ໄມ້ດູ່ຄວນຖືກຄຸ້ມຄອງ ຢ່າງ ເຄັ່ງຄັດ
2017.12.04
ຜແນກກະສິກັມແລະປ່າໄມ້ ແຂວງຜົ້ງສາລີ ຢາກໃຫ້ຣັຖບາລສປປລາວ ຂຶ້ນທະບຽນຄຸ້ມຄອງພັນໄມ້ ເປັນຕົ້ນໄມ້ດູ່ ໃນເຂດປ່າສະຫງວນ ແຫ່ງຊາດ ນໍ້າແອດ-ພູເລີຍ ທີ່ຢູ່ຕິດກັບ ຊາຍແດນວຽດນາມ ຊຶ່ງມີເນື້ອທີ່ປະມານ 170 ພັນເຮັກຕາ ເພື່ອປ້ອງກັນ ບໍ່ໃຫ້ມີການລັກຕັດໄມ້ ໄປຂາຍ ໂດຍສະເພາະ ກຸ່ມນາຍທຶນ ຈາກປະເທດວຽດນາມ ແລະຈີນ ທີ່ມັກຈ້າງຄົນ ໃນພື້ນທີ່ ເຂົ້າໄປຕັດ ແລະເພື່ອຮັກສາໃຫ້ ປ່າໄມ້ ອຸດົມສົມບູນຂຶ້ນຕື່ມ, ດັ່ງເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ເວົ້າໃນວັນທີ 1 ທັນວາ ນີ້ວ່າ:
"ຕົວນີ້ກໍຫາກມີຢູ່ນໍ ແຕ່ວ່າຫາກຜ່ານມານີ້ ເຮົາບໍ່ໄດ້ສເນີເປັນຊີວະພັນໄມ້ ແລ້ວກໍບໍ່ໄດ້ຂຶ້ນເປັນປະເພດນີ້ ຈົດທະບຽນ ໃນຂະແໜງຂອງການ ຄຸ້ມຄອງ ແຕ່ວ່າໄທເຮົາ ຢູ່ນີ້ກໍໄມ້ດູ່ ໄມ້ກະບໍ ປັດຈຸບັນີ້ ກໍໄທເຮົາ ຄຸ້ມຄອງກໍຖືວ່າ ຄັນທຽບໃສ່ຣະຍະ ຜ່ານມານີ້ ກໍຖືວ່າໄດ້ດີ ພໍສົມຄວນນໍ ຄັນຜູ້ໃດບຸກລຸກ ມີການປັບໃໝ ໄສ່ໂທດ ລະບໍ່ເປັນຄືແຕ້ກີ້ລະ ບຸກລຸກແລ້ວກະແລ້ວໄປ ຫັ້ນນະ."
ທ່ານກ່າວຕື່ມວ່າ ນັບແຕ່ເດືອນພຶສພາ 2016 ທີ່ສໍານັກງານ ນາຍົກຣັຖມົນຕຣີ ສປປລາວ ໄດ້ອອກດໍາຣັຖ ເລກທີ 15 ກ່ຽວກັບ ເຣຶ່ອງການ ເຂັ້ມງວດໃນການຄວບຄຸມ ແລະກວດກາການຂຸດຄົ້ນໄມ້ ການເຄື່ອນຍ້າຍ ແລະທຸຣະກິດໄມ້ມານີ້ ກໍເຮັດໃຫ້ ການບຸກລຸກພື້ນທີ່ປ່າ ຮວມທັງ ປ່າສະຫງວນ ແຫ່ງຊາດ ຢູ່ແຂວງຜົ້ງສາລີ ນີ້ຫລຸດລົງ.
ໄມ້ດູ່ ເປັນໄມ້ຄຸນນະພາບດີ ທົນຕໍ່ແດດ ແລະຝົນ, ມີຣາຄາແພງ ເຮັດໃຫ້ໄມ້ ປະເພດນີ້ ເປັນເປົ້າໝາຍ ຂອງການລັກຕັດ. ແຕ່ໃນການ ຄຸ້ມຄອງ ໄມ້ດູ່ນັ້ນ ຍັງມີບັນຫາ ຍ້ອນຂາດງົບປະມານ, ພະນັກງານ ບໍ່ພຽງພໍ, ໄປກວດກາ ບໍ່ທົ່ວເຖິງ.