ປັດຈຸບັນ ສວນກ້ວຍ ຂອງບໍຣິສັດ LS ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ ຂອງນັກລົງທຶນ ຈີນ ຢູ່ບ້ານ ອີ່ໄລເໜືອ, ເມືອງ ນາຊາຍທອງ ນະຄອນຫລວງ ວຽງຈັນ ປະສົບບັນຫາ ຂາດແຄນນໍ້າ ສໍາລັບ ໃຊ້ປູກກ້ວຍ ອັນເປັນຜົລກະທົບ ຈາກພັຍແຫ້ງແລ້ງ ແລະ ນໍ້າບົກແຫ້ງ ເຮັດໃຫ້ ການເຣີ່ມປູກກ້ວຍ ອາດເລື່ອນເວລາ ອອກໄປຕື່ມ ຈາກແຕ່ເດີມ ມີກໍານົດເຣີ່ມປູກ ໃນເດືອນສິງຫາ ທີ່ຈະມາເຖິງນີ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ກໍຣະກະດາ ນີ້ວ່າ:
“ບໍ່ມີນໍ້າໃຊ້ແຫລະເນາະ ເຂົາເຈົ້າ ກໍປູກບໍ່ໄດ້ ເພາະວ່າ ບໍ່ມີນໍ້າ ປີນີ້ ມັນແຫ້ງແລ້ງ ຄື ແນວນີ້ ບໍ່ມີເລີຍເນາະ ເຣື້ອງກະຕຽມນໍ້າຫັ້ນ ເຈາະບາດານ ແຕ່ສອງບໍ່ ບໍ່ນຶ່ງ ມີນໍ້າ ບໍ່ນຶ່ງ ບໍ່ມີນໍ້າ ເຫັນເຂົາເຈົ້າ ແຈ້ງແຕ່ ແນວນັ້ນລະ ຊ່ວງນີ້.”
ທ່ານກ່າວຕື່ມວ່າ ຫລ້າສຸດ ທາງບໍຣິສັດປູກກ້ວຍ ດັ່ງກ່າວ ກໍາລັງແລ່ນເອກສານ ຂໍຊື້ນໍ້າ ຈາກອ່າງນໍ້າຫຸມ ເພື່ອເອົານໍ້າ ມາໃຊ້ ໃນການປູກກ້ວຍ ແຕ່ທາງພາກສ່ວນ ຮັບຜິດຊອບອ່າງ ຍັງບໍ່ຮັບປາກ ວ່າ ຈະຂາຍນໍ້າໃຫ້ ຊຶ່ງຫາກສວນກ້ວຍດັ່ງກ່າວ ບໍ່ໄດ້ນໍ້າ ໃນໄວໆນີ້ ກໍຈະເຮັດໃຫ້ ບໍ່ສາມາດ ເຣີ່ມລົງມື ປູກກ້ວຍ ໄດ້ຕາມແຜນ ແລະ ອາດຖືກເລື່ອນໄປ ເຣີ່ມປູກ ໃນປີໜ້າແທນ.
ເຖິງຢ່າງໃດກໍຕາມ ຄວາມຄືບໜ້າ ກ່ຽວກັບ ການລົງທຶນປູກກ້ວຍ ຢູ່ນະຄອນຫລວງວຽງຈັນ ຫລ້າສຸດ ທ່ານຄໍາຫລ້າ ນວນທາສິງ, ຫົວໜ້າຜແນກ ກະສິກັມ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ກ່າວໃນກອງປະຊຸມ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 1 ເມື່ອບໍ່ນານ ມານີ້ວ່າ ທາງຜແນກກະສິກັມ ແລະ ປ່າໄມ້ ຈະສືບຕໍ່ ຄຸ້ມຄອງ ການປູກກ້ວຍທຸກແຫ່ງ ໃນນະຄອນຫລວງວຽງຈັນ ໃຫ້ເຂົ້າສູ່ ຣະບົບປະຕູດຽວ ແລະ ບັງຄັບ ໃຫ້ໃຊ້ ການປູກກ້ວຍ ຕາມມາຕຖານ ກະສິກັມທີ່ດີ ເພື່ອບໍ່ໃຫ້ເກີດ ຜົລກະທົບ ຕໍ່ສິ່ງເເວດລ້ອມ.
ປັດຈຸບັນ ສວນກ້ວຍ ຢູ່ນະຄອນຫລວງວຽງຈັນ ຮວມທັງໝົດ ມີຢູ່ປະມານ 1,121 ເຮັກຕາຣ໌ ໃນນັ້ນ ເປັນຂອງ ນັກລົງທຶນຈີນ 7 ບໍຣິສັດ ແລະ ຂອງລາວ 1 ບໍຣິສັດ ຊຶ່ງປູກ ຢູ່ເມືອງສັງທອງ, ເມືອງນາຊາຍທອງ, ແລະ ເມືອງປາກງື່ມ ສາມາດສົ່ງອອກ ໄປຈີນແລ້ວ ຈໍານວນ 13,400 ຕັນ ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຍອມຮັບວ່າ ສວນກ້ວຍ ແຕ່ລະແຫ່ງ ບໍ່ສາມາດ ຢຸດໃຊ້ສານເຄມີໄດ້.