ໂຄງການເຂື່ອນນໍ້າອູ 4 ອອກແກ້ ບັນຫາດິນເຈື່ອນ

ມະນີຈັນ
2019.08.16
F-landslide ສະຖານທີ່ຕັ້ງ ຂອງບ້ານຈັດສັນ ເຂື່ອນນໍ້າອູ 4 ຊຶ່ງປະຊາຊົນທີ່ອາສັຍຢູ່ ກໍາລັງພາກັນຫວັ່ນວິຕົກ ເຣື້ອງຄວາມປອດພັຍ
ຮູບພາບຈາກ : ນັກຂ່າວພົລເມືອງ

ຄນະຈັດສັນເຂື່ອນນໍ້າອູ 4 ເມືອງຂວາ ແຂວງຜົ້ງສາລີ ອອກຊ່ອຍເຫລືອປະຊາຊົນ ບ້ານຕາງກົກ ແລະ ບ້ານຫ້ວຍລີກ ຢູ່ເຂດບ້ານຈັດສັນ ທີ່ກໍາລັງປະເຊີນ ກັບບັນຫາ ດິນເຈື່ອນຢ່າງໜັກໜ່ວງ ຕາມຄໍາຮຽກຮ້ອງ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ.

ໃນຂນະນີ້ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ກໍາລັງເອົາສັງກະສີແລະຫີນ ມາກັ້ນບ່ອນທີ່ມີດິນເຈື່ອນນັ້ນຢູ່, ດັ່ງປະຊາຊົນ ເຂດບ້ານທີ່ໄດ້ຮັບ ຜົລກະທົບ ກ່າວຕໍ່ຕໍ່ RFA ໃນມື້ວັນທີ 16 ສິງຫາ ນີ້ວ່າ:

"ບໍຣິສັດ ເຂົາຮັບຜິດຊອບວຽກ ການຈັດສັນນີ້ແຫລະ ມາເບິ່ງມີບ້ານ ຫ້ວຍລີກບ້ານຕາງກົກ ເນາະ ພະນັກງານກໍມາເບິ່ງ ດຽວນີ້ມັນກໍເອົາ ສັງກະສີ ກະສິມາປົກມາເຮັດໄດ໋ ດຽວນີ້ນະ໋. ຢ້ານມັນຈະຍຸບເດ໋ ເພາະວ່າຝົນ ຍາມໃດແລ້ວ ຍຸບເທື່ອໜ້ອຍໆໄປໄດ໊ ແຕ່ເຂົາວ່າບໍ່ແປງ ບໍ່ໃຫ້ອັນນັ້ນ ປູດນຶ່ງມັນກໍຈະດີ ມັນວ່າ ມັນວ່າແນວນັ້ນ."

ທ່ານເວົ້າວ່າ ມື້ວານນີ້ ຕອນ 4 ໂມງແລງ ເຈົ້າໜ້າທີ່ຂແນງກະສິກັມ ແລະປ່າໄມ້ ແລະຂແນງ ພລັງງານແລະບໍ່ແຮ່ ເມືອງຂວາ ພ້ອມກັບ ຕົວແທນ ຂອງບໍຣິສັດ ນໍ້າອູ 4 ໄດ້ມາເບິ່ງ ສະພາບດິນເຈື່ອນ ຢູ່ພາຍໃນ ເຂດບ້ານຈັດສັນ ເຂື່ອນນໍ້າອູ 4.

ຫລັງຈາກນັ້ນ ໃນຕອນເຊົ້າ ຂອງມື້ຕໍ່ມາ ກໍໄດ້ເອົາສັງກະສີ ແລະຫີນ ມາໃຫ້ປະຊາຊົນ ຊ່ອຍກັນເອົາໄປປູບໍຣິເວນ ດິນເຈື່ອນ ເພື່ອປ້ອງກັນ ບໍ່ໃຫ້ດິນເຈື່ອນ ຫລາຍຂຶ້ນກວ່າເກົ່າ.

ການແກ້ໄຂບັນຫາດິນເຈື່ອນແບບນີ້ ປະຊາຊົນບໍ່ພໍໃຈ ເນື່ອງຈາກເປັນການປ້ອງກັນຊົ່ວຄາວ ຫາກຝົນຕົກໜັກ ກໍອາດເກີດດິນເຈື່ອນໄດ້ອີກ. ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຂວາ ອະທິຍາຍກ່ຽວກັບເຣື່ອງນີ້ ຕໍ່ RFA ໃນມື້ດຽວກັນນັ້ນວ່າ ທາງການກໍໄດ້ໄປເບິ່ງໃຫ້ແລ້ວ ແລະ ທາງບໍຣິສັດ ກໍຕົກລົງວ່າຈະປັບປຸງ ພື້ນທີ່ດິນເຈື່ອນນັ້ນ ໃຫ້ດີກວ່າເກົ່າອີກ ແຕ່ໃຫ້ຄອຍຖ້າໄປກ່ອນໄລຍະນຶ່ງ:

"ກໍເບິ່ງແລ້ວເດ໋ ຂະເຈົ້າກໍາລັງກະກຽມ ປັບດິນບ່ອນບ້ານຫັ້ນ ຂະເຈົ້າກໍຈະເຮັດແບບ ປັບຕໍ່ພື້ນໃຫ້ ຂະເຈົ້າກໍວ່າຈະປັບປຸງດິນໃຫ້ ແບບວ່າ ຈະປັບໃຫ້ດີກວ່າເກົ່າ."

ນອກຈາກບັນຫາດິນເຈື່ອນຢູ່ 2 ບ້ານນັ້ນແລ້ວ ເຂື່ອນນໍ້າອູ 4 ຂນາດ 132 ເມກາວັດ ຂອງບໍຣິສັດ ຊີໂນຮາຍໂດຣ ຂອງຈີນ ແຫ່ງນີ້ ປະຊາຊົນຢູ່ເຂດບ້ານຈັດສັນອີກ 3 ບ້ານ ຄືບ້ານຫ້ວຍພຸກ ບ້ານຫ້ວຍຊອຍ ແລະ ບ້ານຕະມຸງ ກໍຍັງປະສົບບັນຫາ ເຣື່ອງ ນໍ້າກິນ-ນໍ້າໃຊ້ ແລະເຣື່ອງອາຊີບ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.