ຊາວເມືອງນໍ້າບາກບໍ່ກ້າໃກ້ ສວນກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2016.12.14
f-banana ຊາວບ້ານທີ່ຢູ່ໃກ້ສວນປູກກ້ວຍ ເວົ້າເຖິງເວລາທີ່ມີການຜົ່ນຢາຂ້າສັດຕຣູພືດ ຢາຂ້າຫຍ້າ ຜູ້ໃດຢູ່ໃກ້ຄຽງຈະຮູ້ສຶກວິນວຽນ ເມື່ອຍອ່ອນເພັຽ ຈົນເຖິງຂັ້ນອາຈຽນ
Screen capູtured lao44.org/vdo

ປະຊາຊົນ ຢູ່ເມືອງນ້ຳບາກ ແຂວງຫຼວງພຣະບາງ ບໍ່ກ້າໄປເຮັດວຽກ ຢູ່ໃນສວນ ປູກກ້ວຍ ຂອງຈີນ ຍ້ອນວ່າ ເຂົາເຈົ້າຢ້ານ ອັນຕະລາຍ ຈາກ ສານເຄມີ ທີ່ອາຈສົ່ງ ຜົນກະທົບ ຕໍ່ສຸຂພາບ ຂອງເຂົາເຈົ້າ. ດັ່ງປະຊາຊົນ ຢູ່ເມືອງນ້ຳບາກ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ:

"ເອີ ບ້ານເຮົາບໍ່ສູ້ມີດອກ ດຽວນີ້ ນັກລົງທຶນ ທີ່ເຂົ້າມາປູກກ້ວຍ ຫັ້ນນະ ຂະເຈົ້າ ກໍຢ້ານວ່າມີ ເຄມີ ມີສານຫຍັງ ຕ່າງໆນະແຫຼະ ແມ່ນ ທຸກຄົນ ກະຢ້ານ ລະບໍ່ໄປ ເອີ ປັດຈຸບັນນີ້ ສ່ວນຫຼາຍ ກໍເຮັດນາແຊງເດ້ ເຮັດສວນເດ້ ເຮັດຢູ່ຕາມພື້ນ ບ້ານເຮົານີ້ແຫຼະ".

ນັກລົງທຶນ ເຂົ້າມາປູກກ້ວຍ ຢູ່ເມືອງນ້ຳບາກ ຕ້ອງໄປຈ້າງ ແຮງງານ ຈາກ ເຂດພູດອຍ ຊຶ່ງສ່ວນຫຼາຍ ຈະເປັນຊົນເຜົ່າ ມາເຮັດວຽກນຳ ເພາະວ່າ ປະຊາຊົນ ຢູ່ເຂດ ເມືອງນ້ຳບາກ ບໍ່ເຮັດວຽກນຳ ເຂົາເຈົ້າແລ້ວ ຕາມການບອກເລົ່າ ຂອງ ປະຊາຊົນ.

ປັດຈຸບັນ ມີເຈົ້າໜ້າທີ່ ກະສິກັມເມືອງ ໄດ້ລົງກວດ ການໃຊ້ ສານເຄມີ ຢູ່ໃນສວນກ້ວຍ ເປັນປະຈຳ, ດັ່ງປະຊາຊົນ ທ່ານນີ້ ໄດ້ກ່າວອີກວ່າ:

"ແຕ່ວ່າເລື້ອງໃຊ້ນີ້ ອ້າຍກະບໍ່ໄດ້ ປະຕິເສດ ດອກ ເພິ່ນ ກະຕ້ອງໃສ່ເດ້ ອັນນະ ແຕ່ວ່າພວກ ຫ້ອງການຊັພ ຂະເຈົ້າກໍລົງມາ ກຳກັບ ຫ້ອງການ ກະສິກັມ ກໍລົງມາ ກວດຢູ່ແຕ່ວ່າ ເພິ່ນກໍໃສ່ເດ້ ຊິເນາະ ແຕ່ເວລາມາກວດ ຄືວ່າ ກໍພົບໜ້ອຍ".

ສ່ວນວ່າ ເຈົ້າໜ້າທີ່ ຫ້ອງການກະສິກັມ ເມືອງນ້ຳບາກ ກໍກ່າວຕໍ່ ເອເຊັຽເສຣີວ່າ ມີການນຳໃຊ້ ສານເຄມີ ຢູ່ໃນສວນກ້ວຍ ແຕ່ບໍ່ໄດ້ໃຊ້ ຫຼາຍຄື ທີ່ຜ່ານມາ. ໃນປີທີ່ຜ່ານມາ ປະຊາຊົນ ຢູ່ເຂດບ້ານ ນະຄອນ ເມືອງນ້ຳບາກ ເຄີຍຮຽກຮ້ອງ ໃຫ້ທາງການ ເຂົ້າມາກວດສອບ ການໃຊ້ ສານເຄມີ ຢູ່ໃນສວນກ້ວຍ ຂອງຈີນ ຍ້ອນວ່າ ມັນສົ່ງກິ່ນເໝັນ ລົບກວນ ປະຊາຊົນ ບໍຣິເວນ ອ້ອມຂ້າງ. ຢູ່ເມືອງນ້ຳບາກ ແຂວງຫຼວງພຣະບາງ ມີສວນປູກກ້ວຍ ປະມານ 600 ເຮັກຕາ ໂດຍແມ່ນ ນັກລົງທຶນຈີນ ເປັນຜູ້ ສໍາປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.