ໂຄງການເຂື່ອນນໍ້າຂອງ ພູງອຍ
2020.02.25
ໂຄງການສ້າງເຂື່ອນນໍ້າຂອງພູງອຍ ຊຶ່ງຢູ່ຣະຫວ່າງເມືອງຈໍາປາສັກ ແລະ ເມືອງປະທຸມພອນ ແຂວງຈໍາປາສັກ ທີ່ຣັຖບານ ສປປລາວ ມອບໃຫ້ ບໍຣິສັດ ຈະເຣີນພະລັງງານ ແລະ ນໍ້າແຫ່ງເອເຊັຍຂອງໄທ ( Thai Charoen Energy and Water Asia ) ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ມາຕັ້ງແຕ່ປີ 2017 ນັ້ນ ມາເຖິງປັດຈຸບັນ ບໍຣິສັດດັ່ງກ່າວ ໄດ້ປະຕິບັດສໍາເຣັດ ໃນເບື້ອງຕົ້ນ, ມີຮ່າງບົດ ຣາຍງານກ່ຽວກັບ ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມແບບຣະອຽດຂອງໂຄງການ ແລະ ແບບໂຄງສ້າງ ຂອງເຂື່ອນ ໃຫ້ທາງການ ລາວຮູ້ແລ້ວ, ດັ່ງເຈົ້າໜ້າທີ່ບໍຣິສັດຈະເຣີນພະລັງງານ ແລະນໍ້າແຫ່ງເອເຊັຍຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 19 ກຸມພາ 2020 ນີ້ວ່່່າ:
“ການອອກແບບດ້ານໂຄງສ້າງ ແລະຜົລການສຶກສາຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມສໍາເຣັດແລ້ວໃນເບື້ອງຕົ້ນ."
ແລະເຈົ້າໜ້າທີ່ຫ້ອງວ່າການປົກຄອງແຂວງຈໍາປາສັກ ກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນັ້ນນີ້ວ່າ:
”ເພິ່ນຜ່ານ ບົດສຶກສາຂັ້ນຕົ້ນ ສຶກສາຜົລກະທົບ ສຶກສາຄວາມເປັນໄປໄດ້ລະອຽດໝົດ ແລ້ວຈັ່ງສເນີ ຕອນນີ້ເພິ່ນຍັງບໍ່ໄດ້ລົງມືດອກ ກໍຍັງ ຫລາຍຂັ້ນຕອນ ຍັງຫລາຍແນວຢູ່ ບໍ່ໄດ້ທັນກໍ່ສ້າງງ່າຍດອກ.”
ທ່ານກ່າວຕື່ມອີກວ່າ ສິ່ງທີ່ວ່ານັ້ນ ເປັນພຽງຣາຍງານກ່ຽວກັບ ຜົລການສຶກສາດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແລະຄວາມເປັນ ໄປໄດ້ເບື້ອງຕົ້ນ ສເນີໃຫ້ຣັຖບານລາວຮູ້ ເພື່ອນໍາໄປພິຈາຣະນາ. ທ່ານເວົ້າວ່າ ຍັງອີກຫຼາຍຂັ້ນຕອນ ທີ່ຈະຕ້ອງໄດ້ເຮັດ. ແລະຍັງບໍ່ຮູ້ວ່າ ອີກຈັກປີຈຶ່ງຈະໄດ້ຂໍ້ສລຸບ ເພື່ອສເນີຕໍ່ຄະນະກັມມາທິການແມ່ນໍ້າຂອງ ສາກົນ ຫລື MRC.
ຕາມຂັ້ນຕອນກ່ອນຈະໄດ້ສ້າງເຂື່ອນໃສ່ແມນໍ້າຂອງ ຈະຕ້ອງໄດ້ນໍາຜົລການສຶກສາ ສໍາຣວດເຣຶ່ອງຜົລກະທົບ ແລະຄວາມເປັນໄປໄດ້ ຂອງ ໂຄງການນັ້ນ ເຂົ້າສູ່ຂະບວນການປຶກສາຫາລືລ່ວງໜ້າ ຊຶ່ງມີກໍານົດ 6 ເດືອນ ແລະ ອາຈມີການສຶກສາ ຜົລກະທົບ ຂ້າມຊາຍແດນນໍາດ້ວຍ ຊຶ່ງທີ່ຜ່ານມາ ທ່ານ ນິວັດ ຣ້ອຍແກ້ວ ປະທານກູ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທ ໃຫ້ສໍາພາດວິທຍຸເອເຊັຍເສຣີວ່າ:
"ຂະບວນການປຶກສາຫາລື ລ່ວງໜ້າ ຂອງ ກັມມາທິການແມ່ນໍ້າຂອງ ສາກົນ ຫລື MRC ທີ່ວ່ານັ້ນ ເຮັດໄປກໍ ເປັນພຽງແຕ່ຮູບການ, ເຖິງວ່າບໍ່ເຫັນດີນໍາ ກໍບໍ່ສາມາດ ທີ່ຈະຢັບຢັ້ງ ການກໍ່ສ້າງເຂື່ອນນັ້ນໄດ້."
