ນ້ຳຖ້ວມໜັກ ບາງຈຸດ ໃນນະຄອນຫຼວງວຽງຈັນ ໃນຮອບຫຼາຍປີ
ເກີດນ້ຳຖ້ວມໜັກຫຼາຍຈຸດ ໃນນະຄອນຫຼວງວຽງຈັນ ສາເຫດຍ້ອນມີສິ່ງປຸກສ້າງ ເກີດຂຶ້ນຫຼາຍ ແລະ ມີການຖົມດິນທັບທາງນ້ຳ ລວມທັງບັນຫາຮ່ອງລະບາຍນ້ຳຕັນ.
-
ພູວົງສ໌
2022-08-08 -
-
-
Your browser doesn’t support HTML5 audio
ໃນວັນທີ 7 ສິງຫາ 2022 ທີ່ຜ່ານມາ, ເກີດນ້ຳຖ້ວມໜັກ ໃນນະຄອນຫຼວງວຽງຈັນ ໃນຫຼາຍເຂດບ້ານ ໂດຍສະເພາະ ຢູ່ເມືອງສີໂຄດຕະບອງ, ເມືອງໄຊທານີ ແລະ ເມືອງໄຊເສດຖາ, ເຊິ່ງຊາວບ້ານຫຼາຍຄອບຄົວ ລ້ວນແຕ່ໄດ້ຮັບຜົລກະທົບໜັກ. ບາງຈຸດ, ມີນ້ຳຖ້ວມສູງພຽງແອວ ແລະ ໄຫຼເຂົ້າຖ້ວມເຮືອນຊານ ແລະ ເຄື່ອງໃຊ້ຕ່າງໆ ເສັຽຫາຍ ເພາະຊາວບ້ານ ພາກັນເກັບບໍ່ທັນ.
ສາເຫດຫຼັກ ທີ່ນ້ຳຖ້ວມໜັກ ໃນຮອບຫຼາຍປີນີ້ ຍ້ອນວ່າ ປັດຈຸບັນ ໃນໂຕເມືອງ ມີສິ່ງປຸກສ້າງ ເກີດຂຶ້ນຫຼາຍ ແລະ ຈຸດໃດ ທີ່ເປັນທາງລະບາຍນ້ຳ ກໍມີຄົນເອົາດິນໄປຖົມ ບວກກັບທາງການ ບໍ່ແກ້ໄຂບັນຫາ ທໍ່ລະບາຍນ້ຳ ທີ່ມີຂີ້ເຫຍື້ອໄປຕັນນັ້ນເທື່ອ ແລະ ເມື່ອມີຝົນຕົກໜັກ ທໍ່ນ້ຳ ກໍລະບາຍນ້ຳບໍ່ທັນ ຄືໃນເມື່ອກ່ອນ.
ດັ່ງຊາວບ້ານ ໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ສິງຫາ ນີ້ວ່າ:
“ການລະບາຍມັນບໍ່ທັນ ຄັນຕົກມາອີກ ກະຖ້ວມແຫຼະ. ເຮືອນຫຼັງໃດມັນຕ່ຳ ກະເຂົ້າຫັ້ນແຫຼະ ເພາະເຣື້ອງການປຸກສ້າງຫຍັງ ມັນຂວາງທາງນ້ຳ ອີ່ຫຍັງຫັ້ນລະ ມັນລະບາຍ ມັນກະຍາກຫັ້ນລະ ປຸກສ້າງຫຼາຍ ດິນບ່ອນໃດ ເປັນໜອງເປັນຫຍັງ ເຂົາກໍຖົມໝົດເດ້. ໂຕອັນນີ້ແຫຼະສຳຄັນ ອະນາມັຍຫັ້ນລະ ບໍ່ໄດ້ອະນາມັຍ ບໍ່ໄດ້ຈົກອອກເທື່ອ ມັນເປັນຕະກອນ ເປັນອີ່ຫຍັງ ມັນກະເກືອບເຄິ່ງຮ່ອງແລ້ວ ເພິ່ນຊິແກ້ໄດ້ບໍ່ ເທົ່ານັ້ນລະ.”
