ຊາວບ້ານ ຢູ່ເຂດຫ່າງໄກ ໃນແຂວງຫຼວງພຣະບາງ ຍັງລັກປູກຝິ່ນ
ແຂວງຫຼວງພຣະບາງ ຍັງມີການລັກປູກຝິ່ນ ໃນເຂດຫ່າງໄກ ຊຶ່ງຍາກຕໍ່ການເຂົ້າເຖິງ ຂອງເຈົ້າໜ້າທີ່ ແລະການປູກຝິ່ນ ມັກມີ 2 ແບບ ເຊັ່ນ ປູກເພື່ອເປັນສິນຄ້າ ຂາຍຕາມການສັ່ງຊື້ ຂອງນາຍທຶນ ແລະ ປູກເພື່ອເກັບໄວ້ ເປັນຢາ ຕາມຄວາມເຂົ້າໃຈ ຂອງຊາວບ້ານ.
-
ໄຊຍາ
2022-12-07 -
-
-
Your browser doesn’t support HTML5 audio
ອີງຕາມການຣາຍງານ ຂອງກອງປະຊຸມ ວຽກງານການຈັດຕັ້ງ ປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສພຕິດປີ 2021-2022 ທົ່ວແຂວງຫລວງພຣະບາງ ເມື່ອຕົ້ນເດືອນ ພຶສຈິກາ 2022 ຜ່ານມາໄດ້ສລຸບວຽກງານ ການແກ້ໄຂບັນຫາຢາເສພຕິດ ຕັ້ງແຕ່ເດືອນກັນຍາ 2021 ຫາເດືອນຕຸລາປີ 2022 ວ່າເຈົ້າໜ້າທີ່ ປກສ ທີ່ກ່ຽວຂ້ອງໄດ້ລົງສຳຣວດ ພື້ນທີ່ຕາມເຂດສອກຫລີກ ຫ່າງໄກ ໃນເຂດພູດອຍໄດ້ພົບເຫັນຊາວບ້ານ ເມືອງໂພນທອງ ແລະ ເມືອງນໍ້າບາກ ລັກລອບການປູກຝິ່ນ 198 ເຮັກຕ້າຣ໌ປາຍ. ໃນນັ້ນມີ ຈຳນວນ27 ບ້ານລວມທັງໝົດ 385 ຄອບຄົວ ຊຶ່ງເຈົ້າໜ້າທີ່ກໍໄດ້ທໍາລາຍຖີ້ມ ທັນທີ ແລະ ໄດ້ລົງໂຄສະນາ ສຶກສາອົບຮົມກ່າວເຕືອນ ຊາວບ້ານບໍ່ໃຫ້ກັບຄືນມາປູກຝິ່ນ ເພາະປັດຈຸບັນຝິ່ນ ເປັນຢາເສພຕິດທີ່ຜິດກົດໝາຽ.
ດັ່ງເຈົ້າໜ້າທີ່ຕຳຣວດ ແຂວງຫລວງພຣະບາງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕຳແໜ່ງກ່າວ ໃນວັນທີ 07 ທັນວານີ້ວ່າ:
“ທົ່ວແຂວງເພິ່ນກໍຣາຍງານວ່າ ມີຢູ່ເມືອງນໍ້າບາກ ກັບຢູ່ເມືອງໂພນທອງ ວ່າຊັ້ນ ສ່ວນຫລາຍໄທຍເຮົາ ກໍມີເອົາອ້າຍນ້ອງ ເຮົາສຳຣວດຕົວຈິງເລີຍສື່ໆ ແຕ່ວ່າປີນີ້ ບໍ່ຮູ້ວ່າຈະຢຸດເຊົາແລ້ວບໍ່ ກຳລັງລົງສຳຣວດຢູ່.”
ທ່ານກ່າວຕື່ມວ່າ ປກສ ແຂວງ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍໄດ້ລົງພື້ນທີ່ ສຳຣວດກັນເອງ, ສ່ວນສຳນັກງານປ້ອງກັນ ຢາເສພຕິດ ແລະ ປາບປາມອາຊຍາກັມ ແຫ່ງສະຫະປະຊາຊາຕ ຫລື UNODC ຍັງບໍ່ໄດ້ປະສານມາ. ປັດຈຸບັນນີ້ ມີເຈົ້າໜ້າທີ່ ປກສ ແຕ່ລະເມືອງ ປະຕິບັດຕາມວາຣະແຫ່ງຊາຕ ໂດຍມີການລົງສຳຣວດ ກວດກາປາບປາມທຸກປີ ເພື່ອບໍ່ໃຫ້ມີການລັກລອບ ປູກຝິ່ນ.
