ອະນາຄົດແມ່ນ້ຳຂອງ ຫຼ້ອຍຫຼໍ
2020.02.21
ໃນມື້ວັນທີ 5-6 ກຸມພາ ປິີ 2020 ທີ່ແຂວງຫລວງພະບາງ ຄນະກັມມາທິການ ແມ່ນ້ຳຂອງສາກົນ ຫລື MRC ໄດ້ປະຊຸມຮັບຟັງ ຄວາມຄິດ ຄວາມເຫັນຂອງຜູ້ມີສ່ວນໄດ້ສ່ວນເສັຽ ຈາກສີ່ປະເທດສະມາຊິກອັນໄດ້ແກ່ ກຳພູຊາ ວຽດນາມ ໄທແລະລາວ ກ່ຽວກັບ ການຮ່າງແຜນ ຍຸທສາດ ແມ່ນ້ຳຂອງ ໃນຣະຍະ 10 ປີ ຂ້າງຫນ້າ ຫລື Basin Development Strategy 2021-2030 ເພື່ອໃຫ້ເກີດການພັທນາ ໃນ ລຸ່ມແມ່ນ້ຳຂອງ ຢ່າງຍືນຍົງ.
ທ່ານ ສົມກຽດ ປະຈຳວົງ ເລຂາທິການສຳນັກງານຊັພຍາກອນນ້ຳ ແຫ່ງຊາດ ຈາກປະເທດໄທ ກ່າວວ່າ ປັດຈຸບັນ ປະເທດລຸ່ມ ແມ່ນ້ຳຂອງ ມີການໃຊ້ນ້ຳເພື່ອ ການຜລິດໄຟຟ້າ ການກະສິກັມ ແລະ ການບໍຣິໂພກ ສະນັ້ນ ການກຳນົດແຜນ ຍຸທສາດແມ່ນ້ຳຂອງ 10 ປີ ຕໍ່ຫນ້ານີ້ ຫາກປະເທດໃດກໍຕາມ ທີ່ໃຊ້ປະໂຍດແມ່ນ້ຳຂອງ ຈະຕ້ອງໄດ້ຄຳນຶງເຖີງ ຜົລກະທົບດ້ານສີ່ງແວດລ້ອມ ແລະ ສັງຄົມໃຫ້ຫນ້ອຍທີ່ສຸດ ແລະ ທີ່ສຳຄັນ ທຸກປະເທດສະມາຊິກ ລຸ່ມແມ່ນ້ຳຂອງ ຕ້ອງແຈ້ງ ຂໍ້ມູນໃຫ້ຣະອຽດຖ້າຈະໃຊ້ປະໂຍດ ຈາກ ແມ່ນ້ຳຂອງ, ດັ່ງທ່ານກ່າວໃນຕອນ ນື່ງວ່າ:
“ການໃຊ້ນ້ຳໃນລຸ່ມແມ່ນ້ຳຂອງ ກໍມີການໃຊ້ ທີ່ຫລາກຫລາຍ ບໍ່ວ່າຈະເປັນການໃຊ້ເພື່ອຜລິດກະແສໄຟຟ້າ ການໃຊ້ນ້ຳ ເພື່ອກະສິກັມ ຫລື ການໃຊ້ນ້ຳເພື່ອ ບໍຣິໂພກ ຢ່າງໃດກໍຕາມ ການໃຊ້ນ້ຳທັງຫມົດ ຈະຕ້ອງໃຫ້ເກີດຜົລກະທົບ ໃຫ້ ໜ້ອຍທີ່ສຸດ ແລ້ວແຕ່ປະເທດ ຈະມີກົນໄກ ໃນການຂັບເຄື່ອນໃນເວທີ ຕ່າງໆແນວໃດ ອັນນີ້ກໍເປັນກົນໄກນື່ງ ທີ່ຢູ່ໃນຂໍ້ຕົກລົງ ຣະຫວ່າງ 4 ປະເທດ."