ປັດຈຸບັນ, ນ້ຳທີ່ຖ້ວມຂັງຫຼາຍຈຸດ ກໍເຣີ່ມຫຼຸດລົງເລື້ອຍໆ, ແຕ່ຖ້າຝົນຕົກລົງມາໜັກອີກ ກໍຈະຖ້ວມອີກຄືເກົ່າ ໂດຍສະເພາະບ້ານ ທີ່ມີພື້ນທີ່ຕ່ຳ ກໍຈະໄດ້ຮັບຜົລກະທົບໜັກ ຍ້ອນການລະບາຍນ້ຳອອກ ບໍ່ທັນການ. ສາເຫດຫຼັກ ກໍມາຈາກຂີ້ເຫຍື້ອໄປຕັນທໍ່ລະບາຍນ້ຳ ແລະ ທາງການ ກໍບໍ່ຄ່ອຍໄດ້ອະນາມັຍ ທໍ່ລະບາຍນ້ຳ ຢ່າງທົ່ວເຖິງເທື່ອ.
ດັ່ງຊາວບ້ານ ໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍໄດ້ກ່າວວ່າ:
“ລະດັບພຽງຫົວເຂົ່າ ກຳລັງເຣີ່ມຫຼຸດລົງລະ ກະຍ່າງໄດ້ຢູ່ ກະໄດ້ລຸຍນ້ຳຢູ່ ມັນກະຄ່ອຍໆລົງເດ້. ມັນກະຂີ່ຣົຖໄປໄດ້ຢູ່. ຮ່ອງນ້ຳອຸດຕັນນີ້ແຫຼະ ມັນເປັນນຳຂີ້ເຫຍື້ອ ອີ່ຫຍັງນີ້ແຫຼະເນາະ. ຂີ້ເຫຍື້ອມັນໄຫຼມາ ບາດດົນໄປ ຂາດຄວາມໃນການລວົະ ໃນການຫຍັງມັນ, ຫັ້ນນ່າ ມັນກະພາໃຫ້ອຸດຕັນເດ້ ບໍ່ໄດ້ເຮັດຕໍ່ເນື່ອງເນາະ.”
ຂະນະດຽວກັນ, ຊາວບ້ານ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ໃນນະຄອນຫຼວງວຽງຈັນ ມີສິ່ງປຸກສ້າງ ເກີດຂຶ້ນຫຼາຍ ກໍມີສ່ວນທີ່ເຮັດໃຫ້ນ້ຳຖ້ວມຂັງ. ເວລາທີ່ຝົນຕົກໜັກ ນ້ຳກໍບໍ່ມີບ່ອນລະບາຍອອກ ນ້ຳກໍຕ້ອງໄຫຼມາໂຮມ ໃນບ່ອນທີ່ຕ່ຳ ບວກກັບຂີ້ເຫຍື້ອຕັນທໍ່ ແລະ ທໍ່ລະບາຍນ້ຳ ໃນບາງບ່ອນ ກໍນ້ອຍເກີນໄປນຳດ້ວຍ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມ ແລະ ໄຫຼເຂົ້າເຮືອນຊາວບ້ານ.
“ແມ່ນແລ້ວ ມີສ່ວນ ບໍ່ມີຮ່ອງລະບາຍນ້ຳ ມັນໄປເປັນຕຶກ ເປັນຕຶກໄປໝົດແລ້ວ. ແບບເປັນສີ່ແຍກນີ້ ມັນກະໄປຕັນທໍ່ຢູ່ຫັ້ນ ມັນກະລະບາຍບໍ່ທັນແລ້ວ. ທໍ່ລະບາຍນ້ຳ ມັນນ້ອຍນ່າ. ສ່ວນຫຼາຍກະຂີ້ເຫຍື້ອອຸດຕັນນ່າ.”
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍໄດ້ກ່າວວ່າ ທາງການຮັບຮູ້ ເຖິງບັນຫາດັ່ງກ່າວນີ້ແລ້ວ, ເຊິ່ງຄຶດວ່າ ຈະມີແນວທາງແກ້ໄຂຢູ່, ແຕ່ກໍຍັງບໍ່ທັນຮູ້ຣາຍລະອຽດເທື່ອ ແລະ ສ່ວນນຶ່ງ ກໍຕ້ອງອີງໃສ່ງົບປະມານນຳດ້ວຍ.
ສ່ວນສາເຫດ ທີ່ເກີດນ້ຳຖ້ວມໜັກ ໃນຮອບຫຼາຍປີນີ້ ກໍມາຈາກການປຸກສ້າງ ພາຍໃນໂຕເມືອງ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຫຼາຍພື້ນທີ່ ເປັນທາງລະບາຍນ້ຳ ກໍຖືກດິນຖົມ. ເມື່ອເລາເກີດຝົນນຕົກໜັກ, ນ້ຳກໍບໍ່ມີບ່ອນລະບາຍອອກ ແລະ ອີກບັນຫາ ກໍເຣື່ອງທໍ່ລະບາຍນ້ຳ ທີ່ນ້ອຍເກີນໄປ ບໍ່ສາມາດຮອງຮັບປະຣິມານນ້ຳຝົນໄດ້ ກໍເຮັດໃຫ້ເກີດນ້ຳຖ້ວມຂັງ.
