ມົລພິດຈາກໂຮງງານ ເກືອກາລີ
2013.03.29

ຊາວບ້ານ ໜອງບົກ ແຂວງຄໍາມ່ວນ ຍັງໄດ້ຮັບ ຜົນກະທົບ ຈາກ ໂຮງງານ ເກືອກາລີ ຂອງຈີນ ຢູ່.
ປັດຈຸບັນ ຊາວບ້ານ ນາຈໍາປີ ເມືອງໜອງບົກ ແຂວງຄໍາມ່ວນ ຍັງໄດ້ຮັບ ຜົລກະທົບ ຈາກ ໂຮງງານ ເກືອກາລີ ຂອງຈີນ ທີ່ຕັ້ງຢູ່ແຄມ ຫ້ວຍຫວາຍ ເມືອງທ່າແຂກ ນັ້ນຢູ່, ທາງເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ປະຈໍາເມືອງ ເປີດເຜີຍວ່າ ຊາວບ້ານ ທີ່ ຍັງໄດ້ຮັບ ຜົລກະທົບ ຈາກ ສານພິດ ຕົກຄ້າງ ມີບໍ່ຕໍ່າ ກວ່າ 100 ຄົນ:
"ຣະຍະທີ່ຂະເຈົ້າ ຈັດຕັ້ງ ປະຕິບັດ ຂຸດຄົ້ນເກືອນະ ກໍມີຜົລກະທົບ ນໍ້າເສັຽ ໄຫລລົງຫ້ວຍ ລົງໜອງ ໄປໃສ່ປູປາ ແລະ ຈໍານວນໜຶ່ງ ກໍຕາຍໄປ ເນາະ ເຮັດໃຫຂາດ ແຫລ່ງ ທໍາຢູ່ທໍາກິນ ເນາະ ທຸກມື້ນີ້ ກໍບັນຫາມັນ ກໍເກີດຈາກ ມັນຕົກຄ້າງ ກ່ອນຫັ້ນນະ".
ທ່ານວ່າ ໃນຊ່ວງ ເດືອນ ມິຖຸນາ ປີ 2012 ຊາວບ້ານ ແຄມຫ້ວຍຫວາຍ ຫລາຍ ຫລັງຄາເຮືອນ ຢ່າງໜ້ອຍ 100 ຄົນ ໄດ້ຮັບ ຜົລກະທົບ ຢ່າງ ຫລວງຫລາຍ ຈາກ ນໍ້າເສັຽ ທີ່ປ່ອຍອອກມາ ຈາກ ໂຮງງານ ເກືອກາລີ ທີ່ເຮັດໃຫ້ ນໍ້າ ໃນຫວ້ຍຫວາຍ ເປັນມົລພິດ, ສັດນໍ້າ ຕາຍ ແລະ ບໍ່ສາມາດ ໃຊ້ນໍ້າ ໃນຫ້ວຍນັ້ນໄດ້ ຈຶ່ງມີຜົລກະທົບ ກະເທືອນ ຕໍ່ການຫາປາ ແລະ ປູກຝັງ ຂອງຊາວບ້ານ. ປັຈຈຸບັນ ເຖິງແມ່ນວ່າ ນໍ້າຫ້ວຍຫວາຍ ບົກແຫ້ງລົງ ແຕ່ສານພິດ ທີ່ຕົກຄ້າງ ຈາກ ຣະດູຝົນ ປີກ່ອນນັ້ນ ກໍຍັງເຮັດໃຫ້ ຊາວບ້ານ ບໍ່ສາມາດ ໃຊ້ ປະໂຫຍດ ຈາກ ນໍ້າຫ້ວຍຫວາຍ ໄດ້ຄືແຕ່ເກົ່າ.
ສໍາລັບ ການແກ້ໄຂ ນັ້ນ ທີ່ຜ່ານມາ ທາງ ບໍຣິສັດ ກຸ່ມບຸກເບີກ ແຫລ່ງ ຊັພຍາກອນ ແຮ່ທາດ ການກະເສດ ຂອງຈີນ ຜູ້ເປັນເຈົ້າຂອງ ໂຄງການ ກໍໄດ້ໃຫ້ເງິນ ຊົດເຊີຍ ຄ່າເສັຽຫາຍ ໃຫ້ຊາວບ້ານ ແຕ່ກໍຖືວ່າ ຍັງບໍ່ຄຸ້ມຄ່າ ກັບຄວາມ ເສັຽຫາຍ ທີ່ເກີດຂຶ້ນ. ຊາວບ້ານ ສ່ວນໜຶ່ງ ຍັງວິຕົກ ກັງວົນວ່າ ໃນຣະດູຝົນ ປີນີ້ ສານພິດ ຕົກຄ້າງນັ້ນ ອາຈກັບມາອີກ ເພາະນໍ້າຝົນ ຈະເສາະເອົາ ສານພິດ ໄຫລລົງມາ ຖ້າຝົນຕົກໜັກ ກໍອາຈສົ່ງຜົນ ກະທົບ ໄປຮອດ ນໍ້າເຊບັ້ງໄຟ ທີ່ເຊື່ອມຕໍ່ ກັບ ຫ້ວຍຫວາຍ ນັ້ນ.