ຍານາງ ເປຣມຣືດີ ດາວເຣືອງ ຜູ້ຕ່າງຫນ້າພາກປະຊາສັງຄົມ ເຄືອຂ່າຍສິ້ງຊອມ ການລົງທຶນສ້າງເຂື່ອນ ໃນລາວ ຫລື Lao Dam Investment Monitor (LDIM) ຈາກປະເທດໄທ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 17 ກຸມພາ ປີ 2020 ວ່າ ຄນະກັມມະທິການ ຮັບຟັງ ຄວາມເຫັນຈາກ ຜູ້ມີສ່ວນໄດ້ສ່ວນເສັຽ ກ່ຽວກັບການຈັດການ ແມ່ນ້ຳຂອງ ແຕ່ບໍ່ໄດ້ເອົາບົດຣາຍງານ ດັ່ງກ່າວ ມາປະຕິບັດໃຊ້ຢ່າງເປັນ ຮູປທັມ ຊຶ່ງໃນຣະຍະຜ່ານມາ ຄນະກັມມະທິການ ແມ່ນ້ຳຂອງ ເຮັດວຽກຢ່າງຫລົ້ມແຫລວ ມາຕຣອດ ໂດຍບໍ່ໄດ້ກັງວົນເຣື້ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຢ່າງຈິງຈັງ, ດັ່ງນາງກ່າວໃນຕອນນື່ງວ່າ:
“ຄື MRC ໃນຣະຍະ 20 ກວ່າປີ ທີ່ຜ່ານມານີ້ ກໍຫລົ້ມແຫລວມາຕຣອດ ໃນການທີ່ຈະເຮັດໃຫ້ການພັທນາ ແມ່ນ້ຳຂອງ ມັນຍັ້ງຍືນ ເພາະ MRC ບໍ່ເຄີຍຢຸດເຂື່ອນໄດ້, ຈິງໆແລ້ວ ໃນທີ່ສຸດ MRC ກຳລັງຮັບໃຊ້ຣັຖບານ ແລະ ຜູ້ສ້າງເຂື່ອນ, ມີແຜນທີ່ຈະຮອງຮັບ ສະຖານະການ ຂອງການ ທີ່ຈະມີເຂື່ອນເຕັມໄປຫມົດ ໃນລຸ່ມແມ່ນ້ຳຂອງ ແລ້ວຫລືບໍ.”
ຍານາງກ່າວວ່າ ຄນະກັມມະທິການແມ່ນ້ຳຂອງສາກົນ ຮູ້ຂໍ້ມູນຜົລການສຶກສາ ດ້ານສິ່ງແວດລ້ອມ ແລະສັງຄົມ ທີ່ຈະເກີດຂື້ນທຸກຢ່າງ ຮູ້ລະອຽດກວ່າ ທຸກອົງການ ສະຖານະການ ແມ່ນ້ຳຂອງ ທີ່ກຳລັງເກີດການປ່ຽນແປງ ໃນທິດທາງທີ່ ສົ່ງຜົລເສັຽຫາຍຮ້າຍລົງ ໃນເວລານີ້ ຄິດວ່າ ຄນະກັມມະທິການແມ່ນ້ຳຂອງ ສາກົນ ບໍ່ສາມາດແກ້ໄຂໄດ້ ເພາະເປັນອົງການທີ່ ສນັບສນູນໃຫ້ແມ່ນ້ຳຂອງ ມີການປ່ຽນແປງ.
ຍານາງກ່າວຕື່ມວ່າ ບົດບາດຂອງຄນະກັມມະທິການແມ່ນ້ຳຂອງສາກົນ ຄວນຈະມີຫນ້າທີ່ໂອ້ລົມ ກັບປະເທດເຈົ້າຂອງ ໂຄງການໃຫ້ຢຸດ ການສ້າງເຂື່ອນ ບໍ່ແມ່ນສນັບສນູນຣັຖບານ ປະເທດໃດ ປະເທດນື່ງ ສ້າງເຂື່ອນ ຢ່າງຫລວງຫລາຍ ໂດຍບໍ່ສົນໃຈຕໍ່ຜົລກະທົບທີ່ຈະ ເກີດຂຶ້ນ.
ທ່ານ ຫງຽນ ຍານ ຄວາງ ຜູ້ຕ່າງຫນ້າຈາກ ປະເທດວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ ຮັບຟັງຄວາມເຫັນກ່ຽວກັບ ຮ່າງແຜນຍຸທສາດ ແມ່ນ້ຳຂອງ ໃນໄລຍະ 10 ປີຂ້າງຫນ້າ ທີ່ນະຄອນຫລວງພະບາງ ຄັ້ງນີ້ເວົ້າວ່າ ເພື່ອປະຕິບັດຫຼັກການ ຂອງຜູ້ມີສ່ວນໄດ້ສ່ວນເສັຽ ຈາກ ປະເທດສະມາຊິກ ລຸ່ມແມ່ນ້ຳຂອງ ແລະ ປະເທດທີ່ບໍ່ຢູ່ໃນ ສະມາຊິກ, ຄນະກັມມະທິການ ແມ່ນຂອງສາກົນ ຄວນຫາວິທີດືງເອົາຈີນ ທີ່ເປັນປະເທດຕົ້ນນ້ຳ ເຂົ້າຮ່ວມກິຈກັມ ຂອງຄນະກັມມະທິການ ແມ່ນ້ຳຂອງ ໃຫ້ໄດ້ຈະເປັນການດີ ດັ່ງທ່ານກ່າວວ່າ (ແປ)
“ສະນັ້ນ ມັນເປັນສີ່ງສຳຄັນຫລາຍທີ່ຈະເຮັດແນວໃດ ໃນການດືງເອົາຣັຖບານຈີນ ເຂົ້າມາຮ່ວມກິຈກັມ ຂອງຄນະກັມມະທິການ ແມ່ນ້ຳຂອງ ຂອງພວກເຮົາ ຂ້າພະເຈົ້າຄິດວ່າ ປັດຈຸບັນນີ້ MRC ຄວນຊອກຊ່ອງທາງສລາດ ເພື່ອດຶງ ຣັຖບານຈີນ ເຂົ້າມາຮ່ວມທຸກໆກິຈກັມ ຂອງ MRC.”
