ປະຊາຊົນບ້ານຕາລີ່ຊູ ເມືອງຍອດອູ ແຂວງຜົ້ງສາລີ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ກຽມປ້ອງກັນ ຕັກແຕນ ໄມ້ປ່ອງ ເປັນຈໍານວນຫຼວງຫຼາຍ ກ່ອນມັນຈະມາທໍາລາຍ ເຂົ້າໃນນາ ທີ່ຕົ້ນກໍາລັງສູງງາມ ຢູ່ໃນປັດຈຸບັນນີ້ ຍ້ອນເຫັນວ່າ ໃນຂນະນີ້ ຕັກແຕນໄມ້ປ່ອງ ເລີ້ມກັດກິນໃບໄມ້ປ່ອງຢູ່ເທິງພູແລ້ວ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານຕາລີຊູ ທີ່ເຮັດນາ ລ້ຽງຄອບຄົວ ຕໍ່ RFA ໃນມື້ວັນທີ 17 ກໍຣະກະດາ ນີ້:
“ເອີ ກໍກັງວົນຢູ່ ກໍຢ້ານກົວຢູ່ເພາະວ່າມັນຫລາຍ ຄືວ່າຄັນມັນໄດ້ມາ ມັນມາເປັນຝຸງເລີຍນະ ເອີ ມັນບໍ່ມີແນວກິນ ກໍຢ້ານມັນມາກິນເຂົ້ານາ ໂອ໊ ພໍດີງາມແຫຼະເຂົ້ານາ ໃບໄມ້ປ່ອງນີ້ກິນ ໝົດແລ້ວ ໂອ໊ ຢາກໃຫ້ຂັ້ນເທິງມາເບິ່ງໂຕຈິງ.”
ແລະຊາວບ້ານຕາລີ່ຊູ ອີກຜູ້ນຶ່ງກໍເວົ້າວ່າ ຕັກແຕນໄມ້ປ່ອງ ເຂົ້າມາແຕ່ມື້ວັນທີ 10 ກໍຣະກະດາ ນີ້ ແລ້ວບິນໄປກັດກິນ ໃບໄມ້ປ່ອງຢູ່ເທິງພູ. ດັ່ງນັ້ນຈຶ່ງຢ້ານວ່າ ເມື່ອມັນກັດກິນໃບໄມ້ປ່ອງ ຢູ່ເທິງພູໝົດແລ້ວ ມັນຈະບິນລົງມາກັດກິນ ເຂົ້າໃນນາ, ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍຫາທາງປ້ອງກັນເອົາໄວ້ ກ່ອນມັນຈະລົງມາ ດັ່ງທີ່ທ່ານກ່າວວ່າ:
“ມີ ແຕ່ກໍຢາກໃຫ້ເຂົ້າມາຊ່ອຍ ໂອ້ຫັ້ນນະ ຕັກແຕັນຫັ້ນນ່າ ກະໄມ້ປ່ອງຢ້ານກິນໝົດແລ້ວ ຢ້ານເຂົ້າມາກິນເຂົ້ານາ ເຮົານີ໊ ວັນໃດສິເຂົ້າມາກິນ ບໍ່ຮູ້ເທື່ອ.”
ໃນຂນະດຽວກັນ ເຈົ້າໜ້າທີ່ອໍານາດການປົກຄອງ ບ້ານມາລີ່ເທົາ ເມືອງຍອດອູ ກໍເວົ້າວ່າ ຍັງບໍ່ທັນໄດ້ຮັບຣາຍງານ ຈາກຊາວບ້ານວ່າ ມີ ຕັກແຕນໄມ່ປ່ອງເຂົ້າມາກັດກິນເຂົ້າໃນນາເທື່ອ, ປັດຈຸບັນ ຕັກແຕນຍັງກັດກິນໄມ້ປ່ອງ ຢູ່ເຂດໄມ້ປ່ອງນັ້ນຢູ່.
ທ່ານກ່າວຕື່ມອີກວ່າ ອີກບໍ່ດົນນີ້ ຈະປຶກສາ ກ່ຽວກັບການຂໍຄວາມຊ່ອຍເຫລືອ ຈາກພາກສ່ວນທີ່ກ່ຽວຂ້ອງ ໃນການປ້ອງກັນຕັກແຕນໄມ້ປ່ອງ ບໍ່ໃຫ້ກັດກິນເຂົ້າໃນນາໄດ້:
“ຍັງຢູ່ບໍ່ມີໃບ ມາກິນໃບໄມ້ປ່ອງປ່າຫັ້ນນ່າ ດຽວນີ້ ຂອງເຮົາປູກນີ໋ຍັງບໍ່ທໍາຣາຍເທື່ອ ຂ້ອຍກັຍໄປບ້ານແລ້ວ ໄປປຶກສານໍາ ປະຊາຊົນກ່ອນ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງຍອດອູ ເວົ້າວ່າ ຕາມແຜນຂອງທາງຂັ້ນເທິງ ແມ່ນລໍຖ້າໃຫ້ຕັກແຕນມາ ກິນເຂົ້າໃນນາຂອງຊາວບ້ານກ່ອນ ແລ້ວຈຶ່ງຈະ ນໍາເອົາຢາເຄມີ ຂອງເມືອງ ໄປສີດຂ້າຕັກແຕນ ຍ້ອນວ່າ ປັດຈຸບັນ ຢາເຄມີຂ້າຕັກແຕນ ມີຈໍາກັດ ຍັງເຫລືອພຽງ 10 ແກັສ ເທົ່ານັ້ນ, ບໍ່ສາມາດຂ້າຕັກແຕນ ຫຼາຍສິບພັນໂຕໄດ້ທັງໝົດ ແລະບໍ່ ງົບປະມານ ທີ່ຈະໄປຊື້ຢາເຄມີ ຂ້າຕັກແຕນນັ້ນຕື່ມ.