ເວົ້າເຖິງໂຄງການສ້າງເຂື່ອນນໍ້າຂອງພູງອຍ ວ່າມີປະຊາຊົນຮູ້ມາກ່ອນ ການປະກາດຂອງທາງການລາວ ໃນມື້ວັນທີ 11 ກຸມພາ ຫລືບໍ່ນັ້ນ ຊາວຈໍາປາສັກ ຜູ້ຮູ້ເຣຶ່ອງນີ້ເວົ້າວ່າ ແຜນການທີ່ວ່າຈະສ້າງເຂື່ອນໄຟຟ້າໃສ່ແມ່ນໍ້າຂອງ ໃນເຂດພູງອຍ ຫລື ພູມະໂລງ ຢູ່ຣະຫວ່າງ ເມືອງ ຈໍາປາສັກ ແລະ ເມືອງປະທຸມພອນ ນັ້ນ ແມ່ນມີມາແຕ່ດົນແລ້ວ ແຕ່ເພິ່ນຫາກໍເປີດເຜີຍ ໃຫ້ສາທາຣະນະຊົນຮູ້ ເມື່ອບໍ່ດົນມານີ້.
ທາງການເພິ່ນໄດ້ອອກຂ່າວ ໃຫ້ຮູ້ເຖິງຜົນການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ແລະ ການສໍາຣວດ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນຊຶ່ງບໍຣິສັດໄທໄດ້ເຮັດສໍາເຣັດ ໃນເບື້ອງຕົ້ນ. ແຕ່ບໍ່ຮູ້ວ່າ ເພິ່ນຕົກລົງກັນແນວໃດ ຣະຫວ່າງຣັຖບານລາວ ແລະ ບໍຣິສັດໄທ ທີ່ວ່າຈະມາກໍ່ສ້າງເຂື່ອນນັ້ນ.
ແຕ່ສໍາລັບຢູ່ເມືອງຊະນະສົມບູນ ທີ່ປະຊາຊົນຈະໄດ້ຮັບຜົລກະທົບ ຈາກ ເຂື່ອນເຖິງ 17 ບ້ານນັ້ນ ນາຍບ້ານ ແລະ ລູກບ້ານຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ເມື່ອອາທິດຜ່ານມາວ່າ ບໍ່ຮູ້ເຣຶ່ອງນີ້ ແລະບໍ່ເຄີຍໄດ້ຍິ່ນຂ່າວຫຍັງ ກ່ຽວກັບໂຄງການສ້າງເຂື່ອນທີ່ວ່າ ນັ້ນ.
ອີງຕາມຣາຍງານຂອງສື່ມວນຊົນທາງການລາວ ແຂວງຈໍາປາສັກ, ກອງປະຊຸມເຜີຍແພ່ ແລະປຶກສາຫາລືຂັ້ນເມືອງ ກ່ຽວກັບຮ່າງບົດ ປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແບບຣະອຽດ ຂອງໂຄງການສ້າງເຂື່ອນ ໄຟຟ້ານໍ້າຂອງພູງອຍ ໄດ້ຖືກຈັດຂຶ້ນຢູ່ ຫ້ອງວ່າການ ປົກຄອງແຂວງຈໍາປາສັກ ໃນຕອນບ່າຍຂອງວັນທີ 11 ກຸມພາ 2020 ໂດຽການເປັນປະທານຂອງ ທ່ານ ຄໍາສະຫວາດ ປະທຸມມະວົງ ຮອງຫົວໜ້າຜແນກຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປະສັກ.