ທ່ານ ຫງຽນຍານຄວາງ ກ່າວວ່າ ໃນເວລາທ່ານລົງໄປ ເຮັດວຽກຮ່ວມກັບຊຸມຊົນ ຂັ້ນທ້ອງຖີ່ນ ຂະເຈົ້າກໍມີເຈດຈຳນົງ ຢາກມີສ່ວນຮ່ວມ ໃນການສ້າງແຜນຍຸທສາດ ແມ່ນ້ຳຂອງ ໃນຣະຍະ 10 ປີ ໂຕນີ້ເ ຫມືອນກັນ ທ່ານເວົ້າວ່າ (ແປ)
“ເມື່ອພວກຂ້າພະເຈົ້າ ຈັດເວທີປຶກສາຫາລື ກັບ ຊຸມຊົນ ຂັ້ນທ້ອງຖີ່ນ ພວກເຂົາເວົ້າວ່າ ພວກເຮົາອາສັຍ ຢູ່ເຂດລ້ອງແມ່ນ້ຳຂອງພວກທ່ານ ບໍ່ຄວນສ້າງແຜນການໃດໆໃນການໃຊ້ແມ່ນ້ຳຂອງ ຖ້າຫາກປາສຈາການ ມີສ່ວນຮ່ວມ ຂອງ ພວກເຂົາ.”
ກຸ່ມຊາວບ້ານເວົ້າວ່າ ພວກເຂົາຮູ້ດີວ່າ ຊັພຍາກອນນ້ຳມີຄຸນຄ່າ ແນວໃດແລະສຳຄັນຢ່າງໃດ ຕໍ່ຊິວິດຂອງພວກເຂົາ ສະນັ້ນການເຂົ້າມາມີ ບົດບາດ ຂອງຜູ້ມີສ່ວນໄດ້ສ່ວນເສັຽ ເພື່ອຈະໄດ້ສຽງສະທ້ອນ ຕໍ່ບັນຫາທີ່ຖືກຕ້ອງ ໃນການສ້າງ ແຜນຍຸທສາດ ຫລືແຜນການຕ່າງໆ ມັນເປັນສີ່ງ ສຳຄັນທີ່ສຸດ.
ທ່ານ ອອ໊ດ ດວງພະຈັນ ໂຕແທນຈາກອົງການຈັດຕັ້ງພາກປະຊາສັງຄົມລາວ ກໍ່ໄດ້ກ່າວວ່າ ການເຂົ້າເຖີງເຣື້ອງເຂື່ອນໄຟຟ້າໃນລາວ ເປັນເຣື້ອງລະອຽດອອ່ນ ໃນກຸ່ມອົງການຈັດຕັ້ງພາກປະຊາສັງຄົມລາວ ດັ່ງນັ້ນ ເຄືອຄ່າຍພາກປະຊາສັງຄົມ ຈື່ງຢາກເປັນພາກສ່ວນນື່ງຂອງ MRC ເພື່ອຈະສະທ້ອນບັນຫາຂອງພວກຕົນ ໃນຖານະເປັນຜູ້ມີສ່ວນໄດ້ສ່ວນເສັຽ ດັ່ງທ່ານເວົ້າວ່າ (ແປ)
“ໃນກຸ່ມອົງການຈັດຕັ້ງພາກປະຊາສັງຄົມໃນລາວພວກເຮົາໄດ້ພົບວ່າ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເປັນສີ່ງທີ່ຂ້ອນຂ້າງລະອຽດອອ່ນທີ່ຈະ ກ່າວເຖີງ ເຖິງຢ່າງໃດກໍຕາມ ໃນເຄືອຄ່າຍພາກປະຊາສັງຄົມລາວເຮົາ ທຸກພາກສ່ວນພວກເຮົາ ກໍຢາກແບ່ງປັນຂໍ້ມູນ ແລະເປັນສ່ວນຮ່ວມ ກັບຄນະກັມມະທິການແມ່ນ້ຳຂອງສາກົນ”.
