ຣົດເມໂດຍສານຖືກລັດຍິງ
2016.01.20

ເກີດເຫຕ ລັດຍິງຣົດເມ ໂດຍສານ ຢູ່ ເຂດບ້ານ ນ້ຳແກ່ນ ຫຼື ຄ້ອຍຕີນພູຄູນ ເມືອງກາສີ ແຂວງວຽງຈັນ. ແຕ່ໂຊກດີ ທີ່ບໍ່ມີຜູ້ ເສັຽຊີວິດ ພຽງແຕ່ໄດ້ຮັບ ບາດເຈັບສາຫັດ 1 ຄົນ ທີ່ລູກປືນ ຖືກດັງ ແລະ ປັຈຈຸບັນ ໄປປິ່ນປົວ ຢູ່ ນະຄອນຫຼວງ ວຽງຈັນ. ຣົດຄັນ ດັ່ງກ່າວ ແລ່ນຕາມ ຖນົນເລກທີ 13 ຣະຫວ່າງ ນະຄອນຫຼວງ ວຽງຈັນ ແລະ ແຂວງ ຫຼວງນ້ຳທາ.
ຣົດເມ ໂດຍສານ 45 ບ່ອນນັ່ງ ຖືກລັດຍິງ ໃນ ຄືນວັນທີ 14 ຕໍ່ໃສ່ວັນທີ 15 ມົກກະຣາ 2016 ເວລາ ປະມານ ທ່ຽງຄືນ. ຜູ້ເຫັນ ເຫຕການ ທີ່ ຂໍສງວນຊື່ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 19 ມົກກະຣາ ນີ້ວ່າ, ກຸ່ມຄົນຮ້າຍ ໄດ້ຍິງປືນໃສ່ ຣົດໂດຍສານ ສາຍ ນະຄອນຫຼວງ ວຽງຈັນ-ຫຼວງນ້ຳທາ ຈຳນວນຫຼາຍ 10 ນັດ ຫຼື ອາຈເຖິງ 50 ນັດ, ເຮັດໃຫ້ແວ່ນ ຣົດເມ ທາງດ້ານໜ້າ ແຕກ ແລະ ຊອດ; ດ້ານຂ້າງ, ປະຕູຣົດ ແລະ ດ້ານຫຼັງ ຂອງຣົດ ກໍຖືກຍິງ. ຄົນຂັບຣົດ ຟ້າວຂັບໜີ ເມື່ອຮູ້ວ່າ ຣົດ ຂອງຕົນ ຖືກຍິງ:
"ຮອດເວລາ 12 ໂມງ ກະຄືວ່າ ຂະເຈົ້າ ລັດຍິງຣົດ ໂຈນຮ້າຍ ແລ່ນ ລັດຍິງຣົດ. ທຳອິດ ກະຍິງ ທາງແກ້ວໜ້າ ເນາະ ຍິງທາງ ແກ້ວໜ້າຣົດ ກະໄດ້ຍິນ ສຽງແຕກ ລະ ພວກເຮົາ ກະຄຶດວ່າ ກົງຣົດແຕກ ຊີ້ນ່າ ແລ້ວໂຊເຟີ້ ຫັກຣົດຫຼີກ. ຜູ້ໂດຍສານ ຢູ່ໃນຣົດ ກະປະມານ 10 ປາຍຄົນນີ້ແຫຼະ ກະພາກັນ ຕົກຕັ່ງ ບາງຄົນ ກະຕົກຕັ່ງ ຫຼີກ".
ຕໍ່ເຫຕການ ດັ່ງກ່າວ ມາເຖິງ ປະຈຸບັນ ເຈົ້າໜ້າທີ່ ຍັງ ບໍ່ສາມາດ ຢັ້ງຢືນໄດ້ວ່າ ມາຈາກ ສາເຫດອັນໃດ, ແມ່ນ ກຸ່ມຄົນໃດ ເປັນຜູ້ກໍ່ເຫດ ແລະ ໃຜຢູ່ເບື້ອງຫຼັງ. ເຖິງຢ່າງໃດ ກໍ່ຕາມ, ຜູ້ທີ່ເຫັນ ເຫຕການ ທ່ານນີ້ ກໍຂໍຝາກເຕືອນ ຊາວລາວ ທີ່ ໃຊ້ເສັ້ນທາງ ເລກທີ 13 ເໜືອ ໃນການ ເດີນທາງໄປມາ ໃຫ້ຣະມັດ ຣະວັງ ຂຶ້ນກວ່າເກົ່າ ເພາະລະຍະນີ້ ມັກບໍ່ມີ ຄວາມສງົບ ໃນ ເຂດພາກເໜືອ ຂອງ ປະເທສ ຢູ່ເລື້ອຍ.