ໂຄງການສ້າງເຂື່ອນໄຟຟ້ານໍ້າຂອງພູງອຍ ຈະກວມເອົາເນື້ອທີ່ກໍ່ສ້າງຖາວອນ 200 ປາຍເຮັກຕາ. ໃນນັ້ນມີທັງບ້ານເຮືອນ, ດິນນາ, ດິນສວນ ແລະປ່າໄມ້. ເວົ້າເຖິງເຣຶ່ອງຜົລກະທົບຈາກ ໂຄງການດັ່ງກ່າວ ໃນບົດຣາຍງານ ຣະບຸວ່າ ໄດ້ແບ່ງອອກເປັນ 5 ກຸ່ມ ຮວມທັງກຸ່ມ ທີ່ຈະໄດ້ ຮັບຜົນກະທົບໂດຍກົງ,ຈະໄດ້ໂຍກຍ້າຍໄປຢູ່ບ້ານຈັດສັນ, ຈະສູນເສັຍບ້ານເຮືອນ, ເນື້ອທີ່ປູກຝັງ, ເນື້ອທີ່ການຜລິດ ກຸ່ມທີ່ໄດ້ຮັບຜົລກະທົບ ໄລຍະຍາວຈາກການປ່ຽນແປງ ຂອງຣະດັບ ນໍ້າຂອງທີ່ຈະເກີດຈາກເຂື່ອນ, ກຸ່ມບ້ານ ທີ່ຢູ່ກ້ອງເຂື່ອນ, ກຸ່ມບ້ານທີ່ຢູ່ໜ້າເຂື່ອນ, ກຸ່ມບ້ານ ທີ່ຈະອາສັຍຢູ່ບ້ານຈັດສັນ ຊຶ່ງຈະໄດ້ຮັບຜົລກະທົບ ໃນການທໍາມາຫາກິນ. ເຮື່ອງການປະເມີນ ຜົລກະທົບຕໍ່ປະຊາຊົນ ໃນບົດຣາຍງານ ເວົ້າວ່າ ຈະກະທົບໃສ່ 7 ເມືອງ ແລະ 88 ບ້ານ.
ບ້ານທີ່ຈະຖືກຜົລກະທົບທັງໝົດ ຄືບ້ານຂອນແກ່ນ ເມືອງຈໍາປາສັກ ທີ່ມີເຮືອນຢູ່ 142 ຫລັງ ແລະ ມີປະຊາຊົນ 800 ປາຍຄົນ.
ສໍາລັບບ້ານ ທີ່ຈະຖືກຜົລກະທົບ ຈາກການກໍ່ສ້າງເຂື່ອນ: ເບື້ອງເທິງເຂື່ອນ ມີ 5 ເມືອງ -57 ບ້ານ. ໃນນັ້ນ ເມືອງປະທຸມພອນ 1 ບ້ານ, ເມືອງບາຈຽງຈະ ເລີນສຸກ 1 ບ້ານ, ນະຄອນປາກເຊ 10 ບ້ານ, ເມືອງຊະນະສົມບູນ 17 ບ້ານ, ແລະເມືອງໂພນທອງ 28 ບ້ານ.
ສ່ວນບ້ານທີ່ຢູ່ ເບື້ອງລຸ່ມເຂື່ອນ ມີ 2 ເມືອງ 31 ບ້ານ ທີ່ຈະໄດ້ຮັບ ຜົລກະທົບ ຄືເມືອງປະທຸມພອນ 15 ບ້ານ ແລະເມືອງຈໍາປາສັກ 16 ບ້ານ.
ເຣຶ່ອງການສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຕໍ່ປະຊາຊົນທີ່ວ່ານັ້ນ ເຈົ້າໜ້າທີ່ຫ້ອງຖິ່ນວ່າ ການປົກຄອງແຂວງຈໍາປາສັກ ເວົ້າວ່າ ເພິ່ນຜ່ານຜົລການສຶກສາຄວາມເປັນໄປໄດ້ຂອງໂຄງການ:
”ຜົລການສຶກສາຫັ້ນ ເບື້ອງຕົ້ນມັນກໍເວົ້າເລຶ່ອງພື້ນທີ່ ຖືກຜົລກະທົບປະຊາຊົນຫັ້ນນະ ແຕ່ບັນຫາອື່ນກໍຍັງບໍ່ທັນອອກມາ ລະອຽດດອກ ເພິ່ນ ຍັງເອົາຂໍ້ມູນຫຍັງ ຫຼາຍກ່ອນ ຢູ່ຈຸດນີ້ຄັນໄດ້ເຮັດມັນ ກໍມີຫຼາຍຢ່າງ ເພາະ ວ່າມັນກ່ຽວພັນກັບການດໍາລົງຊືວິດ ຂອງປະຊາຊົນທາງໃຕ້ ນີ້ແຫລະ.”
ເວົ້າເຖິງຄວາມຄິດເຫັນ ຂອງປະຊາຊົນໃນເຂດ ທີ່ຈະໄດ້ຮັບຜົລກະທົບຈາກ ເຂື່ອນໄຟຟ້ານໍ້າຂອງ ພູງອຍ ຖ້າຫາກຖືກສ້າງຂຶ້ນ, ອີງຕາມ ຄໍາເວົ້າຂອງ ປະຊາຊົນເມືອງຈໍາປາສັກ ທີ່ໄດ້ຢູ່ແຄມແມ່ນໍ້າຂອງ ບອກໃຫ້ວິທຍຸເອເຊັຍເສຣີ ຊາບເມື່ອອາທິດ ຜ່ານມາວ່າຊາວບ້ານຫຼາຍຄົນ ກໍຈົ່ມ ວ່າຈະສ້າງເຂື່ອນຂຶ້ນມາຫຍັງຫລາຍແທ້, ຢູ່ບ້ານເຮົາກໍມີຫລາຍເຂື່ອນ, ໄຟຟ້າກໍມີຫລາຍແລ້ວ.