ທ່ານ ອານຸລັກ ກິດຕິຄຸນ ຫົວຫນ້າຝ່າຍຍຸທສາດ ແລະຫຸ້ນສ່ວນ ຄນະກັມມະທິການແມ່ນ້ຳຂອງສາກົນ ກ່າວວ່າ ຮ່າງຍຸທສາດແມ່ນ້ຳຂອງ 10 ປີຂ້າງຫນ້າ ທີ່ກຳລັງຮ່າງ ຢູ່ໃນເວລານີ້ ຄນະກັມມະທິການ ແມ່ນ້ຳຂອງສາກົນ ພຍາຍາມໃຫ້ ປະເທດສະມາຊິກ ລຸ່ມແມ່ນ້ຳຂອງ ມີສ່ວນ ຮ່ວມໃນການຈັດການ ແລະ ບໍຣິຫານນ້ຳຮ່ວມກັນ ໂດຍສະເພາະ ເຣື້ອງການບໍ່ຣິຫານ ຈັດການເຣື້ອງການໄຫລ ຂອງ ຝຸ່ນຕົມທີ່ ອຸດົມສົມບູນ ການປົກປັກຮັກສາສີ່ງແວດລ້ອມ ການແບ່ງປັນຂໍ້ມູນ ແລະການຕ້ານບັນຫາ ພັຍແຫ້ງແລ້ງ ນ້ຳຖ້ວມ ຊື່ງເປັນບັນຫາໃຫຍ່ ແລະ ມີຄວາມສຳຄັນຫລາຍ. ດັ່ງທ່ານກ່າວວ່າ:
“ດຽວນີ້ ເຮົາກຳລັງວາງຂຽນ ຮ່າງຍຸທສາດອອກມາແລ້ວ ຖ້າວ່າ 4 ປະເທດຕົກລົງ ກໍຊີ່ເປັນການດີເນາະ ກໍເຣື້ອງບໍຣິ້ຫານຕະກອນ ເຣື້ອງປົກປັກຮັກສາສິ່ງແວດລ້ອມ ເຮື້ອງແບ່ງປັນຂໍ້ມູນ ເຣື້ອງຕ້ານພັຍ ແຫ້ງແລ້ງນ້ຳຖ້ວມ ອັນນີ້ເປັນບຫນຫາໃຫຍ່ ທີ່ວ່າອ່າງຕົ່ງນ້ຳຂອງ ເຮົາກຳລັງປະເຊີນຢູ່.”
ທ່ານ ອານຸລັກກ່າວຕື່ມວ່າ ຜົລກະທົບທີ່ເກີດຂື້ນໃນອ່າງແມ່ນ້ຳຂອງ ເປັນຕົ້ນ ແມ່ນ້ຳຂອງປ່ຽນສີ ການໄຫລຂອງຝຸ່ນຕົມທີ່ອຸດົມສົມບູນ ບັນຫາພັຍແຫ້ງແລ້ງ ແລະນ້ຳຖ້ວມ ຍັງບໍ່ສາມາດ ສລູບໄດ້ຢ່າງຈະແຈ້ງວ່າ ມັນເກີດຈາກ ເຂື່ອນ ໃນແມ່ນ້ຳຂອງແທ້ຫລືບໍ ຕ້ອງໄດ້ສຶກສາ ແລະສັງເກດເບີ່ງການປ່ຽນແປງ ແມ່ນ້ຳຂອງ ໃນໄລຍະຍາວ ຊື່ງການສຶກສາແລະສັງເກດເບີ່ງ ແມ່ນ້ຳຂອງໃນໄລຍະຍາວດັ່ງກ່າວນີ້ ໄດ້ ກຳນົດໃວ້ໃນແຜນຍຸທສາດແມ່ນ້ຳຂອງ 10 ປີຂ້າງຫນ້າແລ້ວ.
ແຜນຍຸທສາດແມ່ນ້ຳຂອງ 10 ປີຂ້າງຫນ້າໄດ້ເລີ້ມຮ່າງມາຕັ້ງແຕ່ເດືອນມິຖຸນາປີ 2019 ແລະກຳນົດໃຫ້ແລ້ວເສັດໃນເດືອນເມສາ ປີ 2020 ຊື່ງແຜນນີ້ ຈະເຮັດໃຫ້ຮູ້ທິດທາງການພັທນາແມ່ນ້ຳຂອງຕອນລຸ່ມຣະຫວ່າງປີ 2021-2030.