນັ້ນ ກໍແລ່ນ ຫລິ້ນ ກິ້ນນ້ຳ ໃນ ສວນກ້ວຍ ແຫ່ງນັ້ນ ກັບ ພໍ່ແມ່ ຊຶ່ງ ຂະເຈົ້າ ມີຄວາມສ່ຽງ ໃນ ເຣື້ອງ ສຸຂພາບ ເຊັ່ນກັນ ທີ່ ພາກັນ ຫລິ້ນ ຕາມ ຮ່ອງນ້ຳ ທີ່ ປົນເປື້ອນ ໄປດ້ວຍ ສານເຄມີ. ເຈົ້າຂອງ ສວນ ເປັນ ຄົນຈີນ ບໍ່ມີ ສວັດດີການ ເຣື້ອງ ກວດສຸຂພາບ ໃຫ້ ແກ່ ພະນັກງານ ຂອງຕົນ ຂາດ ສຸຂອະນາມັຍ ແລະ ຂາດ ມາຕຖານ ໃນການ ດູແລ ຄົນງານ.
ທາງການ ໄດ້ ພົບເຫັນ ສານພິດ ຕົກຄ້າງ ຕາມ ຫ້ວຍໜອງ ທີ່ ໃກ້ຄຽງ ຫລັງຈາກ ການ ເກັບກ່ຽວ ຫລື ໃນ ຍາມຝົນ ນ້ຳຝົນ ຈະໄຫລ ເຊາະ ລົງໃສ່ ລໍານ້ຳ ສາຂາ ຊຶ່ງ ເປັນ ບ່ອນອາບ ບ່ອນດື່ມ ນ້ຳ ຂອງ ກັມມະກອນ. ການ ບຳບັດ ຂີ້ເຫຍື້ອ ກໍ ຄືກັນ ຖົງຢາງ ທີ່ ໃຊ້ ຫໍ່ ເຄືອກ້ວຍ ນັ້ນ ກໍຖິ້ມ ຊະຊາຍ ໄປທົ່ວ. ພວກ ຄົນງານ ຢາກໃຫ້ ທາງການ ຄວບຄຸມ ແກ້ໄຂ ບັນຫາ ດັ່ງກ່າວ ແຕ່ ທີ່ຜ່ານມາ ບໍ່ມີ ໜ່ວຍງານ ໃດ ເຂົ້າໄປ ຄວບຄຸມ ເລີຍ.