ຖ້າມີການສ້າງເຂື່ອນຂຶ້ນຕື່ມອີກ ນໍ້າໃນແມ່ນໍ້າຂອງຢູ່ທາງໃຕ້ ກໍຍິ່ງຈະບົກລົງ ແລະຕື້ນຂຶ້ນຕື່ມອີກ. ເວົ້າສະເພາະຢູ່ແກ້ງທ່າແຕງ ແຕ່ກ່ອນ ຈະໄປຫາໂງ່ນຫິນນັ້ນ ໂງ່ນຫິນນີ້ ກໍຕ້ອງໄດ້ລອຍນໍ້າໄປ ຫລືຢັ່ງໄປ ແຕ່ມາດຽວນີ້ ເຕັ້ນໃສ່ຫິນກ້ອນນັ້ນ ກ້ອນນີ້ ກໍໄປເຖິງ.
ແຕ່ທ່ານກໍເວົ້າວ່າ ສໍາລັບຜູ້ທີ່ ມີຮ້ານອາຫານ, ມີບ້ານພັກ-ຣິສອດ ແລະລ້ຽງປາ ຢູ່ໄກ້ກັບເຂດ ທີ່ວ່າຈະສ້າງເຂື່ອນໃສ່ນັ້ນ ກໍເຫັນດີນໍາການທີ່ ຈະມີການສ້າງເຂື່ອນຂຶ້ນອີກ ຍ້ອນວ່າຈະໄດ້ຂຍາຍ ທຸຣະກິດຂອງຕົນຕື່ມ.
ເຂື່ອນໄຟຟ້າກັ້ນແມ່ນໍ້າຂອງ ຢູ່ພູງອຍ ທີ່ “ບໍຣິສັດຈະເຣີນພະລັງງານ ແລະ ນໍ້າແຫ່ງເອເຊັຍຂອງໄທ” ຈະສ້າງຢູ່ໃນເຂດດັ່ງກ່າວ ຂອງລາວນີ້ ຈະມີກໍາລັງການ ຜລິດກະແສໄຟຟ້າ 728 MW ແລະຈະສົ່ງຜົລກະທົບອັນໜັກໜ່ວງໃຫ້ແກ່ປະ ຊາຊົນ 7 ເມືອງ-88 ບ້ານ ທີ່ມີປະຊາຊົນຢູ່ ຫລາຍພັນຄົນ. ແມ່ນແຕ່ບ້ານຂອນແກ່ນບ້ານດຽວ ກໍຍັງຈະກະທົບໃສ່ປະຊາຊົນເຖິງ 800 ປາຍຄົນຈົນເຈົ້າໜ້າທີ່ຫ້ອງວ່າການປົກຄອງແຂວງ ຈໍາປາສັກເວົ້າວ່າ ໂຄງການເຂື່ອນໄຟຟ້າ ຂນາດໃຫຍ່ຄືແນວນີ້ ຫາກຣັຖບານລາວ ພິຈາຣະນາອະນຸມັດໃຫ້ບໍຣິສັດໄທສ້າງ ກໍຈໍາເປັນທີ່ຈະ ຕ້ອງໄດ້ຄໍານຶງເຖິງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມເປັນສໍາຄັນ, ເນຶ່ອງຈາກວ່າ ນໍ້າໃນແມ່ນໍ້າຂອງຕອນລຸ່ມ ຖືເປັນແຫລ່ງນໍ້າທີ່ມີ ຄວາມອຸດົມສົມ ບູນຕາມທໍາມະຊາດ ທີ່ປະຊາຊົນຂາດບໍ່ໄດ້ ໃນການດໍາລົງຊີວິດຂອງພວກຕົນ.
ຕາມແຜນການ, ເຂື່ອນພູງອຍ ຈະສ້າງກັ້ນແມ່ນໍ້າຂອງໃນເຂດແຂວງ ຈໍາປາສັກ ຄືຫ່າງຈາກນະຄອນປາກເຊ ລົງມາທາງໃຕ້ປະມານ 10 ກິໂລແມັດ ແລະຢູ່ເໜືອເຂື່ອນ ດອນສະໂຮງປະມານ 100 ກິໂລແມັດ.