ເຈົ້າໜ້າທີ່ຕຳຣວດ ອີກທ່ານນຶ່ງພາຍໃນ ແຂວງຫລວງພຣະບາງ ທີ່ຂໍສງວນຊື່ ແລະຕຳແໜ່ງ ໄດ້ກ່າວວ່າປັດຈັຍຫລັກ ທີ່ເຮັດໃຫ້ຊາວບ້ານ ຍັງລັກປູກຝິ່ນ ກໍຍ້ອນວ່າມີຄວາມເປັນ ຢູ່ທີ່ທຸກຍາກ, ບາງຄອບຄົວກໍລັກລອບປູກຝິ່ນຂາຍ ຍ້ອນຕ້ອງການເງິນມາລ້ຽງຄອບຄົວ ແຕ່ບໍ່ຮູ້ວ່າຂາຍໃຫ້ກຸ່ມໃດ ຊຶ່ງເຈົ້າໜ້າທີ່ຕຳຣວດ ບໍ່ໄດ້ຈັບຊາວບ້ານ ມາໃສ່ໂທດ ມີພຽງແຕ່ສຶກສາອົບຮົມ ເທົ່ານັ້ນ ແລະ ຊາວບ້ານອີກຈຳນວນນຶ່ງ ລັກລອບປູກຝິ່ນ ເພື່ອເອົາມາເສພເອັງ.
“ເຣື່ອງທຸກກໍທຸກ ສ່ວນຫລາຍ ກໍຈະເປັນຂາຍ ກາບໍ່ໄດ້ຂໍ້ມູນວ່າ ຈະຂາຍໃຫ້ກັນເອງ ຫລືວ່າຂາຍ ສົ່ງອອກນີ້ນ່າເນາະ ແລະກໍຈຳນວນນຶ່ງ ກໍເສພ ໄລຍະຜ່ານມາ ເຮົາບໍ່ເຄີຍຈັບເຂົາປູກຢູ່ໄກເດ້ ບາດນີ້ທາງເຮົາຈະລົງສຳຣວດເນາະ ພວກເຮົາກໍໄດ້ຍ່າງໄປ ເປັນ 4–5 ຊົ່ວໂມງເດ້.”
ທາງເຈົ້າໜ້າທີ່ຕຳຣວດ ພາຍໃນແຂວງຫລວງພຣະບາງ ອີກທ່ານນຶ່ງກໍກ່າວວ່າ ເຈົ້າໜ້າທີ່ກໍມີການລົງສຳຣວດ ເພື່ອປາບປາມພວກລັກລອບ ປູກຝິ່ນຢູ່ແລ້ວທຸກປີ ບໍ່ໄດ້ເບິ່ງຕາມຈານດາວທຽມ ສ່ວນໃຫຍ່ການລັກລອບປູກຝິ່ນ ມັກຢູ່ໃນພື້ນທີ່ກະສິກັມ ຂອງຊາວບ້ານ ຕາມເຂດສອກ ຫລີກຫ່າງໄກ ຊຶ່ງເຈົ້າໜ້າທີ່ຕຳຣວດ ມີພຽງແຕ່ສຶກສາອົບຮົມ ຊາວບ້ານເທົ່ານັ້ນ ບໍ່ໄດ້ລົງໂທດໃສ່ຄຸກ.
“ແຕ່ລະປີ ພວກເຮົາກໍໄດ້ລົງສຳຣວດ ກວດກາຫັ້ນແຫລະ ລົງພື້ນທີ່ເລີຍບໍ່ມີດາວທຽມຫຍັງດອກ ສ່ວນຫລາຍມັນ ເປັນບ່ອນທຳການຜລິດ ບາງເທື່ອກໍຈະແມ່ນເສພເອງ ເຂົາເຈົ້າກໍເຮັດປະປົນ ກັບສວນຜັກສວນຫຍັງສື່ໆ ມັນກາສຶກສາອົບຮົມສື່ໆ ດອກ.”
ບັນຫາການລັກລອບປູກຝິ່ນ ໃນແຂວງຫລວງພຣະບາງ ນີ້ເຂົາເຈົ້າມັກລັກລອບ ປູກຝິ່ນຢູ່ຕາມເຂດສອກຫລີກ ຫ່າງໄກ ລົບຫລີກເຈົ້າໜ້າ ທີ່ສ່ວນໃຫຍ່ຊາວບ້ານ ທີ່ລັກປູກຝິ່ນ ມີຄວາມເປັນຢູ່ທຸກຍາກ ທີ່ປູກແລ້ວເອົາໄປຂາຍລ້ຽງຊີພ ຫລື ບາງຄົນກໍປູກເພື່ອເສພ.
ດັ່ງຊາວບ້ານ ໃນແຂວງຫລວງພຣະບາງ ກ່າວວ່າ:
“ເຂົາປູກຢູ່ບ່ອນຫ່າງໄກ ສອກຫລີກເນາະ ກິນແດ່ຂາຍແດ່ ແບບນີ້ນ່າພໍ່-ແມ່ເວົ້າຫຍັງ ກໍບໍ່ຟັງເປັນປະເພດນີ້ນ່າ ຕາມເຄີຍຮູ້ຜ່ານມານ່າ.”