ດັ່ງທ່ານກ່າວວ່າ:
“ຍັງບໍ່ຮູ້ແນ່ນອນວ່າ ຊິແກ້ຈັ່ງໃດ ອີງໃສ່ງົບປະມານ, ທໍ່ກະມີສ່ວນ. ໃນເມື່ອກ່ອນ ເຮົາວາງທໍ່ໃນ 5 ປີ 10 ປີຫຼັງ ເຮົາໃຊ້ທໍ່ນ້ອຍ ວາງທໍ່ປະຣິມານນ້ຳຝົນຂນາດນັ້ນ. ລະສອງມາ ບ່ອນຮັບໂຕ່ງນ້ຳ ປັດຈຸບັນນີ້ ມັນກະບໍ່ມີບ່ອນຮອງຮັບ. ດຽວນີ້, ເຂົາກະຖົມໝົດແລ້ວ ເຈາະບໍ່ໄດ້ແລ້ວດຽວນີ້. ໄປເຮືອນໃຜ ກະມີແຕ່ເຮືອນຄົນ.”
ພ້ອມດຽວກັນນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງສີໂຄດຕະບອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ ທີ່ຜ່ານມາ ທາງຂັ້ນເມືອງ ກໍບໍ່ໄດ້ມີການຈັດການ ອະນາມັຍຮ່ອງລະບາຍນ້ຳ ເປັນປະຈຳ ຍ້ອນວ່າ ງົບປະມານ ທີ່ໄດ້ມາແຕ່ລະປີ ຍັງບໍ່ພຽງພໍ.
“ເພາະວ່າ ຮ່ອງສາຍແມ່ ມັນກະມີຕະກອນ ມີຫຍັງເດ້, ເຮົາລ່ວງບໍ່ທົ່ວເຖິງ, ຫັ້ນນ່າ ເນື່ອງຈາກງົບຫັ້ນແຫຼະເນາະ. ແກ້ຮ່ອງສາຍແມ່ມັນສະອາດແລ້ວ ຮ່ອງໂຕສາຍສຳຮອງ ມັນກະຊິໄຫຼສະດວກຂຶ້ນ ປະຣິມານນ້ຳ ມັນມາແຮງເດ້ ມັນກະເລີຍບໍ່ທັນ, ຫັ້ນນ່າ. ດຽວນີ້, ເຂົາເຈົ້າກະລົງແກ້ແລ້ວ ເຂົາແກ້ສຸກເສີນເດ້ ເອົາຣົຖຈົກຣົຖຫຍັງ, ບ່ອນທີ່ມັນມີບັນຫາຫັ້ນເນາະ ລະບາຍໃຫ້ມັນແຫ້ງໄວ.”
ຢ່າງໃດກໍຕາມ, ຊາວບ້ານຫຼາຍຄົນ ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມຂັງ ໃນນະຄອນຫຼວງວຽງຈັນ ໃນເທື່ອນີ້ ສ່ວນໃຫຍ່ແລ້ວ ກໍພາກັນຊ່ອຍເຫຼືອໂຕເອງ ໃນເບື້ອງຕົ້ນໄປກ່ອນ ແລະ ຍັງບໍ່ທັນມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງພື້ນທີ່ມາຊ່ອຍເຫຼືອ ແລະ ຍັງລໍຖ້າ ໃຫ້ນ້ຳ ລະບາຍອອກ ຫຼືແຫ້ງໄປເອງກ່ອນ.
ນອກຈາກນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາຕ ກໍຍັງໄດ້ແຈ້ງເຕືອນ ໃຫ້ປະຊາຊົນ ເຝົ້າລະວັງ ພະຍຸໝຸນເຂດຮ້ອນ ໂດຍສະເພາະປະຊາຊົນລາວ ໃນເຂດພາກເໜືອ ແລະ ພາກກາງ ອາຈໄດ້ຮັບຜົລກະທົບ ໃນລະຫວ່າງວັນທີ 8 ຫາ 13 ສິງຫາ 2022 ນີ້.