ຂ.ຜົ້ງສາລີປາບພວກຄ້າ ສັດປ່າ
2013.12.18

ເຈົ້າໜ້າທີ່ຈັບພວກຄ້າສັດປ່າຊຶ່ງເປັນຜົວເມັຍກັນ ແລະຍຶດສັດປ່າໄດ້ຫລາຍຕັນ ເມື່ອເດືອນທີ່ແລ້ວ ປັດຈຸບັນ ທາງການແຂວງຈຳເປັນຕ້ອງເພິ້ມ ການປາບປາມພວກຄ້າສັດປ່າເຂັ້ມງວດຂຶ້ນ. ດັ່ງເຈົ້າໜ້າທີ່ຜແນກ ກະສິກັມ ແລະປ່າໄມ້ແຂວງຜົ້ງສາລີທ່ານນຶ່ງເວົ້າວ່າ:
“ດຽວນີ້ຫັ່ນສິເຂັ້ມງວດຫລາຍກວ່າເກົ່າຕິເບາະ ເພາະວ່າມັນມີບັນຫາແນວນີ້ອອກມາແລ້ວຫັ່ນນະ ຜ່ານມາກໍເຂັ້ມງວດຢູ່ ແຕ່ວ່າຊຸມນີ້ກໍໜັກຫັ່ນ ນະ ຄັນສິເວົ້າ.”
ເຈົ້າໜ້າທີ່ທ່ານນີ້ໄດ້ຣາຍລະອຽດຕື່ມວ່າ ຜົວເມັຍຄ້າສັດປ່າຍັງຮັບສາຣະພາບວ່າພວກເຂົາຖືກຈັບມາຫລາຍເທື່ອແລ້ວ ແຕ່ກໍຍັງບໍ່ຍອມຢຸດເພາະ ການຄ້າສັດປ່າຢູ່ລາວ ແລ້ວນຳສົ່ງໄປຂາຍຈີນ ເປັນທຸຣະກິດ ທີ່ໄດ້ເງິນດີ ໂດຍທີ່ບໍ່ຈຳເປັນຕ້ອງ ໄດ້ລົງທຶນຫລາຍ.
ອົງການຮັກສາສັດປ່າຣາຍງານວ່າປັດຈຸບັນເສືອໂຕນຶ່ງມີຣາຄາເຖິງ 70,000 ດອນລ່າສະຫະຣັຖ ຂາຍກັນຢູ່ຈີນ.ແຂວງຜົ້ງສາລີເປັນແຂວງທີ່ມີ ຊາຍແດນຕິດກັບຈີນ ແລະກໍເປັນແຂວງ ສອກຫລີກຫ່າງໄກ ຍັງມີປ່າໄມ້ ແລະສັດປ່າຫລາຍຢູ່. ດ່ັງເຈົ້າໜ້າທີ່ກະສິກັມແລະປ່າໄມ້ແຂວງທ່ານ ນັ້ນເວົ້າອີກວ່າ:
“ກໍໜ້າຈະຫລາຍຢູ່ເພາະວ່າປ່າໄມ້ກໍຍັງຫລາຍຄັນສິທຽບ.”
ສັດປ່າຢູ່ລາວ ກໍຄືຕົ້ນໄມ້ແລະປ່າໄມ້ ມີຈຳນວນຫລຸດໜ້ອຍລົງຢ່າງວ່ອງໄວໃນຣະຍະ 30 ກວ່າປີທີ່ຜ່ານມາ ເພາະປະຊາຊົນ ຈັບສັດປ່າເພື່ອ ກິນເປັນອາຫານແລະເພື່ອຂາຍ ໃຫ້ພວກຄ້າສັດປ່າທີ່ສົ່ງໄປຂາຍຢູ່ຈີນແລະວຽດນາມ. ປັດຈຸບັນ ສັດປ່າຫລາຍຊນິດເຊັ່ນ ເສືອແລະຫລິ່ນ ໄດ້ ກາຍເປັນສັດທີ່ໃກ້ຈະສູນພັນ ໄປແລ້ວຢູ່ລາວ.