ຊາວບ້ານໃນເມືອງນໍ້າບາກ ທ່ານນຶ່ງກ່າວວ່າ ສ່ວນໃຫຍ່ມັກເປັນຊາວບ້ານ ທີ່ຢູ່ຕາມເຂດສອກຫລີກ ຫ່າງໄກ ລັກປູກຝິ່ນ ຫລືບໍ່ກໍເປັນຄົນເຖົ້າແກ່ ທີ່ລັກປູກຝິ່ນ ໄວ້ເຮັດຢາປີ່ນປົວ ຍາມເຈັບປ່ວຍ ໂດຍບໍ່ໄດ້ຮູ້ວ່າມັນຜິດກົດໝາຽ.
“ຜ່ານມານີ້ ຍັງມີບ່ອນເຂົາປູກຢູ່ນີ້ ແມ່ນຜູ້ເຖົ້າຜູ້ແກ່ ແລ້ວເຂົາເຈົ້າບໍ່ໄດ້ເຫັນສັງຄົມ ອັນໃໝ່ເນາະຮູ້ເທົ່າບໍ່ເຖິງການເນາະ ຈຳນວນນຶ່ງກໍຍັງຫລີ້ນ ຢາຝິ່ນຢູ່ ເຂົາກໍເລີຍໄປເຮັດເລັກ ເຮັດນ້ອຍ.”
ໃນຕົ້ນເດືອນກຸມພາ 2022 ທີ່ຜ່ານມາເຈົ້າໜ້າທີ່ ປກສ ເມືອງໂພນທອງ ແຂວງຫລວງພຣະບາງກໍໄດ້ທຳລາຍສ່ວນຝິ່ນ ປະມານ 150 ເຮັກຕ້າຣ໌ ຢູ່ 14 ບ້ານ ໂດຍອີງຕາມການຣາຍງານ ຂອງເຈົ້າໜ້າທີ່ປ້ອງກັນຄວາມສງົບ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ກຸມພາ 2022 ວ່າ ຊາວບ້ານໃນເມືອງໂພນທອງ ໄດ້ປູກຝິ່ນຕາມຄຳສັ່ງຊື້ ຂອງນາຍທືນ ຈາກເຂດເສຖກິຈພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ ຊຶ່ງພວກນາຍທຶນໄດ້ເອົາແນວພັນ ມາແຈກຢາຍໃຫ້ປະຊາຊົນ ປູກຫລັງຈາກເກັບກ່ຽວ ແລ້ວນາຍທຶນຈະມາຮັບຊື້ ຈາກຊາວບ້ານໃນລາຄາດີ ສ່ວນນຶ່ງຊາວບ້ານ ທີ່ລັກປູກຝິ່ນ ນຳເອົາຝິ່ນໄປປຸງແຕ່ງ ຢາປີ່ນປົວ ໃນເວລາເຈັບເປັນ ຕາມທີ່ເຄີຍປະຕິບັດກັນມາ.
ນອກຈາກນີ້ ທາງແຂວງພາກເໜືອ ກໍຍັງມີຊາວບ້ານລັກລອບປູກຝິ່ນ ທຸກປີເຊັ່ນ ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງຫົວພັນ ແລະ ຜົ້ງສາລີ ຊຶ່ງເຈົ້າໜ້າທີ່ ໄດ້ທຳລາຍສ່ວນຝິ່ນເລົ່ານັ້ນ ຢ່າງຕໍ່ເນື່ອງ.
ໃນປີ 2015 ທີ່ຜ່ານມາສຳນັກງານ ປ້ອງກັນຢາເສພຕິດ ແລະ ປາບປາມ ອາຊຍາກັມ ແຫ່ງສະຫະປະຊາຊາຕ ຫລື UNODC ໄດ້ຣາຍງານ ກ່ຽວກັບການສຳຣວດ ການປູກຝິ່ນ ໃນເຂດເອເຊັຽ ຕາເວັນອອກ ສຽງໃຕ້ ວ່າປະເທດລາວ ຍັງມີເນື້ອທີ່ປູກຝິ່ນ 5,700 ເຮັກຕ້າຣ໌ ໃນນັ້ນປະມານ 3,000 ເຮັກຕ້າຣ໌ ປູກຢູ່ແຂວງຜົ້ງສາລີ.
ທີ່ຜ່່ານມາຣັຖບານລາວ ກໍໄດ້ສົ່ງເສີມໃຫ້ຊາວບ້ານ ປູກພືດທົດແທນ ຕັ້ງແຕ່ປີ 2016 ໂດຍໃຫບໍຣິສັດເອກຊົນ 37 ບໍຣິສັດ ເຂົ້າໄປສົ່ງເສີມ 5 ແຂວງ ທາງພາກເໜືອ ທີ່ສ່ວນຫລາຍ ເປັນການປູກຢາງພາຣາ ແລະ ກາເຟ. ປັດຈຸບັນມີຊາວບ້ານ ປະມານ 30,000 ຄອບຄົວ ໃນ 25 ເມືອງ ຢູ່ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ, ແຂວງບໍ່ແກ້ວ ແລະ ແຂວງຫລວງພຣະບາງ ເຂົ້າຮ່ວມໂຄງການ ປູກພືດທົດແທນ ການປູກຝິ່ນ.