ເຈົ້າໜ້າທີ່ສືບສາເຫດ ໄຟໄໝ້ ວັດທາດຫຼວງ
2019.04.19
ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍາລັງສືບສວນຫາສາເຫດໄຟໄໝ້ ກຸຕິພຣະສົງ ວັດທາດຫຼວງເໜືອ ທີ່ຢູ່ໃກ້ກັບພຣະທາດຫຼວງ ເຫດໄຟໄໝ້ເກີດຂຶ້ນຕອນກາງຄືນ ໃນວັນທີ 18 ເມສາ 2019 ນີ້ວ່າເກີດຈາກຫຍັງ, ຊຶ່ງໄຟໄໝ້ເທື່ອນີ້ ເຮັດໃຫ້ ກຸຕິຫຼັງນຶ່ງ ເສັຽຫາຍໝົດຫຼັງ ສ່ວນມູນຄ່າຄວາມເສັຽຫາຍ ຍັງຢູ່ໃນຂັ້ນຕອນ ການປະເມີນຢູ່, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 19 ເມສາ ນີ້ວ່າ:
“ໄຟໄໝ້ກຸຕິນຶ່ງຫຼັງ ກະເສັຍຫາຍໝົດຫຼັງຫັ້ນແຫຼະ ມັນເປັນກຸຕິ ຂອງຄູບາອາຈານນອນເນາະ ເຈົ້າໜ້າທີ່ພິສູດຫຼັກຖານ ຍັງບໍ່ທັນ ໄດ້ຢັ້ງຢືນ ໃຫ້ເທື່ອເດີ້.”
ທ່ານວ່າກ່່າວຕື່ມວ່າ ເຫດໄຟໄໝ້ດັ່ງກ່າວ ໃຊ້ເວລາປະມານ 1 ຊົ່ວໂມງ ກວ່າ ເຈົ້າໜ້າທີ່ດັບເພີງ ຈຶ່ງສາມາດມອດໄຟໄດ້, ເພື່ອສະກັດກັ້ນ ບໍ່ໃຫ້ໄຟລາມໄປກຸຕິຫຼັງອື່ືນໆ. ຢ່າງໃດກໍຕາມ ເຫດການນີ້ ບໍ່ມີພຣະສົງໄດ້ຮັບບາດເຈັບແຕ່ຢ່າງໃດ ແລະ ພຣະພຸທຮູບ ກໍບໍ່ໄດ້ເສັຽຫາຍ ຍ້ອນເຄື່ອນຍ້າຍອອກທັນ, ສ່ວນສາເຫດຂອງໄຟໄໝ້ນັ້ນ ໃນເບື້ອງຕົ້ນສັນນິຖານວ່າ ອາດເກີດຍ້ອນໄຟຟ້າລັດວົງຈອນ ຫຼືເກີດຈາກການ ຈູດທູບທຽນໃນກຸຕິ.
ຕໍ່ກັບເຫດການດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ເພື່ອຂໍຮູ້ຣາຍລະອຽດ ແລະຄວາມຄືບໜ້າ, ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຂໍ້ມູນໄດ້ ຍ້ອນກໍາລັງຢູ່ໃນຂັ້ນຕອນສືບສວນຢູ່. ແລະກ່ອນໜ້ານີ້ ເມື່ອວັນທີ 31 ມົກກະຣາ ຜ່ານມາ ໄດ້ເກີດ ໄຟໄໝ້ສາລາ ແຫ່ງນຶ່ງ ຢູ່ວັດຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຮັດໃຫ້ຫຼັງຄາ ແລະເຄື່ອງຂອງ ຈໍານວນນຶ່ງ ໄດ້ຮັບ ຄວາມເສັຽຫາຍ, ແຕ່ບໍ່ມີການຊີ້ແຈງຄັກແນ່ ວ່າເຫດໄຟໄໝ້ເກີດຂຶ້ນຍ້ອນຫຍັງ.
ເຖິງຢ່າງໃດກໍຕາມ ເມື່ອເດືອນສິງຫາ ປີ 2018 ກໍເຄີຍເກີດໄຟໄໝ້ ຢູ່ສິມພາຍໃນວັດທາດຫຼວງເໜືອ ເຮັດໃຫ້ພຣະພຸທຮູບພາຍໃນສິມ ໄດ້ຮັບຄວາມເສັຽຫາຍຈໍານວນນຶ່ງ ໂດຍສາເຫດເກີດຈາການຈູດທູບທຽນບູຊາພາຍໃນສິມ.