ແລະເຈົ້າໜ້າທີ່ໄດ້ປະສານຫາຊາວບ້ານ ໃນເຂດທີ່ມີຄວາມສ່ຽງຕໍ່ຕັກແຕນ ທີ່ຈະມາກັດກິນເຂົ້າໃນນານັ້ນ ໃຫ້ເຝົ້າຣະວັງ, ເມື່ອໃດຕັກແຕນ ມາກັດກິນເຂົ້າໃນນາ ໃຫ້ແຈ້ງໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລ້ວເພິ່ນຈະເອົາຢາເຄມີ ຂ້າຕັກແຕນນັ້ນ ມາສີດໃຫ້ທັນທີ:
“ກໍໃຫ້ເຂົາເຈົ້າຕິດຕາມຫັ້ນແຫລະ ຄັນວ່າລົງຮອດທົ່ງໄຮ່ທົ່ງນາ ກໍຢາກໃຫ້ເຂົາເຈົ້າມາແຈ້ງ ທາງຫ້ອງການສິແຈ້ງທາງວິຊາການ ເອົາຢາ ເອົາອິສັງ ໄປສີດຊ່ວຍນີ໋ ດຽວນີ້ທາງແຂວງ ເຂົາວ່າ ຄັນບໍ່ລົງມາໄຮ່ມານາ ບໍ່ຈໍາເປັນໄປກວນມັນເທື່ອ ເຮົາກໍງົບປະມານກໍບໍ່ມີແດ່ ຊື້ຢຸກ ຊື້ຢາຫັ້ນ່າ ຖ້າມັນລົງມາກ່ອນ ຈັ່ງໄປທໍາລາຍ.”
ອີງຕາມຄໍາເວົ້າຂອງເຈົ້າໜ້້າທີ່ ຫ້ອງການກະສິກໍາ ແລະປ່າໄມ້ ເມືອງຍອດອູ ທ່ານດຽວກັນນີ້ ແມ່ນຄາດວ່າ ປີນີ້ ຕັກແຕນໄມ້ປ່ອງອາດຈະ ມາກັດກິນເຂົ້າໃນນາປະຊາຊົນ ຕັ້ງແຕ່ເດືອນ ມິຖຸນາ ຫາ ເດືອນກັນຍາ.
ເມື່ອເດືອນມິຖຸນາ ທີ່ຜ່ານມາ ຕັກແຕນໄດ້ມາກັດກິນເຂົ້າ ໃນໄຮ່ຂອງຊາວບ້ານແລ້ວ 21 ບ້ານ ເຮັດໃຫ້ເຂົ້າເສັຍຫາຍ ໃນເນື້ອທີ່ທັງໝົດ 7.5 ເຮັກຕາ.
ໜັງສືພິມວຽງຈັນທາມສ ຂອງທາງການລາວ ວັນທີ 17 ກໍຣະກະດາ ນີ້ ຣາຍງານວ່າ ຕັກແຕນ ກັດກິນເຂົ້າໃນນາໃນໄຮ່ ແລະສາລີໃນສວນ ໃນເນື້ອທີ່ທັງໝົດ 2, 700 ເຮັກຕາ ເສັຍຫາຍ.
ແລະ ທ່ານ ວິຊານ ວົງນະກອນ ຮອງຫົວໜ້າຜແນກກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ກໍເວົ້າວ່າໃນປີນີ້ ຕັກແຕນໄດ້ທໍາລາຍໄຮ່, ນາ ແລະສວນສາລີ ໃນ 6 ເມືອງຂອງແຂວງນີ້ ຮວມທັງເມືອງໃໝ່, ເມືອງຂວາ ແລະເມືອງສໍາພັນ.
ນອກຈາກຢູ່ແຂວງຜົ້ງສາລີ ແລ້ວ ຕັກແຕນໄມ້ປ່ອງຍັງທໍາລາຍ ເຂົ້າໃນໄຮ່, ໃນນາປະຊາຊົນ ເມືອງນໍ້າບາກ ແຂວງຫລວງພຣະບາງ ແລະ ຢູ່ເມືອງວຽງໄຊ ແຂວງຫົວພັນ ທັງໝົດ 20 ປາຍບ້ານ.